ໃນຕອນເຊົ້າວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູຈຳປາສັກມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງ ທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າລາດຊະການຈັງຫວັດອຸບົນຣາຊະທານີ ພ້ອມຄະນະ,ມີທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈຳປາສັກ,ມີຄະນະນຳຜູ້ບໍລິຫານການສຶກສາ ມະຫາວິທະຍາໄລ ຣາຊະພັດ,ຄູອາຈານ,ນັກກິລາມະຫາວິທະຍາໄລ, ວິທະຍາໄລ,ນັກສະແດງສິລະວັດທະ ນະທຳ ຈຳປາສັກ – ອຸບົນ,ມີພະແນກການກ່ຽວຂ້ອງ,ການນຳເມືອງ ແລະ ມວນຊົນຊາວເມືອງຈຳປາສັກ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ,ໄດ້ກ່າວເປີດງານຄັ້ງນີວ່າ: ຕາງໜ້າການນຳແຂວງຈຳປາສັກ ສຸດທີ່ມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມງານຈັດກິດຈະກຳກິລາ ແລະ ການທ່ອງທ່ຽວ ທີ່ເປັນການເຊື່ອມໂຍງ ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາ ຊະທານີ ທີ່ໄດ້ຈັດຂຶ້ນບົນດິນແດນອະລິຍະທຳ, ມໍລະດົກໂລກວັດພູຈຳປາສັກ ໃນຄັ້ງນີ້, ນະໂອກາດອັນສະຫງ່າລາສີນີ້ ຂໍສະແດງຄວາມຊົມເຊີຍຕ້ອນຮັບ ທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າລາດຊະການ ຈັງຫວັດອຸບົນຣາຊະທານີ ພ້ອມຄະນະ ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມງານໃນຄັ້ງນີ້ ພ້ອມດຽວກັນນີ້ ກໍ່ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ທັງຈາກຝ່າຍຈັງຫວັດ ອຸບົນຣາຊະທານີ ແລະ ຝ່າຍແຂວງຈຳປາສັກ ທີ່ໄດ້ພ້ອມພຽງກັນ ສຸມທຸກກຳລັງ, ເຫື່ອແຮງ ແລະ ທຶນຮອນ ເພື່ອຈັດຕັ້ງງານດັ່ງກ່າວຂຶ້ນຢ່າງມີບັນຍາກາດ ແລະ ມ່ວນຊື່ນ; ໃນນາມຕາງໜ້າຄະນະນຳຂອງແຂວງຈຳປາສັກ ກໍຄືໃນນາມສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍມານະໂອກາດນີ້ຢ່າງສຸດອົກສຸດໃຈ ,ທ່ານ ສົມບູນ ເຮືອງວົງສາ ກ່າວໃຫ້ຮູ້ຕື່ມວ່າ:

ແຂວງຈຳປາສັກເປັນແຂວງໜຶ່ງທີ່ຕັ້ງຢູ່ໃຕ້ສຸດຂອງ ສປປ ລາວ ມີຊາຍແດນຕິດຈອດ ກັບບັນດາ ແຂວງ ແລະ ປະເທດໃກ້ຄຽງ ຄື: ທິດເໜືອຕິດກັບແຂວງສາລະວັນ, ທິດຕາເວັນອອກຕິດກັບແຂວງເຊກອງ ແລະ ແຂວງອັດຕະປື, ທິດໃຕ້ມີຊາຍແດນຕິດກັບຣາຊະນາຈັກກຳປູເຈຍ ແລະ ທິດຕາເວັນຕົກຕິດກັບຣາ ຊະນາຈັກໄທ; ມີເນື້ອທີ່ 15,350 ຕາກິໂລແມັດ ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 74% ແລະ ເຂດພູພຽງກວມ 26%, ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຈຳ ນວນ 244 ແຫ່ງ. ພິເສດແຂວງຈຳປາສັກ ມີແຫຼ່ງທ່ອງທ່ຽວ ວັດພູຈຳປາສັກທີ່ເປັນມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ; ໃນຫລາຍປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຈຳປາສັກ ບໍ່ຫຼຸດ 7-8 ແສນ ເທື່ອຄົນຕໍ່ປີ, ແຕ່ໃນສະ ພາບການລະບາດຂອງພະຍາດໂຄວິດ-19 ທີ່ຫາກໍ່ຜ່ອນຄາຍ ໃນປີ 2022 ໄດ້ມີນັກ ທ່ອງທ່ຽວ ເຂົ້າມາທ່ຽວ 191.908 ເທື່ອຄົນ.

ການຈັດກິດຈະກຳກິລາ ແລະ ການທ່ອງທ່ຽວໃນຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ມີຫຼາກຫຼາຍ ກິດຈະກຳ ທີ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ພັດທະ ນາວຽກງານ ກິລາ-ກາຍຍະກຳ ແລະ ເປັນ ການຮັດແໜ້ນຄວາມສາມັກຄີ ແລະ ດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງຂະບວນການຕ້ອນຮັບງານບຸນນະມັດສະ ການຜາສາດຫີນວັດພູ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 3-5 ກຸມພາ ນີ້. ພ້ອມກັນນີ້ ກໍເປັນການຫັນເອົາວຽກງານ ກິລາ-ກາຍຍະກຳ ລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນ ມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລະນາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ, ເປັນຕົ້ນແມ່ນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ກັບມາຫຼິ້ນກິລາຢ່າງກ້ວາງຂວາງ ເພື່ອຫຼີກຫ່າງຈາກສີ່ງເສບຕິດ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ຫວັງຢ່າງຍິ່ງວ່າ ການຈັດງານດັ່ງກ່າວນີ້ ຈະເປັນພື້ນຖານໃຫ້ແກ່ງານ ກໍຄືກິດ ຈະກໍາອື່ນໆໃນຕໍ່ໜ້າ ເພື່ອສ້າງຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດ ອຸບົນຣາຊະທານີ ໃຫ້ນັບມື້ຮັດແໜ້ນ ແລະ ງອກງາມຂຶ້ນເລື້ອຍໆ


ບັນດາກິດຈະກຳທີ່ຈັດຮ່ວມກັນໃນຄັ້໋ງນີ້ປະກອບມີ ຫລາຍກິດຈະກຳເຊັ່ນ: ກິດຈະກຳຕ້ອນຮັບຂະບວນຄະລາວານລົດໃຫຍ່ ຈາກຈັງຫວັດອຸບົນຣາຊະທານີ ມາແຂວງຈຳປາສັກ ໄລຍະທາງ 45 ກິໂລແມັດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ເຂົ້າເຖິງນະຄອນປາກເຊ,ກິດຈະກຳແລ່ນໄລຍະທາງ 5 ກິໂລ ແມັດ,ແລ່ນມີນີມາລາທອນໄລຍະທາງ 10 ກິໂລ,ຂີ່ຖີບລົດ ໄລຍະທາງ 15 ກິໂລ ແມັດເລີ່ມແຕ່ຈຸດຕ່າງໆ ຂອງເມືອງຈຳປາສັກ ເຂົ້າມາມາເສັ້ນໄຊ ທີ່ວັດພູຈຳປາສັກ,ຈາກນີ້ແມ່ນ ກິດຈະກຳ ແຂ່ງຂັນກິລາເປຕັງ,ກິດຈະກຳ ແຂ່ງຂັນປະເພດກິລາບານເຕະ ທີມອາວຸໂສ 11 ຄົນ ອາຍຸ 40 ປີ ຂື້ນໄປ ລະຫວ່າງຈຳປາສັກ – ອຸບົນ. ແລະ ກິດຈະກຳການສະແດງສີລະປະເຜີຍແຜ່ວັດທະນະທຳຂອງມະຫາວິທະຍາໄລລາດຊະພັດ ແລະ ຄະນະສິລະປະກອນແຂວງຈຳປາສັກ ສະແດງໃນພິທີເປີດງານວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພຸອີກດ້ວຍ.
ໃນພິທີ ໄດ້ມີການກ່າວລາຍງານຄວາມເປັນມາຂອງໂຄງການຈັດກິດຈະກຳ ກິລາ ແລະ ການທ່ອງທ່ຽວ,ໄດ້ມອບລາງວັນຊະນະເລິດແກ່ນັກກິລາແຕ່ລະປະເພດ ແລະ ຊົມການສະແດງແລກປ່ຽນສິລະປະວັດທະນະທຳແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີຢ່າງຄຶກຄຶ້ນມ່ວນຊື່ນ.
ເກດສະໜາ ແກ້ວສຸວັນນະແສງ