ອີງຕາມຕົວເລກສະຖິຕິຫຼ້າສຸດຂອງອົງການອະນາໄມໂລກ, ນັບມາຮອດເວລາ 22 ໂມງ 36 ນາທີຂອງວັນທີ 13 ກັນຍານີ້, ທົ່ວໂລກມີຜູ້ເປັນພະຍາດໂຄວິດ-19 ຫຼາຍກວ່າ 220 ລ້ານກໍລະນີ, ມີຜູ້ເສຍຊີວິດແລ້ວ 4,63 ລ້ານຄົນ. ນອກນີ້, ຕົວເລກສະຖິຕິດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ອາເມຣິກາ, ອິນເດຍ, ອັງກິດ, ຟິລິບປິນ ແລະຕວກກີແມ່ນ 5 ປະເທດທີ່ມີຜູ້ເປັນພະຍາດເພີ່ມໃໝ່ຫຼາຍທີ່ສຸດ, ອາເມຣິກາ, ຣັດເຊຍ, ແມັກຊິກ, ເບຼຊິນ ແລະມາເລເຊຍແມ່ນ 5 ປະເທດທີ່ມີຜູ້ເສຍຊີວິດເພີ່ມໃໝ່ຫຼາຍທີ່ສຸດ.
ອີງຕາມສະພາບການໃນປັດຈຸບັນນີ້, ການສັກວັກຊີນແມ່ນໜ້າວຽກສຳຄັນຂອງໂລກ. ແຕ່ອາເມຣິກາແລະເອີຣົບໄດ້ພ້ອມ ກັນມິດງຽບໃນເລື່ອງທີ່ໃຫ້ການຊ່ວຍເຫຼືອດ້ານວັກຊີນ. ເຖິງວ່າອາເມຣິກາແລະປະເທດຮັ່ງມີອື່ນໆໄດ້ໃຫ້ການຊ່ວຍເຫຼືອວັກຊີນຈຳນວນໜຶ່ງແລ້ວ, ແຕ່ຍັງໜ້ອຍກວ່າເປົ້າໝາຍທີ່ໄດ້ຮັບປາກໄວ້.
ວັນທີ 8 ກັນຍານີ້, ທ່ານເຕໂດຼສ ຜູ້ອຳ ນວຍການໃຫຍ່ອົງການ WHO ໄດ້ສະ ແດງຄວາມຜິດຫວັງຕໍ່ຄຳໝັ້ນສັນຍາຂອງປະເທດຮັ່ງມີ ທີ່ຈະຊ່ວຍເຫຼືອວັກຊີນແຕ່ບໍ່ເປັນໄປຕາມຄຳໝັ້ນສັນຍາທີ່ໃຫ້ໄວ້. ທ່ານກ່າວວ່າ: ຕາມຄຳໝັ້ນສັນຍາວ່າຈະໃຫ້ການຊ່ວຍເຫຼືອວັກຊີນຫຼາຍກວ່າ 1 ຕື້ຫຼອດ, ແຕ່ໃນຕົວຈິງມີບໍ່ເຖິງ 15%. ທ່ານກ່າວຕື່ມວ່າ: “ພວກເຮົາບໍ່ຕ້ອງການຄຳໝັ້ນສັນຍາຫຼາຍກວ່ານີ້ອີກແລ້ວ, ແຕ່ພວກເຮົາຕ້ອງການວັກຊີນເທົ່ານັ້ນ.”
ໂດຍປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຂ້ຽວຂາດໃນທົ່ວໂລກ, ຈີນພວມໃຫ້ການຊ່ວຍ ເຫຼືອແກ່ຝ່າຍຕ່າງໆ ໂດຍສະເພາະໄດ້ຊ່ວຍເຫຼືອປະເທດພວມພັດທະນາໃຫ້ສາມາດໄດ້ຮັບວັກຊີນຕາມຄວາມສາມາດຂອງຕົນ, ໃຊ້ການກະທຳຕົວຈິງເພື່ອຊຸກຍູ້ການແບ່ງປັນວັກຊີນຢ່າງຍຸຕິທຳ ແລະນຳຄວາມຫວັງມາໃຫ້ແກ່ຊາວໂລກຫຼາຍກວ່າເກົ່າ, ໃນເວລາເຂົ້າຮ່ວມກອງປະຊຸມພົບ ປະຜູ້ນຳປະເທດບຣິກສຄັ້ງທີ 13 ຜ່ານທາງວີດີໂອໃນວັນທີ 9 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດວ່າ: ນອກຈາກຈີນໃຫ້ການຊ່ວຍເຫຼືອ 100 ລ້ານໂດລາສະຫະລັດໃຫ້ກັບ “ແຜນດຳເນີນງານວັກຊີນໂຄວິດ-19” ແລ້ວ, ຈີນຍັງຈະຊ່ວຍເຫຼືອວັກຊີນໂຄວິດ-19 ໃຫ້ກັບປະເທດທີ່ພວມພັດທະນາເປັນຈຳ ນວນ 100 ລ້ານຫຼອດພາຍໃນປີນີ້. ນັບມາຮອດປັດຈຸບັນນີ້, ຈີນໄດ້ຊ່ວຍເຫຼືອວັກຊີນແລະວັກຊີນເຄິ່ງສຳເລັດຮູບຫຼາຍກວ່າ 1 ຕື້ຫຼອດໃຫ້ກັບ 100 ກວ່າປະເທດແລະອົງການຈັດຕັ້ງສາກົນ ທັງຈະພະຍາຍາມໃຫ້ການຊ່ວຍເຫຼືອວັກຊີນ 2 ຕື້ຫຼອດແກ່ປະເທດຕ່າງໆໃນປີນີ້.