ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຈິວຊາຍກູ (Jiuzhaigou) ເປັນເຂດສະ ຫງວນດ້ານທໍາມະຊາດ ແລະ ເປັນອຸດທະ ຍານແຫ່ງຊາດ ທີ່ສວຍສົດງົດງາມທີ່ສຸດຢູ່ທາງພາກເໜືອຂອງແຂວງ ເຊສວນ, ທັງເປັນໜຶ່ງໃນຈໍານວນ 14 ແຫ່ງທີ່ເປັນມໍລະ ດົກໂລກດ້ານທໍາມະຊາດ ຢູ່ໃນ ສປ ຈີນ. ອຸດທະຍານ ຈິວຊາຍກູ ເປັນອຸດທະຍານທີ່ລືຊື່ ທາງດ້ານທິວທັດທີ່ສວຍສົດງົດ ງາມ, ພູຜາ ທີ່ສູງຊັນ ສະຫລັບສັບຊ້ອນກັນຢ່າງສວຍງາມ, ປ່າໄມ້ທີ່ຕຶບໜາ ແລະ ນາໆພັນທີ່ສວຍງາມ ໂດຍສະເພາະແມ່ນໃນຊ່ວງເລີ່ມຕົ້ນເຂົ້າລະດູໃບໄມ້ຫລົ່ນ, ຫ້ວຍນໍ້າລໍາທານ, ນໍ້າຕົກຕາດ ທີ່ມີຫລາຍຊັ້ນຫລາຍຕອນສວຍງາມທີ່ສຸດ, ໜອງນໍ້າສີມໍລະກົດ ອັນສວຍງາມ ແລະ ຫາຊົມໄດ້ຍາກ. ມີອຸ່ນຫະພູມສູງສຸດບໍ່ເກີນ 22 ອົງ ສາເຊ, ມີອາກາດທີ່ປອດໂປ່ງ. ອຸດທະ ຍານ ຈິວຊາຍກູ ເປັນສະຖານທີ່ໆດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວຢ່າງຫລວງຫລາຍ ທັງພາຍໃນ ແລະ ຕ່າງປະ ເທດ. ຫາກໃຜໄດ້ໄປທ່ຽວຊົມອຸດທະຍານ ຈີວຊາຍກູ ແລ້ວກໍຄືກັບວ່າຖືກສະເນ່ ຂອງຄວາມສວຍງາມທາງດ້ານທໍາມະຊາດ ແລະ ຊີວະນາໆພັນນັ້ນດຶງດູດ, ຈຶ່ງບໍ່ຢາກຈາກລາຈາກຂົງເຂດດັ່ງກ່າວ ແລະ ມີຄວາມຊົງຈໍາອັນໜ້າປະທັບໃຈ ຫາສິ່ງປຽບປານ ບໍ່ໄດ້ໄປຕະຫລອດການ.
ກຸ່ມຮ່ອມສາຍພູ ຈິວຊາຍກູ ເປັນສ່ວນນຶ່ງຂອງພູເຂົາ ມິນ (Min) ທີ່ເປັນຕອນສຸດ ທ້າຍຂອງສາຍພູພຽງຕິເບດ (Tibetan Plateau) ທີ່ແຜ່ລາມເປັນວົງກວ້າງປະ ມານ 60.000 ເຮັກຕາ (ເຂດສະຫງວນ) ແລະ ເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງວ່າເປັນຂົງເຂດທີ່ມີນໍ້າຕົກຕາດທີ່ສູງຊັນຫລາຍຊັ້ນຫລາຍຕອນ, ມີໜອງນໍ້າ ທີ່ມີສີສັນສວຍສົດງົດງາມທີ່ສຸດ, ພູເຂົາຫີມະທີ່ສູງຊັນໃນລະດັບແຕ່ 2.000 ຫາ 4.700 ແມັດ. ຂົງເຂດພູສູງ ຈິວຊາຍກູ ເມື່ອກ່ອນເປັນຂົງເຂດທີ່ຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກທີ່ຈະເຂົ້າໄປເຖິງຂົງ ເຂດດັ່ງກ່າວ. ປະຊາຊົນທີ່ອາໄສໃນເຂດດັ່ງກ່າວບໍ່ໜາແໜ້ນ, ສ່ວນໃຫຍ່ເປັນຊົນເຜົ່າ ຕິເບດ ແລະ ຊົນເຜົ່າ ກຽງ(Qiang).
ຍ້ອນຄວາມອຸດົມສົມບຸນທາງດ້ານປ່າໄມ້ນາໆຊະນິດ, ກ່ອນຊຸມປີ 1970 ຂົງເຂດດັ່ງກ່າວ ຈຶ່ງ ຕົກເປັນເປົ້າຂຸດຄົ້ນ ຂອງພວກພໍ່ຄ້າໄມ້ ທີ່ເຂົ້າໄປຕັດໄມ້ ທໍາລາຍປ່າໃນເຂດດັ່ງກ່າວ, ຈົນເຖິງປີ 1979, ລັດ ຖະບານ ຈີນ ເຫັນວ່າ ຂົງເຂດດັ່ງກ່າວ ຄວນຖືກປັບປຸງໃຫ້ເປັນເຂດປ່າສະ ຫງວນ. ດັ່ງນັ້ນ, ຈຶ່ງໄດ້ອອກຂໍ້ກໍານົດຫ້າມທຸກການຂຸດຄົ້ນເຄື່ອງປ່າຂອງດົງ ແລະ ການເຄື່ອນໄຫວຕັດໄມ້ທໍາລາຍປ່າ. ພ້ອມດຽວກັນນັ້ນກໍໄດ້ປຸກລະດົມໃຫ້ມີການຟື້ນຟູປ່າໄມ້ຄືນ, ດ້ວຍການປູກຕົ້ນໄມ້ທ້ອງຖິ່ນຄືນໃໝ່ໃຫ້ມີຄວາມດົກໜາ; ປັບປຸງ ແຫຼ່ງນໍ້າທໍາມະຊາດໃຫ້ມີຄຸນ ນະພາບດີ ມີຄວາມສະອາດ, ເຮັດໃຫ້ສະ ພາບອາກາດໃນຂົງເຂດດັ່ງກ່າວມີຄຸນ ນະພາບປອດໂປ່ງດີ ຈາກປ່າໄມ້ທີ່ຂຽວງາມດົກໜາກາຍເປັນປ່າທໍາມະຊາດຄືນໃໝ່. ໃນປີ 1982 ລັດຖະ ບານ ຈີນ ໄດ້ກໍານົດຂົງເຂດ ຈິວຊາຍກູໃຫ້ເປັນເຂດປ່າສະ ຫງວນແຫ່ງຊາດ, ຈາກນັ້ນ ໃນປີ 1984 ກໍໄດ້ມີການສ້າງຕັ້ງຄະນະກໍາມະການບໍລິ ຫານຄຸ້ມຄອງ ເພື່ອປັບປຸງ ແລະ ສົ່ງເສີມຂົງເຂດຮ່ອມພູ ຈິວຊາຍກູ ໃຫ້ ເປັນສະ ຖານທີ່ທ່ອງທ່ຽວທໍາມະຊາດແຫ່ງຊາດອີກແຫ່ງນຶ່ງ ຢູ່ໃນ ສ.ປ ຈີນ, ພ້ອມທັງໄດ້ເລີ່ມປັບປຸງສະຖານ ທີ່ຕ່າງໆເພື່ອຮອງຮັບນັກທ່ອງທ່ຽວ, ສ້າງຕັ້ງລະບຽບຫລັກການໃນການບໍລິຫານຄຸ້ມຄອງ ແລະ ການບໍລິ ການຕ່າງໆ ສໍາເລັດສົມບຸນໃນປີ 1987.
ນັບແຕ່ປີ 1987 ເປັນຕົ້ນມາ ອຸດທະຍານ ຈິວຊາຍກູ ໄດ້ກາຍເປັນອຸດທະຍານແຫ່ງ ຊາດທີ່ສົມບຸນແບບ, ສາມາດດຶງດູດຄວາມສົນໃຈຂອງບັນດານັກທ່ອງທ່ຽວທໍາມະຊາດ ນັບມື້ນັບເພີ່ມຂຶ້ນ. ໃນປີ 1992 ອຸດທະຍານ ຈິວຊາຍກູ ໄດ້ຖືກຮັບຮອງຈາກອົງການສະຫະປະຊາຊາດ ເພື່ອການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທໍາສາກົນ (UNESCO) ໃຫ້ເປັນມໍລະດົກໂລກດ້ານທໍາມະຊາດ ແລະ ໃນປີ 1997 ໄດ້ຖືກຮັບຮອງໃຫ້ເປັນເຂດສະຫງວນດ້ານຊີວະນາໆພັນ ຂອງໂລກ (World Biosphere Reserve); ພ້ອມດຽວກັນນີ້ ສະຫະພັນສາກົນ ເພື່ອການອະນຸລັກທໍາມະຊາດ (IUCN) ໄດ້ຈັດ ເຂດພູຜາ ຈິວຊາຍກູ ໃຫ້ຢູ່ໃນລະດັບທີ V ຄື: ພູມີປະເທດທີ່ຖືກປົກປ້ອງ (Category V protected Landscape) ແລະ ອົງການທ່ອງທ່ຽວແຫ່ງຊາດຈີນ ໄດ້ກໍານົດຂົງເຂດຮ່ອມພູຜາ ຈິວຊາຍກູ ໃຫ້ເປັນເຂດທ່ອງທ່ຽວ ທັດ ສະນີຍະພາບ ທີ່ສວຍງາມ ຂອງປະເທດຈີນ. ໃນການຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມ ແລະ ລະບົບນິເວດ ຢູ່ ສ.ປ ຈີນ, ໂດຍສະເພາະແມ່ນ ຂົງ ເຂດ ຈິວຊາຍກູ, ໃນກອງປະຊຸມໃຫຍ່ຂອງພັກຄອມມູນິດຈີນ ຄັ້ງທີ 18 ໃນປີ 2012, ໄດ້ໃຫ້ຄວາມສໍາຄັນ ກ່ຽວກັບການສົ່ງເສີມຄວາມສີວິໄລດ້ານລະບົບນິເວດ ເປັນເປົ້າໝາຍໃນການສ້າງສາປະເທດຊາດ. ຈາກເປົ້າ ໝາຍດັ່ງກ່າວນັ້ນ ໃນເດືອນ ມັງກອນ 2015 ກົດໝາຍວ່າດ້ວຍການປົກປັກຮັກສາສະພາບແວດລ້ອມ ສະ ບັບປັບປຸງໄດ້ຖືກໃຫ້ ສັດຕະຍາບັນ. ກົດໝາຍນີ້ ໄດ້ມີການປັບປຸງ ໂດຍເນັ້ນໃສ່ການພັດທະນາເສດຖະກິດ ຂອງຈີນ ແລະ ສົ່ງເສີ່ມການປົກປັກຮັກສາສະພາບແວດລ້ອມ ໃຫ້ເປັນພື້ນຖານດ້ານນະໂຍບາຍແຫ່ງຊາດ, ໂດຍໄດ້ເພີ່ມໂທດແກ່ບັນດາຜູ້ກະທໍາຜິດກົດໝາຍດັ່ງກ່າວ ແລະ ສົ່ງເສີ່ມໃຫ້ປະຊາຊົນຊົມໃຊ້ຜົນຜະລິດທີ່ເປັນມິດກັບສິ່ງແວດລ້ອມ.
ພາຍຫລັງທີ່ເຂດພູຜາ ຈິວຊາຍກູ ໄດ້ຖືກຮັບຮອງໃຫ້ເປັນ ອຸດທະຍານ ມໍລະດົກໂລກ ດ້ານທໍາມະຊາດ ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫລັ່ງໄຫລກັນເຂົ້າໄປທ່ຽວຊົມອຸດທະຍານ ດ້ານທໍາມະຊາດແຫ່ງນີ້ ຢ່າງຄັບຄາໜາແໜ້ນຕະຫລອດປີ. ອິງຕາມຕົວເລກທາງການຂອງ ອົງການທ່ອງທ່ຽວແຫ່ງຊາດຈີນ ແຈ້ງວ່າ ໃນປີ 1995 ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມ ອຸດທະຍານດັ່ງກ່າວ 160.000 ເທື່ອຄົນ, ໄດ້ເພີ່ມຂຶ້ນເປັນ 200.000 ເທື່ອຄົນ ໃນປີ 1997. ເລີ່ມຈາກປີ 2013 ສະຖານທີ່ ອຸດທະຍານແຫ່ງນີ້ໄດ້ຮັບນັກທ່ອງທ່ຽວ ຈໍານວນ 20.000 ຄົນຕໍ່ວັນ; ໃນປີ 2013 ຊ່ວງລະດູທີ່ນັກທ່ອງທ່ຽວໄປຢ້ຽມຢາມສູງສຸດປະມານ 41.000 ຄົນຕໍ່ວັນ (ທຽບໃສ່ປີ 2001 ມີ 12.000 ຄົນຕໍ່ວັນ), ໃນປີ 2015 ຈໍານວນນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມອຸດທະຍານດັ່ງກ່າວ ສູງເຖິງ 5 ລ້ານຄົນ. ນອກຈາກການທ່ຽວຊົມທໍາມະຊາດທີ່ສວຍສົດງົດງາມ ໃນຕອນກາງເວັນແລ້ວ, ໃນຕອນຄໍ່າ ຢູ່ທີິ່ບໍລິເວນໃກ້ຄຽງກັບທາງເຂົ້າອຸດທະຍານ ຍັງມີສະຖານທີ່ ແລະ ຫໍສະແດງຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວໄດ້ເບີກບານມ່ວນຊື່ນກັບການສະແດງດ້ານສິລະປະວັນນະຄະດີ ແລະ ວັດທະນະທໍາ ຂອງບັນດາຊົນເຜົ່າພື້ນເມືອງ, ຊຶ່ງໄດ້ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ນັກທ່ອງທ່ຽວທີ່ໄປຢ້ຽມຢາມສະຖານທີ່ອຸດທະຍານແຫ່ງນີ້. ຊື່ສຽງຂອງມໍລະ ດົກໂລກອຸດທະຍານດ້ານທໍາມະຊາດ ຈິວຊາຍກູ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ ອັນໄດ້ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວ ຢາກໄປພັກຜ່ອນ ແລະ ທ່ຽວຊົມສະຖານທີ່ດັ່ງກ່າວ, ຈຶ່ງເຮັດໃຫ້ຈໍານວນນັກທ່ອງທ່ຽວໃນແຕ່ລະວັນເພີ່ມຫລາຍຂຶ້ນ ຈົນທາງອົງການກ່ຽວຂ້ອງຕ້ອງໄດ້ອອກຂໍ້ກໍານົດໃຫ້ຈໍາກັດຈໍານວນຜູ້ເຂົ້າທ່ອງທ່ຽວໃນເຂດອຸດທະຍານ, ທັງນີ້ກໍເພື່ອ ປ້ອງກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປົກປັກຮັກສາສະ ພາບຂອງອາກາດໃຫ້ມີຄວາມປອດໂປ່ງຕະຫລອດປີ.
ໃນເດືອນສິງຫາ 2017, ໄດ້ເກີດເຫດໄພພິບັດທາງທໍາມະຊາດຄັ້ງຮ້າຍແຮງ ຍ້ອນແຜນດິນໃຫຍ່ ທີ່ມີຄວາມແຮງສັ່ນສະເທືອນແທກໄດ້ສູງເຖິງ 7,0 ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ ອຸດທະຍານແຫ່ງນີ້ຢ່າງຫລວງຫລາຍເປັນຕົ້ນແມ່ນ ພູຜາເຈື່ອນ, ຫ້ວຍນໍ້າລໍາທານຖືກເສາະເຈື່ອນ, ເຮືອນພັກ, ໂຮງແຮມ ເພພັງຢ່າງຫລວງຫລາຍ. ທາງການ ສປ ຈີນ ສົມທົບກັບ ອົງການ UNESCO ແລະ ອົງການສາກົນທີ່ກ່ຽວຂ້ອງອຶ່ນໆ ໄດ້ເລັ່ງປັບປຸງແກ້ໄຂ ແລະ ປົວແປງຂົງເຂດດັ່ງກ່າວ ເພື່ອໃຫ້ສາມາດກັບຄືນມາເປັນ ອຸດ ທະຍານທີ່ສວຍສົດງົດງາມຄືເກົ່າ. ທາງດ້ານອາຄານສະຖານທີ່ຮອງຮັບນັກທ່ອງທ່ຽວ ເປັນຕົ້ນໂຮງແຮມ ຈໍານວນ 100 ກວ່າຫລັງ ກໍໄດ້ມີການຈັດສັນໃຫ້ກໍ່ສ້າງຄືນໃຫມ່ ໂດຍໃຫ້ຍັບຫ່າງອອກຈາກທາງເຂົ້າ ອຸດ ທະຍານພໍສົມຄວນ. ປັດຈຸບັນມໍລະດົກໂລກອຸດທະຍານດ້ານທໍາມະຊາດແຫ່ງນີ້ ໄດ້ເປີດໃຫ້ ນັກທ່ອງທ່ຽວ ເຂົ້າຊົມແລ້ວ.
ນັກທ່ອງທ່ຽວຫລາຍທ່ານອາດສົນໃຈວ່າໃນຊ່ວງໃດ ທີ່ເໝາະສົມໃນການໄປທ່ຽວຊົມ? ໄລຍະທີ່ງາມທີ່ສຸດ ແລະ ນັກທ່ອງທ່ຽວເຂົ້າໄປໃນອຸດທະຍານແຫ່ງນີ້ຫລາຍທີ່ສຸດ ແມ່ນຊ່ວງເດືອນ ກໍລະກົດ ຫາທ້າຍເດືອນ ກັນຍາ ຈະເຫັນຄວາມຫລາກຫລາຍສີສັນຂອງ ພູຜາປ່າດົງ ແລະ ໜອງນໍ້າ ສີມໍລະກົດ ທີ່ຫາຊົມໄດ້ຍາກ. ການເດີນທາງໄປທ່ຽວຊົມ ມໍລະດົກໂລກອຸດທະຍານທໍາມະຊາດ ຈິວຊາຍກູ ຈາກ ສປປ ລາວ ຈະຕ້ອງໄດ້ເດີນທາງຈາກ ວຽງຈັນ-ຄຸນໝິງ ຈາກນັ້ນ ກໍຕໍ່ເຄື່ອງບິນໄປລົງ ທີ່ເສີນຕູ ຫລື ຊົ່ງກິງ ແລ້ວຕໍ່ເຄື່ອງບິນໄປລົງທ່ີສະໜາມບິນ ຈູຫາຍ ຫວງລອງ ທີ່ເປັນສະໜາມບິນສ້າງຢູ່ເຂດທີ່ມີຄວາມສູງທີ່ສຸດຈາກລະ ດັບນໍ້າທະເລປະມານ 3.448 ແມັດ. ຈາກນັ້ນ, ກໍນັ່ງລົດເມ ໂດຍໃຊ້ເວລາເດີນທາງປະມານ ໜຶ່ງຊົ່ວໂມງ ຈຶ່ງຈະເຖິງສະຖານທີ່ທ່ອງທ່ຽວ ຈິວຊາຍກູ.
ຄືໄດ້ກ່າວໃນເບື້ອງຕົ້ນ ປະຊາຊົນທີ່ອາໄສຢູ່ໃນຂົງເຂດດັ່ງກ່າວ ມີບໍ່ເຖິງ 1.000 ຄົນ, ມີທັງໝົດ 9 ບ້ານ, ສ່ວນໃຫຍ່ເປັນຊົນເຜົ່າ ຕິເບດ ແລະ ຊົນເຜົ່າກ່ຽງ. ການທີ່ມີປະຊາກອນບໍ່ຫລາຍແມ່ນຍ້ອນນະໂຍ ບາຍຫລຸດຜ່ອນປະຊາກອນໃນຂົງເຂດປ່າສະຫງວນລົງ. ເມື່ອກ່ອນປະຊາຊົນສ່ວນໃຫຍ່ໃນຂົງເຂດດັ່ງກ່າວມີອາຊີບເປັນຊາວກະສິກອນປູກຝັງ ແລະ ລ້ຽງ ສັດ. ໃນເມື່ອຂົງເຂດດັ່ງກ່າວກາຍເປັນເຂດປ່າສະຫງວນ ຈຶ່ງບໍ່ອະນຸຍາດໃຫ້ປະຊາຊົນບຸກລຸກປ່າໄມ້ ແລະຂຸດຄົ້ນເຄື່ອງປ່າຂອງດົງໄດ້ອີກຕໍ່ໄປ, ແຕ່ໄດ້ຊຸກຍູ້ໃຫ້ມີການປ່ຽນອາຊີບໃນການຜະລິດເຄື່ອງຂອງ ທີ່ເປັນຂອງລະນຶກ ເພື່ອຈໍາໜ່າຍໃຫ້ແກ່ນັກທ່ອງທ່ຽວ; ອົງການທ່ອງ ທ່ຽວແຫ່ງຊາດ ສ ປ ຈີນ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນຂົງເຂດດັ່ງກ່າວ ດ້ານການບໍລິຫານຈັດການ ແລະ ການບໍລິການ ນັກທ່ອງທ່ຽວ. ສົ່ງເສີມໃຫ້ເຮັດທຸລະກິດຂະໜາດນ້ອຍໃນການບໍລິການແກ່ນັກທ່ອງທ່ຽວ, ມີຮ້ານຂາຍເຄື່ອງຕ້ອນເຄື່ອງຟາກ, ຮ້ານຂາຍເຄື່ອງຫັດຖະກໍາພື້ນເມືອງ, ຮ້ານອາຫານ, ເຮືອນພັກ, ໂຮງແຮມ. ຊາວໜຸ່ມຍິງຊາຍໄດ້ຖືກສົ່ງເສີມໃຫ້ເປັນນັກສະແດງສິລະປະວັນນະຄະດີ ຊົນເຜົ່າພື້ນເມືອງ, ເຮັດວຽກບໍລິການໃນຮ້ານອາຫານ, ເຮືອນພັກ, ໂຮງແຮມ, ຜູ້ນໍາພາແຂກທ່ອງທ່ຽວ ສະຖານທີ່ທໍາມະຊາດ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ, ອັນໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນຂົງເຂດດັ່ງກ່າວ ມີວຽກເຮັດງານທໍາທີ່ຖາວອນ, ມີອາຊີບຄົງທີ່ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດດັ່ງກ່າວໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງກ້າວກະໂດດ.
(ຄົ້ນຄວ້າຮຽບຮຽງໂດຍ:ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງ ປະເທດ)