ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂຄວິດ19 (Covid-19) ແມ່ນຊື່ຫຍໍ້ມາຈາກຄໍາວ່າໂຄໂຣນາໄວຣັດ 2019 (Coronavirus dissase 2019) ກຳນົດຊື່ໂດຍອົງການອະນາໄມໂລກ ແມ່ນພະຍາດລະບາດຮ້າຍແຮງຕິດແປດກັນໄດ້ງ່າຍ ຜ່ານລະບົບທາງເດີນຫາຍໃຈຂອງມະນຸດທີ່ເກີດຈາກໄວຣັດໂຄໂຣນາເຊິ່ງມີຊື່ຫຍໍ້ເປັນທາງການວ່າ “SARS-CoV-2” ເຮັດໃຫ້ຄົນຕິດເຊື້ອມີອາການໄຂ້,ໄອແລະບາງຄັ້ງອາດເຮັດໃຫ້ປອດອັກເສບ.ເລີ່ມພົບຜູ້ຕິດເຊື້ອຄົນທໍາອິດເມື່ອເດືອນທັນວາ ປີ 2019 ທີ່ເມືອງອູຮັ້ນແຂວງຫູເປີຍທາງພາກກາງຂອງປະເທດຈີນ. ຍ້ອນໄດ້ນໍາໃຊ້ມາດຕະການປ້ອງກັນຢ່າງວ່ອງໄວແລະເຂັ້ມງວດ ພ້ອມທັງທົ່ວປະເທດຈີນມີຄວາມສາມັກຄີກັນໃນການຕໍ່ຕ້ານກັບພະຍາດຮ້າຍ, ໃນທີ່ສຸດປະເທດຈີນກໍ່ສາມາດຄວມຄຸມການລະບາດໄວ້ໄດ້ ຈົນເກືອບວ່າບໍ່ມີຜູ້ຕິດເຊື້ອເລີຍຢູ່ພາຍໃນປະທດຈີນໃນປັດຈຸບັນນີ້.
ເວົ້າສະເພາະປີ 2020 ປະເທດລາວ ກໍ່ຄື ປະເທດຈີນ ແລະ ປະເທດຕ່າງໆໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ຢ່າງໜັກໜ່ວງ. ສໍາຫຼັບປະເທດລາວໄດ້ປະກາດພົບຜູ້ຕິດເຊື້ອໂຄວິດ-19, 2ຄົນທໍາອິດໃນວັນທີ 24 ມີນາປີ 2020 ແລະໄດ້ຂໍການຊ່ວຍເຫຼືອນໍາລັດຖະບານຈີນ. ຈາກນັ້ນ,ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ເລືອກເຟັ້ນຜູ້ຊ່ຽວຊານກະກຽມແລະລໍາລຽງເຄື່ອງຊ່ວຍເຫຼືອ ຈົນຮອດສົ່ງທີມແພດແລະຊ່ຽວ ຊານຈີນເດີນທາງມາຮອດນະຄອນຫຼວງວຽງຈັນໂດຍໃຊ້ເວລາພຽງແຕ່ 5 ວັນເທົ່ານັ້ນ. ທີມແພດແລະຊ່ຽວຊານຈີນຊຸດທໍາອິດປະກອບມີສະມາຊິກທັງໝົດ 12 ທ່ານ, ເຊິ່ງເປັນຜູ້ຊ່ຽວ ຊານທີ່ມີລະດັບວິຊາການສູງໃນຂົງເຂດການປ້ອງກັນແລະຄວບຄຸມການລະບາດ, ການເບິ່ງ ແຍງຄົນເຈັບສາຫັດ,ພະຍາດລະບາດ,ການວິເຄາະແລະອື່ນໆ. ໂດຍທີມແພດແລະຊ່ຽວຊານຈີນໄດ້ຕິດຕັ້ງພ້ອມທັງອົບຮົມຄວາມຮູ້ໃຫ້ແພດໝໍລາວຢູ່ສູນວິເຄາະແຫ່ງຊາດ ແລະ ສູນລະ ບາດວິທະຍາຮູ້ຈັກນໍາໃຊ້ເຄື່ອງມືທີ່ເອົາມາແຕ່ຈີນ, ເຮັດໃຫ້ແພດໝໍລາວສາມາດວິເຄາະຕົວ ຢ່າງໄດ້ 500 ກວ່າຄົນຕໍ່ມື້ຈາກເມື່ອກ່ອນວິເຄາະໄດ້ພຽງແຕ່ 200 ຄົນຕໍ່ມື້. ຕໍ່ມາບໍ່ດົນ,ຄະນະຜູ້ຊ່ຽວຊານດ້ານການແພດຈີນຊຸດທີ 2 ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານດ້ານການລະບາດວິທະຍາ,ການຂ້າເຊື້ອ,ການກວດກາຈາກຫ້ອງກວດວິເຄາະ,ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ໄດ້ເດີນທາງມາລາວເພື່ອປະຕິບັດໜ້າທີ່ຊ່ວຍເຫຼືອ ແພດໝໍລາວຕ້ານການລະບາດຂອງພະຍາດໂຄວິດ19ເປັນເວລາ 2 ອາທິດ.
ສ່ວນການຊ່ວຍເຫຼືອດ້ານວັກຊິນແລະອຸປະກອນການແພດເລີ່ມແຕ່ວັນທີ 8 ກຸມພາປີ 2021 ເປັນຕົ້ນມາຮອດປັດຈຸບັນນີ້, ລັດຖະບານຈີນ, ກອງທັບປົດປ່ອຍປະຊາຊົນຈີນ ແລະບັນດາແຂວງຂອງຈີນ ໄດ້ມອບວັກຊິນເປັນຈໍານວນຫຼາຍຄັ້ງລວມທັງອຸປະກອນການແພດປະກອບມີເຄື່ອງກວດຫາເຊື້ອໂຄວິດ-19,ນໍ້າຢາກວດເຊື້ອໂຄວິດ-19,ເຄື່ອງຊ່ວຍຫາຍໃຈ,ເຄື່ອງແທກຫົວໃຈດ້ວຍຄື້ນໄຟຟ້າແລະອື່ນໆເປັນຈໍານວນຫຼາຍໃຫ້ແກ່ລັດຖະບານລາວ, ກອງທັບປະຊາ ຊົນລາວແລະບັນດາແຂວງຂອງລາວ ລວມຈໍານວນວັກຊິນທີ່ຈີນໃຫ້ການຊ່ວຍເຫຼືອລາວແມ່ນມີຫຼາຍເຖິງ 8.900.000 ໂດສ. ໃນນີ້ຄັ້ງຫຼ້າສຸດແມ່ນມອບໃຫ້ຈໍານວນ 2.000.000 ໂດສ ໃນວັນທີ 25 ມັງກອນ 2022 ນີ້. ເຮັດໃຫ້ປະເທດລາວສາມາດຄວບຄຸມ ແລະສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ19ຢູ່ພາຍໃນປະເທດໄດ້ໃນລະດັບພື້ນຖານ.
ປັດຈຸບັນ,ຈີນໄດ້ກາຍເປັນປະທດອັບດັບທີ 1 ໃນການຊ່ວຍເຫລືອດ້ານວັກຊິນ ແລະອຸປະກອນການແພດເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ19ໃຫ້ແກ່ລາວ,ເປັນການຊ່ວຍຍົກລະດັບພູມຄຸ້ມກັນຂອງປະຊາກອນລາວໃຫ້ສູງຂື້ນດ້ວຍການລະດົມສັກ ວັກຊິນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃນເວລາອັນສັ້ນ. ໂດຍສືບຕໍ່ຈາກຜົນສໍາເລັດທີ່ ໄດ້ຮັບຍ້ອນການບັນລຸເປົ້າ ໝາຍສັກວັກຊິນໃຫ້ໄດ້ຢ່າງໜ້ອຍ 50 ສ່ວນຮ້ອຍຂອງພົນລະເມືອງພາຍໃນປີ2021ຜ່ານມາ,ລັດຖະບານລາວຈື່ງໄດ້ສືບຕໍ່ວາງເປົ້າໝາຍໃນການສັກວັກຊິນໃຫ້ກວມ 80 ສ່ວນຮ້ອຍຂອງພົນລະເມືອງລາວພາຍໃນປີ2022 ນີ້ ເພື່ອເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ໂຄງການເປີດປີທ່ອງທ່ຽວສີຂຽວຂອງລາວໃນປີນີ້ ເຊິ່ງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງທີ່ສຸດເຖິງຄວາມເປັນຫ່ວງເປັນໄຍ ແລະຄວາມເອົາໃຈໃສ່ຂອງພັກ, ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ. ພ້ອມກັນນີ້ຍັງສະແດງອອກໃຫ້ເຫັນແຈ້ງເຖິງມູນເຊື້ອຄວາມເປັນເພື່ອນມິດສະຫາຍອ້າຍນ້ອງມາແຕ່ເຫີງນານ,ພ້ອມທັງເປັນຄູ່ຮວມຍຸດທະສາດໝັ້ນຄົງຍາວນານຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມລາວ-ຈີນ,ຈີນ-ລາວເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກນັບມື້ບໍ່ຢຸດຢັ້ງ. ພັກ,ລັດແລະປະຊາຊົນລາວຍາມໃດກໍ່ໄດ້ເອົາໃຈໃສ່ຖະໜຸຖະໜອມມິດຕະພາບອັນເປັນມູນເຊື້ອ ທີ່ການນຳຮຸ່ນກ່ອນຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະຈະສືບຕໍ່ຜັນຂະຫຍາຍສາຍພົວພັນທີ່ມີມູນເຊື້ອອັນດີງາມນີ້ໃຫ້ໝັ້ນຄົງຕະຫຼອດໄປ.
ໂດຍ: ຟ້າໃສຈະເລີນສຸກ