ຫວ່າງມໍ່ໆມານີ້, ນັກບິນອະວະກາດຈີນ 3 ຄົນໄດ້ຂຶ້ນສູ່ຫ້ອງແກນກາງທ່ຽນເຮີ(core module)ຂອງສະຖານີອະວະກາດດ້ວຍຍານອະວະກາດບັນທຸກຄົນ “ເສີນໂຈ່ 12”, ແລະຈະປະຕິບັດພາລະກິດຢູ່ໃນອະ ວະກາດເປັນເວລາ 3 ເດືອນ. ນີ້ແມ່ນການບິນອະວະກາດຄັ້ງທີ 19 ພາຍຫຼັງຈີນເລີ່ມປະຕິບັດໂຄງການການບິນອະວະກາດບັນທຸກຄົນ, ທັງເປັນການບິນອະວະກາດບັນທຸກຄົນຄັ້ງທຳອິດໃນໄລຍະທີ່ຈີນກໍ່ ສ້າງສະຖານີອະວະກາດຂອງຕົນເອງ, ຈີນປະສົບຜົນສຳເລັດຄັ້ງໃໝ່ໃນພາລະກິດການບິນອະວະກາດ, ແລະຈະສ້າງໂອ ກາດໃໝ່ດ້ານການສຳຫຼວດອະວະ ກາດໃຫ້ແກ່ມວນມະນຸດ.
ເລີ່ມແຕ່ ຈີນໄດ້ສົ່ງດາວທຽມດວງທຳອິດ “ຕຸ່ງຟັງຫົງ 1” ຂຶ້ນສູ່ອະວະກາດຢ່າງສຳ ເລັດຜົນເມື່ອວັນທີ 24 ເມສາປີ 1970 ເປັນຕົ້ນມາ, ພາລະກິດການບິນອະວະ ກາດຂອງຈີນກໍໄດ້ເລີ່ມຂະບວນການອັນຍິ່ງໃຫຍ່ມະໂຫລານ. ປີ 2003, ທ່ານຢາງລີ້ເຫວີຍ, ນັກບິນອະວະກາດຈີນກໍໄດ້ເຮັດສຳເລັດພາລະກິດການບິນອະວະ ກາດບັນທຸກຄົນເປັນຄັ້ງທຳອິດຢ່າງຈົບງາມດ້ວຍຍານອະວະກາດ “ເສີນໂຈ່ 5”, ຈາກການສົ່ງດາວທຽມ “ສາງເອີ 1” ຈົນຮອດຍານສຳຫຼວດ “ສາງເອີ 4” ທີ່ລົງຈອດຢູ່ດ້ານຫຼັງຂອງດວງຈັນຢ່າງສຳ ເລັດຜົນ, ຈົນຮອດການສົ່ງຍານສຳຫຼວດດວງ ຈັນ “ຢວີ້ທູ້ 2” ທີ່ໄດ້ເລີ່ມປະຕິບັດໜ້າທີ່ຢູ່ພື້ນຜິວດວງຈັນແລະດາວທຽມທົດລອງເຕັກນິກໂທລະຄົມເລກ 5 ຂຶ້ນສູ່ອະວະ ກາດໃນປີນີ້, ການບິນອະວະກາດບັນທຸກຄົນ, ສະຖານີອະວະກາດ, ລະບົບເປີຍໂຕ, ຍານສຳຫຼວດດວງຈັນສາງເອີ, ດາວທຽມທົດລອງວິທະຍາສາດກວນຄຸມໂມ້ຈືແລະອື່ນໆໄດ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງຈີນ, ທັງສະແດງໃຫ້ເຫັນວ່າພາລະ ກິດການບິນອະວະກາດຂອງຈີນໄດ້ຮັບຜົນງານດີເດັ່ນທີ່ປະຈັກຕາທົ່ວໂລກ, ຈີນໄດ້ມີຖານະສຳຄັນໃນຂົງເຂດການບິນອະວະກາດຂອງໂລກ. ຜົນງານເຫຼົ່ານີ້ເຮັດໃຫ້ປະຊາຄົມໂລກມີຄວາມຕື່ນເຕັ້ນແລະກ່າວວ່າ: ຈີນພວມເລັ່ງລັດກ້າວໄປສູ່ການເປັນປະເທດເຂັ້ມແຂງໃນດ້ານການບິນອະວະກາດ.
ຄວາມຈິງໄດ້ພິສູດໃຫ້ເຫັນວ່າ: ພາຍໃຕ້ການຊີ້ນຳນຳພາຢ່າງເຂັ້ມແຂງຂອງພັກກອມມູນິດຈີນ, ໂດຍອາໄສການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງຂອງປະຊາຊົນຈີນໃນດ້ານເຕັກນິກວິທະຍາສາດແລະຄວາມ ດີເລີດຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຈີນສາມາດເປີດເສັ້ນທາງການພັດທະນາການບິນອະວະ ກາດທີ່ມີສີສັນພິເສດຂອງຕົນໄດ້ຢ່າງສຳເລັດຜົນ.
ຈີນໄດ້ດຳເນີນການແລກປ່ຽນແລະການຮ່ວມມືກສາກົນກັບປະເທດແລະເຂດ ແຄວ້ນທີ່ກ່ຽວຂ້ອງດ້ານການບິນອະວະ ກາດ, ໂດຍປະຕິບັດຕາມຫຼັກການ “ການນຳໃຊ້ອະວະກາດໃນທາງສັນຕິ, ສະເໝີ ພາບກັນແລະຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ພັດທະນາຮ່ວມກັນ” ຢ່າງສະເໝີຕົ້ນສະເໝີປາຍດ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບໃນຖານະປະເທດໃຫຍ່. ນັບແຕ່ດຳເນີນໂຄງການການບິນອະວະກາດບັນທຸກຄົນເປັນຕົ້ນມາ, ຈີນໄດ້ຮ່ວມມືແລະແລກປ່ຽນຢ່າງກວ້າງຂວາງກັບອົງການຈັດຕັ້ງການບິນອະວະກາດຂອງຫຼາຍປະເທດແລະອົງ ການການບິນອະວະກາດສາກົນເຊັ່ນ: ຣັດເຊຍ, ເຢຍລະມັນ, ຝຣັ່ງ, ແບນຊິກ, ອີຕາລີ, ອົງການອະວະກາດຊັ້ນນອກຂອງ ສປຊ, ອົງການການບິນອະວະກາດເອີຣົບແລະອື່ນໆ. ນອກນີ້, ຈີນພວມດຳເນີນການແລກປ່ຽນແລະຮ່ວມມືສອງຝ່າຍກັບຝຣັ່ງ, ອີຕາລີ, ປາກີສະຖານແລະປະເທດອື່ນໆໂດຍປິ່ນອ້ອມການດຳເນີນການທົດລອງຢູ່ສະຖານີອະວະກາດຈີນ. ຫ້ອງແກນກາງແລະຫ້ອງທົດລອງຂອງສະຖານີອະວະກາດຈີນໄດ້ມີຈຸດເຊື່ອມຕໍ່ທີ່ຖືກກັບມາດຕະຖານສາກົນ, ມີຄວາມສາມາດທີ່ຈະດຳເນີນການຮ່ວມມືສາກົນໃນດ້ານມີຈຸດການທົດລອງວິທະຍາສາດປະເພດຕ່າງໆ, ສະຖານີອະວະກາດຈີນຈະກາຍ ເປັນຫ້ອງທົດລອງອະວະກາດທີ່ສາມາດສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດ.
ການສຳຫຼວດອະວະກາດແມ່ນພາລະກິດຮ່ວມຂອງມວນມະນຸດ, ການສ້າງແລະການໂຄຈອນຂອງສະຖານີອະວະກາດຢູ່ວົງໂຄຈອນໃກ້ກັບໜ່ວຍໂລກ, ສາມາດຊຸກຍູ້ການຄົ້ນພົບທາງວິທະຍາສາດແລະການພັດທະນາດ້ານເຕັກນິກຢ່າງໃຫຍ່ ຫຼວງ, ພ້ອມດຽວກັນນີ້ຍັງເປັນຂີດໝາຍສຳຄັນເພື່ອສະທ້ອນໃຫ້ເຫັນເຖິງກຳລັງແຮງສັງລວມຂອງຊາດຂອງປະເທດໃດໜຶ່ງໃນດ້ານເສດຖະກິດແລະວິທະຍາ ສາດເຕັກນິກ. ພາຍໃຕ້ການປະຕິບັດຕາມຫຼັກການ “ການນຳໃຊ້ອະວະກາດໃນທາງສັນຕິ, ສະເໝີພາບກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ພັດທະນາຮ່ວມກັນ”, ສະຖານີອະວະກາດຂອງຈີນໄດ້ຕາງໜ້າໃຫ້ຄວາມກ້າຫານແລະຄວາມໝັ້ນໜຽວຂອງມະນຸດທີ່ຈະສຳຫຼວດອະວະກາດຢ່າງບໍ່ຢຸດຢັ້ງ, ເປັນປະກອບສ່ວນສະຕິປັນຍາແລະພະລັງແຮງຂອງປະຊາຊົນຈີນໃຫ້ແກ່ມວນມະນຸດໃນດ້ານການນຳໃຊ້ອະວະກາດໃນທາງສັນຕິ.
Loading...