ຊີວິດການເປັນຢູ່ຂອງປະຊາຊົນບໍ່ມີເລື່ອງເລັກເລື່ອງນ້ອຍ,ເລື່ອງໃດກໍ່ຕ້ອງໃຫ້ຄວາມເອົາໃຈໃສ່.ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາໃນເລລາປຶກສາຫາລືກັບຄະນະຜູ້ ແທນທີ່ເຂົ້າຮ່ວມກອງປະຊຸມສະພາປຶກສາການເມືອງປະຊາຊົນຈີນແລະສະພາຜູ້ແທນປະຊາຊົນຈີນຫຼືເອີ້ນສັ້ນໆວ່າ:ສອງປະຊຸມສອງສະພາທ່ານສີຈິ້ນຜິງໄດ້ເອົາໃຈໃສ່ທີ່ສຸດນຳ ຫົວຂໍ້ກ່ຽວ ກັບຊີວິດການເປັນຢູ່ຂອງປະຊາ ຊົນແລະໄດ້ວາງແຜນການຢ່າງລະອຽດ ເພື່ອໃຫ້ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ຄວາມຮູ້ສຶກມີຄວາມສຸກແລະ ຄວາມຮູ້ສຶກມີຄວາມປອດໄພຫຼາຍກວ່າເກົ່າ.
ໃນກອງປະຊຸມສອງສະພາປີ 2022 ນີ້, ທ່ານສີຈິ້ນຜິງໄດ້ເນັ້ນ ໜັກວ່າ:"ຕໍ່ກັບປະຊາຊົນທີ່ມີຄວາມຫຍຸ້ງຍາກ,ພວກເຮົາຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິ ເສດ,ໃຫ້ຄວາມຮັກແພງເປັນພິເສດແລະໃຫ້ຄວາມຫ່ວງໃຍເປັນພິເສດ,ຊ່ວຍແກ້ໄຂຄວາມເປັນຫ່ວງແລະຄວາມຫຍຸ້ງຍາກໃຫ້ແກ່ພວກເຂົາເຈົ້າ." ຕາມທິດຊີ້ນຳຂອງທ່ານສີຈິ້ນຜິງ,ໃນອະນາຄົດຈີນຈະສືບຕໍ່ສຸມໃສ່ຊຸກຍູ້ການພັດທະນາວຽກງານການປະກັນສັງຄົມຢ່າງມີຄຸນ ນະພາບສູງ,ເພີ່ມທະວີຄວາມເປັນເອກະ ພາບແລະຄວາມເປັນລະບຽບແບບແຜນຂອງລະບຽບການ,ພັດ ທະນາລະບົບການປະ ກັນບຳນານທີ່ມີຫຼາຍລະດັບແລະຫຼາຍເສົາຄ້ຳ,ເພື່ອຈັດເອົາປະຊາຊົນຫຼາຍກວ່າ ເກົ່າເຂົ້າໃນລະບົບການປະກັນສັງຄົມ.ປັບປຸງລະບຽບການປະກັນສັງຄົມສຳລັບຜູ້ ປະກອບອາຊີບຢ່າງຄ່ອງຕົວໃຫ້ສົມບູນຂຶ້ນ,ເປີດກວ້າງອັດຕາຜູ້ເຂົ້າຮ່ວມການປະກັນໄພຫວ່າງງານ ການປະກັນໄພອຸບັດຕິເຫດແຮງງານ ການປະກັນໄພ ຈະເລີນພັນ,ເຮັດໃຫ້ລະບຽບການມີຄວາມຍຸຕິທຳຫຼາຍກວ່າເກົ່າ,ຂອບ ເຂດປົກຄຸມ ກວ້າງຂວາງກວ່າເກົ່າ,ໃຫ້ການຮັບປະກັນອັນພື້ນຖານແກ່ປະຊາຊົນໃນດ້ານຊີວິດ ການເປັນຢູ່ແລະສຸຂະພາບ.


