ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 23 ກັນຍາ 2022 ທີ່ ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ມີການຈັບສະຫຼາກແບ່ງສາຍການແຂ່ງຂັນກິລາບານເຕະແຫ່ງຊາດປະຈໍາປີ 2022 ໃຫ້ກຽດເປັນປະທານຈັບສະຫຼາກໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄໍາໄພ ປະເສີດ ຮອງປະທານສຕລ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສຕລ, ພ້ອມພະນັກງານວິຊາການສຕລແລະສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນພະຍານ.
ຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
# ການແຂ່ງຂັນບານເຕະປະເພດທີມຍິງມີ 9 ທີມເຂົ້າຮ່ວມແບ່ງເປັນສອງກຸ່ມ ຄື:
– ກຸ່ມ ກ ປະກອບມີ:
1. ແຂວງຈໍາປາສັກ
2. ນະຄອນຫຼວງວຽງຈັນ
3. ແຂວງ ຫຼວງພະບາງ
4. ແຂວງ ວຽງຈັນ
5. ແຂວງ ໄຊຍະບູລີ
– ກຸ່ມ ຂ ປະກອບມີ:
1. ແຂວງ ສະຫວັນນະເຂດ
2. ແຂວງ ບໍລິຄໍາໄຊ
3. ແຂວງ ອຸດົມໄຊ
4. ແຂວງ ຊຽງຂວາງ
ສໍາລັບການແຂ່ງຂັນບານເຕະປະເພດທີມຍິງແມ່ນຈະເລີ່ມທຳການແຂ່ງຂັນໃນວັນທີ 8 ຫາ 21 ຕຸລາ 2022
# ການແຂ່ງຂັນບານເຕະປະເພດທີມຊາຍມີ 16 ທີມເຂົ້າຮ່ວມແບ່ງເປັນ 4 ກຸ່ມ ຄື:
– ກຸ່ມ ກ ປະກອບມີ:
1. ແຂວງ ຊຽງຂວາງ
2. ແຂວງ ບໍ່ແກ້ວ
3. ແຂວງ ວຽງຈັນ
4. ແຂວງ ບໍລິຄໍາໄຊ
– ກຸ່ມ ຂ ປະກອບມີ:
1. ນະຄອນຫຼວງວຽງຈັນ
2. ແຂວງ ຫຼວງນໍ້າທາ
3. ແຂວງ ເຊກອງ
4. ແຂວງ ຄໍາມ່ວນ
– ກຸ່ມ ຄ ປະກອບມີ:
1. ແຂວງ ຈໍາປາສັກ
2. ແຂວງ ສະຫວັນນະເຂດ
3. ແຂວງ ຫຼວງພະບາງ
4. ແຂວງ ຫົວພັນ
– ກຸ່ມ ງ ປະກອບມີ:
1. ແຂວງ ອັດຕະປື
2. ແຂວງ ໄຊສົມບູນ
3. ແຂວງ ອຸດົມໄຊ
4. ແຂວງ ໄຊຍະບູລີ
ສໍາລັບການແຂ່ງຂັນບານເຕະປະເພດທີມຊາຍແມ່ນຈະເລີ່ມວັນທີ 31 ຕຸລາ ຫາ 12 ພະຈິກ 2022