ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 20 ຕຸລາ 2022 ທ່ານ ນາງ Shen Beili, ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ທ່ານ Ma Zhaoxu ກຳມະການຄະນະພັກກອມມູນິດຈີນ, ທັງເປັນຮອງລັດຖະ ມົນຕີກະຊວງການຕ່າງປະເທດຈີນ ໄດ້ຮ່ວມກັນຖະແຫລງຂ່າວຕໍ່ສື່ມວນຊົນທັງພາຍໃນປະເທດຈີນ ແລະ ຕ່າງປະ ເທດຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ພາຍໃຕ້ຫົວຂໍ້ “ການຕ່າງປະ ເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນພາຍໃຕ້ແນວຄິດຂອງ ທ່ານ ສີ ຈິ້ນຜິງ”.
ທັງສອງທ່ານໄດ້ຜັດປ່ຽນກັນສະເໜີ ແລະ ຕອບຄໍາຖາມອງສື່ມວນຊົນ ໂດຍໃຫ້ຮູ້ກ່ຽວກັບແນວທາງການຕ່າງປະ ເທດຂອງຈີນໃນໄລຍະຜ່ານມາ ກໍຄື ໃນຕໍ່ໜ້າ ເຊີ່ງຈີນຈະສືບຕໍ່ຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່າງປະ ເທດທີ່ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ, ຈີນ ຍິນດີຮ່ວມກັບບັນດາປະເທດທົ່ວໂລກພ້ອມກັນສ້າງອະນາຄົດທີ່ດີງາມຂອງມວນມະນຸດ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ບັນ ລະຍາຍອັນສຳຄັນຕ່າງໆ ຕໍ່ວຽກງານການຕ່າງປະເທດຂອງພັກ, ສູນກາງພັກຄອມມູນິດຈີນທີ່ມີ ທ່ານ ສີຈີ້ນຜິງ ເປັນແກນກາງ ໄດ້ຢືນຢູ່ແຖວໜ້າຂອງຍຸກສະໄໝແຫ່ງການພັດ ທະນາ ແລະ ຄວາມກ້າວໜ້າຂອງມວນມະນຸດ, ໄດ້ສະເໜີແນວຄວາມຄິດໃໝ່, ຄວາມເຫັນໃໝ່ ແລະ ຂໍ້ລິເລິ່ມໃໝ່ຢ່າງເປັນລະບົບທີ່ເຕັມໄປດ້ວຍສີສັນພິເສດຂອງຈີນຢ່າງຖຶືກຕ້ອງ ເພື່ອເປັນການຊີ້ນຳດ້ານຍຸດທະສາດໃຫ້ຈີນຂະຫຍາຍການພົວພັນຄູ່ຮ່ວມມືກັບປະເທດຕ່າງໆ ໃນທົ່ວໂລກ.
ທັງສອງທ່ານຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ໃນ 10 ປີຜ່ານມາ, ວຽກງານການຕ່າງປະເທດທີ່ມີສີສັນພິເສດຂອງຈີນໄດ້ຮັບຜົນສຳເລັດເປັນຢ່າງດີ ເຊີ່ງຈີນໄດໄດ້ສ້າງສາຍພົວພັນທາງ ການທູດກັບເພີ່ມຂຶ້ນຈາກ 172 ປະເທດ ເປັນ 181 ປະ ເທດ, ຈຳນວນອົງການຈັດຕັ້ງຂອງປະເທດ ແລະ ພາກພື້ນຕ່າງໆໃນໂລກທີ່ໄດ້ສ້າງການພົວພັນຄູ່ຮ່ວມກັບຈີນ ເພີ່ມ ຂຶ້ນຈາກ 41 ຄູ່ຂຶ້ນເປັນ 113 ຄູ່.
ປັດຈຸບັນ, ຖານະບົດບາດ ແລະ ຊື່ຂອງຈີນຢູ່ໃນໂລກນັບມື້ສູງເດັ່ນຂຶ້ນຢ່າງເດັ່ນຊັດ, ທັງມີສ່ວນຮ່ວມເຂົ້າໃນການບໍ ລິຫານໂລກຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແຂງແຮງແບບບໍ່ເຄີຍມີມາກ່ອນ, ທັງກາຍເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາລັດທິຫຼາຍຝ່າຍ. ຈີນໄດ້ດຳເນີນການເຄື່ອນໄຫວການຕ່າງປະເທດຫຼາຍຄັ້ງທີ່ໜ້າປະທັບໃຈ. ຂະ ນະທີ່ແຜນການຂອງຈີນຫຼາຍສະບັບໄດ້ຮັບຄວາມສົນໃຈຈາກທົ່ວໂລກ ເຮັດໃຫ້ພາບພົດຂອງຈີນທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບໄດ້ເຂົ້າໄປສູ່ລວງເລິກຈິດໃຈຂອງປະຊາຊົນຫລາຍປະເທດ.