ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລົດໄຟລາວ-ຈີນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານລາວແລ້ວຫລາຍພັນຄົນ, ເຊີ່ງໜຶ່ງໃນນັ້ນແມ່ນ ທ່ານ ສັນຕິສຸກ ສີສະເກດ ທີ່ເປັນນາຍຊ່າງປະຈໍາຢູ່ໜ່ວຍງານສ້ອມແປງ ແລະ ບໍາລຸງຮັກສາຫົວຈັກລົດໄຟ ທີ່ໄດ້ຜ່ານການຄັດເລືອກມາເປັນນັກຮຽນຂອງບໍລິສັດລົດໄຟລາວ-ຈີນ ຈາກນັ້ນໄດ້ຜ່ານການເຝິກອົບຮົມ ແລະ ເສັງຄັດເລືອກໃຫ້ບັນຈຸເຂົ້າໃນຕໍາແໜ່ງຊ່າງປະຈໍາໜ່ວຍງານດັ່ງກ່າວ.
ທ່ານ ສັນຕິສຸກ ສີສະເກດ ໃຫ້ສໍາພາດວ່າ: ຕົນເອງຮຽນຈົບຊັ້ນສູງ ສາຂາວິຊາເສດຖະກິດ ທີ່ປະເທດຈີນ ແລະ ໄດ້ເຮັດວຽກນໍາໂຄງການເອກະຊົນມາກ່ອນ, ຕໍ່ມາໄດ້ເປັນຜູ້ ຊ່ວຍພາສາແປຂອງໂຄງການທາງລົດໄຟລາວ-ຈີນ, ຕໍ່ມາເມື່ອທາງໂຄງການເປີດຮັບສະໝັກນັກຮຽນເພື່ອຄັດເລືອກບັນຈຸເຮັດວຽກນໍາລົດໄຟລາວ-ຈີນ ຈິ່ງຕັດສິນໃຈສະໝັກເຂົ້າມາເປັນນັກຮຽນຂອງໂຄງການ, ເຊີ່ງໃນໄລຍະຮຽນເບື້ອຕົ້ນແມ່ນຕັດສິນໃຈຍາກສົມຄວນເນື່ອງຈາກມັນບໍ່ກົງກັບວິຊາທີ່ຕົນເອງຮຽນຈົບມາ, ບວກກັບການຮຽນແມ່ນໃຊ້ພາສາຈີນທັງໝົດ ແລະ ບໍ່ເຄີຍມີຄວາມຮູ້ຂອງຕົນກ່ຽວກັບລະບົບຂອງລົດໄຟມາກ່ອນ ເຮັດໃຫ້ຕ້ອງເລີ່ມຕົ້ນຈາກສູນທັງໝົດ ແຕ່ຍ້ອນຄວາມອົດທົນ ແລະ ຄວາມຕັ້ງໃຈໃນການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ເຮັດໃຫ້ຕົນເອງໄດ້ຜ່ານການຄັດເລືອກໃຫ້ເຮັດວຽກໃນຕໍາແໜ່ງນາຍຊ່າງປະຈໍາຢູ່ໜ່ວຍງານສ້ອມແປງ ແລະ ບໍາລຸງຮັກສາຫົວຈັກລົດໄຟ. ສໍາລັບການປະຕິບັດວຽກງານຕົວຈິງໃນແຕ່ລະວັນ ແມ່ນການ ບໍາລຸງຮັກສາ ແລະ ການກວດເຊັກລົດໄຟລາວ-ຈີນ ໂດຍແບ່ງອອກເປັນ 3 ພາກສ່ວນຄື: ຢູ່ເທິງຫຼັງຄາ, ໂຕລົດ ແລະ ຊ່ວງລ່າງ ໄດ້ແບ່ງອອກເປັນແຕ່ລະຂະແໜງເພື່ອຄວາມແນ່ນອນ ເພື່ອຄວາມສະດວກສະບາຍໃນການເຮັດວຽກ, ເຊີ່ງໃນໜ່ວຍງານຂອງຕົນມີພະນັກງານຫລາຍກວ່າ 50 ຄົນ, ໃນນີ້ ມີຄົນລາວຫລາຍກວ່າ 30 ຄົນ.
ທ່ານ ສັນຕິສຸກ ສີສະເກດ ຍັງໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ປະກອບສ່ວນເຮັດວຽກນໍາລົດໄຟລາວ-ຈີນ ເຊີ່ງເປັນໂຄງການທີ່ມີຄວາມໝາຍສໍາຄັນຂອງສອງລັດຖະບານລາວ-ຈີນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ແລະ ສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ ເພາະລົດໄຟລາວ-ຈີນ ຈະນັບມື້ມີການພັດທະນາໃນຕໍ່ໜ້າ ເພື່ອກ້າວເປັນເຖີງການເປັນນາຍຊ່າງຂອງລົດໄຟລາວ-ຈີນທີ່ມີຕໍາແໜ່ງງານສູງກວ່າທີ່ເປັນຢູ່ໃນປັດຈຸບັນ.
ຂ່າວ: ມົດແດງນ້ອຍ. ພາບ: ຈັນທະວອນ