ຕາມຫ້ອງການໂຄງການການບິນບັນທຸກຄົນຈີນໄດ້ແຈ້ງຂ່າວວ່າ: ເວລາ ສູນໂມງ 23 ນາທີຂອງວັນທີ 16 ຕຸລາປີ2021 ຕາມເວລາປັກກິ່ງ, ຍານອະວະກາດບັນທຸກມຄົນ “ເສີນໂຈ່ວ13” ໄດ້ຖືກສົ່ງຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານ“ສາງເຈີ່ງ2FY13” ຈາກສູນສົ່ງດາວທຽມຈິວສວນໂດຍບັນທຸກນັກບິນອະວະກາດ 3 ຄົນຄື ທ່ານຈາຍຈື້ກ່າງ, ທ່ານນາງຫວາງຢ້າຜິງແລະທ່ານເຢ້ກວ່າງຟູ້ຂຶ້ນສູ່ອະວະກາດ, ຈຸນັກບິນ 3 ຄົນມີສະພາບທີ່ດີ, ການສົ່ງຍານອະວະກາດຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ນີ້ເປັນພາລະກິດການບິນຄັ້ງທີ 21 ນັບຕັ້ງແຕ່ຈີນຈັດຕັ້ງປະຕິບັດໂຄງການການບິນອະວະກາດບັນທຸກຄົນເປັນຕົ້ນມາ, ທັງເປັນພາລະກິດການບິນອະວະກາດບັນທຸກຄົນຄັ້ງທີ 2 ໃນໄລຍະດຳເນີນໂຄງການສະຖານີອະວະກາດ. ຫຼັງຈາກນັ້ນ, ນັກບິນອະວະກາດຈະເຂົ້າສູ່ຫ້ອງແກນກາງ(core module)ທຽນເຫີເພື່ອເລີ່ມປະຈຳການເປັນເວລາ 6 ເດືອນ ໂດຍຈະປະຕິບັດໜ້າທີ່ວຽກງານຕ່າງໆເຊັ່ນ ບັນຊາແຂນກົນຈັກ, ການເຄື່ອນໄຫວຢູ່ນອກຍານອະວະກາດ, ການເຄື່ອນຍ້າຍໂມດຸນ ແລະອື່ນໆ, ເພື່ອກວດສອບເຕັກນິກສຳຄັນຕ່າງໆຕື່ມອີກເຊັ່ນ ນັກບິນອະວະກາດປະຈຳການໃນຍານອະວະກາດຢ່າງຍາວນານ, ການຊ່ວຍໃຫ້ມີຊີວິດຢູ່ໄດ້ຍາວນານ ( regenerative life support)ແລະອື່ນໆ.
