ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດ ຈາກນະຄອນຫຼວງວຽງຈັນ ຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງພໍ່ກະດວດ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ ຢ່າງເປັນທາງການດ້ວຍບັນຍາກາດ ອັນຄຶກຄື້ນ ໂດຍມີພຣະເຖຣາ ນຸເຖຣະ,ມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍການນໍາຈາກສູນກາງ, ຂັ້ນແຂວງ ແລະກ້ອນກໍາລັງຈາກບັນດາເມືອງ,ພະນັກງານຈາກພະແນກການ-ກົມກອງຕ່າງໆ, ກ້ອນກໍາລັງຂອງທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ, ພ້ອມດ້ວຍມວນຊົນຊາວນະຄອນໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ ໃຫ້ການຕ້ອນຮັບຢ່າງ ຄັບຄາ ໜາແໜ້ນ ແລະ ເປັນຂະບວນຟົດຟື້ນ.
ຂະບວນແຫ່ໄດ້ເລີ່ມຕົ້ນອອກຈາກຫ້ອງວ່າການປົກຄອງແຂວງ ໃນເວລາ 8 ໂມງ ແລະເຄື່ອນອອກມາໃສ່ ວົງວຽນອາຊຽນ ມາຕາມຖະໜົນໄກສອນ (A1) ມາຫາວົງວຽນກະບອງໃຫຍ່, ລົງມາຕາມເສັ້ນທາງພໍ່ກະດວດ ໄປຮອດອະນຸສາວະລີ ຕໍ່ໜ້າໂຮງໝໍແຂວງ ລວມໄລຍະທາງ ປະມານ 4 ກິໂລແມັດ ໃຊ້ເວລາ ເກືອບ 3 ຊົ່ວໂມງ, ເຊິ່ງຂະບວນແຫ່ຜ່ານໄປ ໄດ້ມີມວນຊົນ ໃຫ້ການຕ້ອນຮັບ ແລະຖວາຍ ດ້ວຍດອກໄມ້,ທູບທຽນ, ແລະວັດຖຸປັດໃຈຕ່າງໆ, ນອກຈາກນັ້ນຢູ່ຕໍ່ໜ້າງານ ຍັງມີຂະບວນຟ້ອນ, ຂະບວນແຫ່ ຈາກເມືອງ ແລະກຸ່ມບ້ານຕ່າງໆ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ທີ່ໄດ້ອັງເຊີນຮູບປັ້ນຫຼໍ່ພໍ່ກະດວດ ທີ່ເປັນບັນພະບຸລຸດຂອງຊາດລາວ ຊາວແຂວງສະຫວັນນະເຂດ ກັບຄືສູ່ມາຕຸພູມມາປະດິດສະຖານໄວ້ ຢູ່ບ້ານເກີດເມືອງນອນ.
ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກ່າວມອບໂຄງການນີ້ວ່າ: ການກໍ່ສ້າງອານຸສາວະລີ ພໍ່ກະດວດ ເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີໃນການຕໍ່ສູ້ກັບລັດທິລ່າເມືອງຂຶ້ນຝຣັ່ງ ເພິ່ນແມ່ນວິລະບູລຸດຜູ້ທີ່ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອງ, ມີນ້ຳໃຈເສຍສະຫຼະຢ່າງສູງສົ່ງ, ບໍ່ຍອມຈຳນົນຕໍ່ສັດຕູ, ພໍ່ກະດວດເຫັນປະເທດຊາດຖືກຮຸກຮານ ຢ່າງໂຫດຮ້າຍປ່າເຖື່ອນ ປະຊາຊົນຖືກກົດຂີ້ຂູດຮີດ,ຖືກຈັບກຸມຄຸມຂັງທໍລະມານ ຢ່າງບໍ່ມີຄວາມເປັນທຳ ຍ້ອນສາເຫດດັ່ງກ່າວນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກ, ນຳພາປະຊາຊົນລຸກຮື້ຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ, ເຖິງວ່າການຕໍ່ສູ້ຈະບໍ່ໄດ້ຮັບໄຊຊະນະກໍ່ຕາມ.
ໂອກາດດຽວກັນນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ມີຄຳເຫັນໃນພິທີວ່າ: ພໍ່ກະດວດເປັນຄົນມີວິຊາອາຄົມປິ່ນປົວຄົນເຈັບປ່ວຍໄດ້, ເພິ່ນຈຶ່ງໄດ້ເດີນທາງໄປຫຼາຍແຫ່ງ, ແຕ່ໄປບ່ອນໃດກໍ່ເຫັນແຕ່ປະຊາຊົນຖືກກົດຂີ່ຂູດຮີດດ້ວຍການເສຍຊ່ວຍ ແລະ ເປັນຂ້ອຍຂ້າຝລັ່ງ ນັບມື້ໜັກໜ່ວງຂື້ນເລື້ອຍໆ ເພິ່ນຈື່ງຊອກທຸກວິທີທາງເພື່ອປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ໃນສະໄໜລາວຕົກເປັນຫົວເມືອງຂື້ນຂອງສັດຕູຕ່າງດ້າວທີ່ເຂົ້າມາຮຸກຮານ ພໍ່ກະດວດແມ່ນນັກຕໍ່ສູ້ທີ່ພິລາດອາດຫານ, ແມ່ນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ມີນໍ້າໃຈເສຍສະຫລະຢ່າງສູງສົ່ງ ບໍ່ຍອມຈໍານົນຕໍ່ສັດຕູ. ນີ້ແມ່ນເຫດການດ້ານປະຫວັດສາດທີ່ພວກເຮົາຄົນ ລຸ້ນຫຼັງ ຕ້ອງຈາລຶກຄຸນງາມຄວາມ ດີໃນວິລະກຳອັນລໍ້າເລີດຂອງເພີ່ນໄວ້. ດັ່ງນັ້ນ, ຈື່ງເກີດມີໂຄງການສ້າງອະນຸສາວະລີຮູບປັ້ນພໍ່ກະດວດຂື້ນ.
ຫຼັງຈາກນັ້ນກໍ່ໄດ້ ນໍາຮູບປັ້ນຫຼໍ່ຂອງ ທ່ານ ຂຶ້ນປະດິດສະຖານໄວ້ທີ່ ແຖ່ນຕັ້ງ ຢ່າງສະຫງ່າຜ່າເຜີຍ ພ້ອມທັງມີພິທີທາງສາສະໜາ ເພື່ອເປັນສິລິມຸງຄຸນ ແລະພິທີມອບຮັບ ຢ່າງເປັນທາງການ.

