ວັນທີ 7 ມິຖຸນານີ້, ການສອບເສັງເຂົ້າມະ ຫາວິທະຍາໄລທົ່ວປະເທດຈີນປີ 2021 ໄດ້ເລີ່ມຂຶ້ນຢ່າງເປັນທາງການ, ມີນັກຮຽນຈຳນວນ 10,78 ລ້ານຄົນໄດ້ເດີນທາງໄປສະຖານທີ່ສອບເສັງ,ເພື່ອເຂົ້າຮ່ວມການສອບເສັງຄັ້ງໃຫຍ່ໃນເສັ້ນທາງຊີວິດຂອງຕົນ. ການໃຊ້ມາດຕະການແນວໃດເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ສະຖານທີ່ສອບເສັງ, ແຫ່ງຕ່າງໆຂອງຈີນໄດ້ເຮັດຫຍັງຫຼາຍແດ່ເພື່ອໃຫ້ການຮັບປະກັນແກ່ນັກຮຽນໃນການເຂົ້າຮ່ວມການສອບເສັງຄັ້ງນີ້.ພວກເຮົາຈະໄດ້ເຫັນວ່າ:ນອກຈາກໃຊ້ມາດຕະການປ້ອງກັນພະຍາດໂຄວິດ -19 ທີ່ຈຳເປັນໃນຮູບແບບຕ່າງໆຢູ່ແຫ່ງຕ່າງໆແລ້ວເຊັ່ນ: ການສັກວັກຊີນໂຄວິດ -19, ການວັດແທກອຸນຫະພູມຮ່າງກາຍແລະມາດຕະການອື່ນໆແລ້ວ, ຍັງມີມາດຕະການໃຫ້ກຳລັງໃຈໃນແບບຕ່າງໆອີກດ້ວຍເຊິ່ງໄດ້ສ້າງບັນຍາກາດທີ່ດີໃຫ້ກັບນັກຮຽນທີ່ເຂົ້າຮ່ວມການສອບເສັງຄັ້ງນີ້.
ຫວ່າງມໍ່ໆມານີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນກວາງໂຈ່ວໄດ້ເຮັດໃຫ້ຄົນເປັນຫ່ວງຫຼາຍ, ອຳ ນາດການປົກຄອງນະຄອນກວາງໂຈ່ວໄດ້ອອກມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງສະດວກ. ຢູ່ຫ້ອງກັກບໍລິເວນຄົນເຈັບຂອງໂຮງໝໍເລກ 8 ຂອງນະຄອນກວາງໂຈ່ວທີ່ຂຶ້ນກັບມະ ຫາວິທະຍາໄລການແພດກວາງໂຈ່ວກໍໄດ້ຈັດໃຫ້ມີສະຖານທີ່ສອບເສັງພິເສດ,ເຊິ່ງໄດ້ເຮັດໃຫ້ຄົນຮູ້ສຶກອຸ່ນໃຈຫຼາຍ. ນັກຂ່າວໄດ້ຮັບຊາບວ່າ:ປັດຈຸບັນ, ໂຮງໝໍດັ່ງກ່າວໄດ້ຮັບປິ່ນປົວນັກຮຽນທີ່ເຂົ້າຮ່ວມການສອບເສັງສອງຄົນຄື:ນັກຮຽນທີ່ເປັນພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ອາຍຸ 17 ປີຄົນໜຶ່ງແລະນັກຮຽນເປັນໄຂ້ອີກຄົນໜຶ່ງ. ເພື່ອເຮັດໃຫ້ນັກຮຽນສອງຄົນນີ້ສາມາດເຂົ້າຮ່ວມການສອບເສັງໄດ້ຕາມເວລາກຳນົດ, ໂຮງໝໍໄດ້ເປີດຫ້ອງສຳລັບຄົນເຈັບ 4 ຫ້ອງເພື່ອໃຊ້ເປັນສະຖານທີ່ສອບເສັງເປັນການສະເພາະ.ແຕ່ລະຫ້ອງມີໂຕະແລະຕັ່ງສຳລັບ 1 ຄົນ, ຢູ່ໃນຫ້ອງຍັງໄດ້ຕິດຕັ້ງກ້ອງວົງຈອນປິດຄວາມລະອຽດສູງ, ອັດສຽງແລະຖ່າຍວິດີໂອໃນທຸກເວລາ, ຮັບປະກັນການຕິດຕາມພາບໃນໄລຍະການສອບເສັງ ແລະເຮັດໃຫ້ການສອບເສັງດຳເນີນໄປຢ່າງສະດວກ.
ສຳລັບນັກຮຽນທີ່ເຂົ້າຮ່ວມການສອບ ເສັງເຂົ້າມະຫາວິທະຍາໄລທີ່ມາຈາກເມື່ອງອື່ນ 16 ຄົນທີ່ຄ້າງຢູ່ອ່າວລີ້ວ່ານນະຄອນກວາງໂຈ່ວ, ຝ່າຍນະຄອນກວາງໂຈ່ວກໍໄດ້ວາງແຜນການເຮັດວຽກທີ່ກ່ຽວຂ້ອງໃຫ້ດີ,ໃຊ້ມາດຕະການຮັບປະກັນສຳລັບນັກ ຮຽນ 16 ຄົນນີ້, ລ້ວນແຕ່ຄືກັນກັບນັກ ຮຽນຄົນອື່ນໆທີ່ເຂົ້າຮ່ວມການສອບເສັງທີ່ມາຈາກທ້ອງຖິ່ນທັງໝົດ. ບໍ່ວ່າຈະແມ່ນນັກຮຽນຈາກນະຄອນກວາງໂຈ່ວຫຼືນັກ ຮຽນຈາກຕ່າງຖິ່ນ, ກໍ່ໃຫ້ສາມາດເຂົ້າ ຮ່ວມ ການສອບເສັງໄດ້ທັງໝົດໂດຍບໍ່ເຫຼືອຄ້າງໃຜຈັກຄົນ.
ເພື່ອຈັດຕັ້ງປະຕິບັດວຽກງານປ້ອງ ກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ໃນການສອບເສັງເຂົ້າມະຫາວິທະຍາໄລໃນປີນີ້, ນະຄອນຊຸ້ນເຕີແຂວງກວາງຕຸ້ງໄດ້ດຳເນີນການກວດກາສຸຂະພາບນັກຮຽນແລະພະນັກງານຮັບ ຜິດຊອບການສອບເສັງທັງໝົດ,ພ້ອມທັງຮັບປະກັນໃຫ້ພະນັກງານຮັບຜິດຊອບການສອບເສັງໄດ້ສັກວັກຊີນທັງໝົດ, ກວດ ນິວຄລິອິກໃຫ້ໄດ້ 100%. ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ໃນການສອບເສັງເຂົ້າມະຫາວິທະຍາໄລທີ່ນະຄອນຊຸ້ນເຕີໃນປີນີ້ຍັງໄດ້ຈັດໃຫ້ມີສະຖານທີ່ສຳຮອງທີ່ໃຊ້ເປັນສະຖານທີ່ສອບເສັງແບບກັກບໍລິເວນ 30 ແຫ່ງ, ຈຸດສຳຮອງສອບເສັງແບບກັກບໍລິເວນສຳຮອງ 3 ຈຸດ. ສິ່ງທີ່ໜ້າສົນໃຈແມ່ນ, ຍ້ອນວ່າໂຮງຮຽນທີ່ເປັນຈຸດສອບ ເສັງບາງແຫ່ງໄດ້ປະຕິບັດມາດຕະການປິດບໍລິເວນໃນໄລຍະສອບເສັງ, ສະນັ້ນຢູ່ໂຮງຮຽນມັດທະຍົມເລກ 1 ຊຸ້ນເຕີ, ຄູ ສອນທີ່ເປັນສະມາຊິກພັກແລະຄູສອນໄວລຸ້ນຈຳນວນໜຶ່ງໄດ້ເລືອກພັກຢູ່ໃນໂຮງ ຮຽນດ້ວຍຄວາມສະໝັກໃຈເພື່ອເຮັດໃຫ້ການສອບເສັງຂອງນັກຮຽນມີການຮັບ ປະກັນແຕ່ຕົ້ນຈົນຈົບ. ນອກນີ້, ເພື່ອໃຫ້ການເສັງເຂົ້າມະຫາວິທະຍາໄລຂອງນັກ ຮຽນມີຄວາມອົບອຸ່ນ, ໂຮງຮຽນທີ່ເປັນຈຸດສອບເສັງຍັງໄດ້ເພີ່ມການສະໜອງອາ ຫານທີ່ມີທາດບຳລຸງໃຫ້ນັກຮຽນ,ໃຫ້ຄຳປຶກສາທາງດ້ານຈິດໃຈແລະອື່ນໆແກ່ນັກຮຽນອີກດ້ວຍ.
ນັກຮຽນທີ່ສະເໜີຊື່ເຂົ້າຮ່ວມການເສັງເຂົ້າມະຫາວິທະຍາໄລຈຳນວນ 10,78 ລ້ານຄົນໃນຄັ້ງນີ້ອາດຖືໄດ້ວ່າເປັນການສອບເສັງທີ່ລຳບາກທີ່ສຸດຢູ່ໃນໂລກ, ເຊິ່ງເປັນການເຕົ້າໂຮມຄົນຈຳນວນຫຼວງ ຫຼາຍທີ່ສຸດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ນັກ ຮຽນຫຼາຍກວ່າສິບລ້ານຄົນໄດ້ເຂົ້າຮ່ວມການສອບເສັງຢູ່ຈຸດສອບເສັງປະມານ 7 ພັນແຫ່ງໃນທົ່ວປະເທດຈີນ. ແຕ່ລະແຫ່ງກໍ່ໄດ້ຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງສະດວກໂດຍຜ່ານການໃຊ້ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສອດ ຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນຕົນ, ມາດຕະການໃຫ້ກຳລັງໃຈໃນແບບຕ່າງໆສາມາດຫຼຸດຜ່ອນຄວາມກົດດັນຂອງນັກ ຮຽນທັງຫຼາຍໃນເວລາເຂົ້າຮ່ວມການສອບເສັງຄັ້ງໃຫຍ່ໃນຊີວິດຕົນໄດ້ເປັນຢ່າງດີ. ນີ້ໄດ້ສະແດງໃຫ້ເຫັນເຖິງການປ້ອງ ກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນໄດ້ເຂົ້າສູ່ສະ ພາບປົກກະຕິ, ໂດຍຜະເຊີນໜ້າກັບສະ ພາບການທີ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບາງຕົວເມືອງ, ປະ ເທດຈີນລ້ວນແຕ່ສາມາດຮັບມືແບບບໍ່ຟ້າວ ຟັ່ງ ເຊິ່ງໄດ້ສະແດງໃຫ້ເຖິງຄວາມໝັ້ນໃຈຕົນເອງຂອງຈີນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຜະລິດແລະຊີວິດການເປັນຢູ່ທາງສັງຄົມມີສະພາບປົກກະຕິ.


