ພິທີປູກຕົ້ນດອກຈຳປາທີ່ວັດພູຈຳປາສັກ.ໄດ້ຈັດຂື້ນໃນຕອນແລງຂອງວັນທີ 12 ກູມພາ 2022. ໂດຍການໃຫ້ກຽດເຂົ້າຮ່ວມຂອງ,ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ,ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ,ມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ,ມີການນຳຈາກ ສູນ ກາງ ,ແຂວງ,1 ນະຄອນ, 9 ເມືອງ ,ພະແນກການກົມກອງອ້ອມຂ້າງແຂວງ ແລະ ບັນດາທ່ານຜູ້ປະກອບການທຸລະກິດເຂົ້າຮ່ວມ.
ໃນພິທີ ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະ ດົກໂລກວັດພູຈຳປາສັກໄດ້ລາຍງານການກະກຽມຄວາມພ້ອມຂອງ ໂຄງການກໍ່ສ້າງສວນອຸທິຍານ ດອກຈຳປາ ຢູ່ມໍລະດົກໂລກວັດພູຈຳປາສັກ, ເຊິ່ງໄດ້ປູກ ຕາມເສັ້ນທາງອ້ອມຮອບແຄມໜອງໜ້າສາລາກາງ 125 ຕົ້ນ, ຕາມສອງຂອບເສັ້ນທາງຄູກາງ 266 ຕົ້ນ;ຕາມເສັ້ນທາງແຄມໜອງຕໍ່ຂຶ້ນໄປຫາຫ້ອງການພາກສະໜາມ 122 ຕົ້ນ,ແຕ່ໂຮງຊາວຫາປະຕູໃຫ່ຍທາງໄປໂຮງນາງສີດາ 50 ຕົ້ນ ສ່ວນທີ່ຍັງເຫຼືອທາງຄະນະກຳມະການ ຈະໄດ້ສົມທົບກັບຜູ້ປະກອບການສືບຕໍ່ປູກຈົນສຳເລັດ ຕາມຄາດໝາຍທີ່ກໍານົດໄວ້ .ເຊິ່ງພາຍຫຼັງການປູກສຳເລັດທັງໝົດແລ້ວ ແມ່ນຈະເຮັດໃຫ້ມໍລະດົກໂລກວັດພູຈຳປາສັກ ມີໃບໜ້າໃໝ່ ກາຍເປັນແຫຼ່ງທ່ອງ ທ່ຽວທີ່ມີຄວາມໂດດເດັ່ນ ສົມເປັນມໍລະດົກໂລກ, ມໍລະດົກຂອງ ຊາດ ແລະ ຂອງຊາວແຂວງຈຳປາສັກ, ຈະກາຍເປັນທີ່ສົນໃຈໃຫ້ແກ່ ນັກຄົ້ນຄວ້າ-ວິໃຈ, ນັກທ່ອງ ທ່ຽວ ໄດ້ເຂົ້າມາສຶກສາຄົ້ນຄວ້າທາງດ້ານປະຫວັດສາດ ແລະ ມາທ່ຽວຊົມນັບມື້ນັບຫຼາຍຂຶ້ນ.
ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກໄດ້ກ່າວເປີດພິທີປູກຕົ້ນດອກຈຳປາທີ່ວັດພູຈຳປາສັກຢ່າງເປັນທາງ ການ ເຊິ່ງທ່ານໄດ້ກ່າວເຖິງຄວາມໝາຍຄວາມສຳຄັນຂອງໂຄງການປູກດອກຈຳປາທີ່ວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງລາວ ວ່າ: ໂຄງການປູກຕົ້ນດອກຈຳປາ 1.565 ຕົ້ນ ແມ່ນປູກຕາມອາຍຸຂອງວັດພູ ມໍລະດົກໂລກ ຍ້ອນວ່າຕົ້ນດອກຈຳປາ ຕົ້ນທຳອິດ ແມ່ນເກີດຢູ່ຈອມພູເກົ້າ ເອີ້ນວ່າ“ຕົ້ນດອກຈຳປາ ຄູ່ຟ້າເມືອງລາວ” ເອີ້ນອີກຊື່ໜຶ່ງແມ່ນ ດອກໄມ້ລາຊີນີ ເມືອງຮ້ອນ, ຍ້ອນມີຕົ້ນທຳອິດນັ້ນ ຕົ້ນດອກຈຳປາຈຶ່ງຂະຫຍາຍທົ່ວປະເທດ ແລ້ວຈຶ່ງກາຍເປັນດອກໄມ້ປະຈຳຊາດ ຫຼື ຊື່ ຂອງເມືອງ ແລະ ແຂວງຈຳປາສັກ.ເປັນບ່ອນສັກກະລະບູຊາຂອງຊາວລາວກໍ່ຄືຊາວແຂວງຈຳປາສັກ ແລະບັນດານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.
ຈາກນີ ບັນດາທານການນຳຈາກສູນກາງ,ຈາກແຂວງກໍ່ໄດ້ຮ່ວມທຳພິທີທາງສາສະໜາເພື່ອເປັນສີລິມຸງຄຸນໃຫ້ແກ່ການປູກຕົ້ນດອກຈຳປາໃນຄັ້ງນີ້ ພ້ອມນີ້ ທ່ານ ປອ ວິໄລວົງ ເຈົ້າແຂວງ ພ້ອມທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງພ້ອມດ້ວຍການນຳຈາກສູນ ກາງ,ຈາກແຂວງ,ນະຄອນ ແລະ ເມືອງກໍ່ໄດ້ຮ່ວມກັນປູກຕົ້ນດອກຈຳປາ ຢ່າງເປັນຂະບວນ ແລະມີຄວາມໝາຍ,ຄວາມສຳຄັນໜັກແໜ້ນ./.
ຂຽນ:ປະພິດ


