ໃນໂອກາດບຸບໄຫວ້ພະຈັນ ບຸນປະເພນີຂອງຈີນທີ່ຫາກໍ່ຜ່ານພົ້ນໄປ, ນັກບິນອະວະກາດຈີນສາມທ່ານທີ່ຂຶ້ນສູ່ອະວະກາດໂດຍຍານອະວະກາດ ເຊີນໂຈ່ວ 14 ໄດ້ຫຼິ້ນບຸນຢ່າງມ່ວນຊື່ນຢູ່ສະຖານີອະວະກາດຊື່ ຖຽນກົ່ງ ເຊິ່ງຊື່ນີ້ມີຄວາມໝາຍເຖິງ ພະລາດຊະວັງເທິງຟ້າໃນນິທານບູຮານຈີນ ແລະທັງສາມທ່ານໄດ້ຖ່າຍຄິບສັ້ນໃຫ້ຊາວໂລກໄດ້ເຫັນດວງຈັນເຕັມດວງທີ່ແຈ້ງໃສກວ່າທີ່ໄດ້ເຫັນຈາກໜ່ວຍໂລກ. ສ່ວນໃນຕົ້ນເດືອນກັນຍານີ້ ໜ່ວຍການບິນອະວະກາດເຊີນໂຈ່ວ 14 ດັ່ງກ່າວຍັງໄດ້ສຳເລັດໜ້າທີ່ປະຕິບັດງານຢູ່ນອກຍານເປັນຄັ້ງທຳອິດ. ເຊິ່ງທັງໝົດນີ້ເຮັດໃຫ້ໂລກໄດ້ເຫັນຜົນສຳເລັດອັນມະຫາສານທີ່ຈີນໄດ້ຮັບໃນວຽກງານຄົ້ນຄວ້າການບິນອະວະກາດ.

ການຄົ້ນຄວ້າວຽກງານການບິນອະວະກາດຂອງຈີນແມ່ນມີປະຫວັດມາດົນນານ ແລະໄດ້ຮັບຜົນງານທີ່ໂດດເດັ່ນ. ເມື່ອ 52 ປີ ຄື ປີ 1970 ດາວທຽມໜ່ວຍທຳອິດຊື່ ຕົ່ງຟ່າງຫົງ ຂອງຈີນໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນທາງອະວະກາດຢ່າງສຳເລັດຜົນ; ປີ 2003 ຢາງລີເວີຍ ໄດ້ກາຍເປັນຄົນຈີນຜູ້ທຳອິດທີ່ເຂົ້າສູ່ອະວະກາດ; ປີ 2007 ຄົນຈີນທີ່ມີຄວາມຈິນຕະນາການໄດ້ຂະໜາມນາມໃຫ້ໂຄງການຄົ້ນຄ້ວາດວງຈັນມີຊື່ວ່າ ຊາງເອີ ເຊິ່ງເປັນນາງຟ້າທີ່ອາໄສຢູ່ໃນດວງຈັນໃນນິທານບູຮານຈີນ, ການຄົ້ນຄວ້າດວງຈັນຂອງຈີນແມ່ນໄດ້ບັນລຸການຢ້ຽມຢາມດ້ານຫຼັງຂອງດວງຈັນເປັນຄັ້ງທຳອິດໃນປະຫວັດສາດຂອງມວນມະນຸດ; ປີ 2008 ນັກບິນອະວະກາດຂອງຈີນອອກຈາກຍານອະວະກາດໄປປະຕິບັດໜ້າທີ່ຢູ່ນອກຍານເປັນຄັ້ງທຳອິດໂດຍການນຸ່ງຖືຊຸດການບິນອະວະກາດທີ່ຈີນຄົ້ນຄວ້າແລະຜະລິດດ້ວຍຕົນເອງເປັນຄັ້ງທຳອິດ; ປີ 2012 ໜ່ວຍການບິນອະວະກາດຈີນມີທິມງານເພດຍິງຜູ້ທຳອິດ ຄື ນາງຫຼິວຢາງ; ປີ 2016 ຈິງຫາຍເຜິງ ກາຍເປັນນັກການບິນຈີນທີ່ຂຶ້ນສູ່ອະວະກາດ 3 ຄັ້ງ. ແຕ່ປີ 2021 ມາເຖິງປະຈຸບັນ,ເວລາປະຈຳການຢູ່ໃນອະວະກາດຂອງນັກການບິນອະວະກາດຈີນຈາກ 3 ເດືອນ ແກ່ຍາວມາເປັນເວລາ 6 ເດືອນ…
ຜົນສຳເລັດທຸກຢ່າງທີ່ກ່າວມານັ້ນລ້ວນແຕ່ໄດ້ສ້າງພື້ນຖານອັນໜາແໜ້ນຂອງຈີນໃນການຄົ້ນຄວ້າຊັ້ນນອກອະວະກາດ ແລະເຮັດໃຫ້ຈີນຢູ່ໃນຖານະນຳໜ້າຂອງໂລກ. ພ້ອມກັນນັ້ນ ປະເທດຕ່າງໆໃນໂລກກໍ່ໄດ້ສຳນຶກເຖິງຄວາມພະຍາຍາມຂອງຈີນໃນການເປີດປະຕູສູ່ໂລກ ຕັ້ງໜ້າດຳເນີນການແລກປ່ຽນແລະຮ່ວມມືກັບສາກົນໃນຂົງເຂດການບິນອະວະກາດ.
ວັນທີ 21 ພະຈິກ 2015 ດາວທຽມໜ່ວຍທຳອິດຂອງລາວຫຼື LAO SAT-1 ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນຢູ່ສູນຍິງສົ່ງດາວທຽມຊີຊາງຂອງຈີນ, ຄວາມຝັນຂອງລາວທີ່ປາຖະໜາມີດາວທຽມຂອງຕົນເອງນັ້ນໄດ້ບັນລຸຜົນເປັນຈິງແລ້ວ. LAO SAT-1ໄດ້ໃຫ້ການບໍລິການດ້ານໂທລະຄົມມະນາຄົມ, ຖ່າຍທອດໂທລະພາບແລະການນຳໃຊ້ອິນເຕີແນັດ, ຮັບໃຊ້ການສິດສອນທາງໄກ, ການປິ່ນປົວພະຍາດທາງໄກແລະກູ້ໄພສຸກເສີນ ແລະຫຼາຍໆຂົງເຂດ, ເຮັດໃຫ້ປະຊາຊົນຈີນໄດ້ຊົມໃຊ້ເຕັກນິກວິທະຍາສາດທັນສະໄໝທີ່ເຊື່ອມຕໍ່ກັບໂລກພາຍນອກໂດຍບໍ່ຈຳເປັນອອກເດີນທາງຢ່າງໄກແສນໄກ, ເຊິ່ງເຮັດໃຫ້ເສດຖະກິດ-ສັງຄົມລາວໄດ້ຮັບການພັດທະນາແບບກ້າວກະໂດດ. ການຄົ້ນຄວ້າຜະລິດແລະຍິ່ງສົ່ງດາວທຽມ LAO SAT-1 ແມ່ນໄດ້ຮັບການສະໜັບສະໜູນແລະຊ່ວຍເຫຼືອຢ່າງຫຼວງຫຼາຍຂອງຈີນ ເປັນໝາກຜົນແຫ່ງມິດຕະພາບແລະການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງລາວ-ຈີນ, ແມ່ນຕົວແບບສຳເລັດຜົນໃນການດຳເນີນການຮ່ວມມືພາຍໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ ຢ່າງມີຄຸນນະພາບສູງ.
ດັ່ງທີ່ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເຄີຍກ່າວວ່າ, ການຊອກຄົ້ນອະວະກາດທີ່ເລິກລັບ ແລະການພັດທະນາເຕັກນິກການບິນອະວະກາດແມ່ນວຽກງານຮ່ວມກັນຂອງທົ່ວມວນມະນຸດ,ບໍ່ສາມາດແຍກອອກຈາກການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງປະເທດຕ່າງໆໃນໂລກນີ້ໄດ້. ພວກເຮົາຍິນດີໄດ້ເຫັນຈີນແມ່ນໄດ້ຍຶດຖືຫຼັກການທີ່ນຳໃຊ້ໂດຍສັນຄິ, ຕ່າງຝ່າຍຕ່າງມີຜົນປະໂຫຍດແລະຮ່ວມກັນພັດທະນາໃນໂຄງການການບິນອະວະກາດບັນທຸກຄົນ, ແລະໄດ້ຮ່ວມມືກັບອົງການການບິນອະວະກາດຂອງຫຼາຍປະເທດເຊັ່ນ ຝລັ່ງ, ເຢຍລະມັນ, ອີຕາລີ, ຣັດເຊຍ ປາກີສະຖານ ແລະອົງການສະຫະປະຊາຊາດ, ການຮ່ວມມືແບບນີ້ແມ່ນໄດ້ຮັບຜົນງານຢ່າງອຸດົມສົມບຸນມາແລ້ວ.
ສະຖານີອະວະກາດຈີນແມ່ນເປັນສະຖານີອະວະກາດພຽງແຫ່ງດຽວທີ່ເປີດປະຕູສູ່ທັງໝົດປະເທດສະມາຊິກຂອງອົງການສະຫະປະຊາຊາດໃນປະຫວັດສາດເປັນຄັ້ງທຳອິດ. ປະຈຸບັນ ໄດ້ມີ 9 ໂຄງການຂອງ 23 ອົງການຈັດຕັ້ງໃນ 17 ປະເທດໄດ້ເຂົ້າປະຈຳຢູ່ໃນຫ້ອງທົດລອງວິທະຍາສາດຂອງສະຖານີອະວະກາດຈີນແລ້ວ. ທ່ານຊີໂມເນັດ ດີບີໂປ ຫົວໜ້າຫ້ອງການວຽກງານຊັ້ນນອກອະວະກາດຂອງອົງການສະຫະປະຊາຊາດກ່າວວ່າ, ຈີນເປີດປະຕູໃຫ້ປະເທດຕ່າງໆນຳໃຊ້ສະຖານີອະວະກາດຂອງຕົນເປັນສ່ວນປະກອບທີ່ສຳຄັນຂອງຂໍ້ລິເລີ່ມອົງການສະຫະປະຊາຊາດກ່ຽວກັບທົ່ວໂລກຊົມໃຊ້ອະວະກາດຮ່ວມກັນ, ຖືເປັນຕົວແບບທີ່ຍິ່ງໃຫຍ່.
ຄົນຈີນມັກເວົ້າວ່າ: ການສຶກສາຕ້ອງເລີ່ມແຕ່ເດັກນ້ອຍ. ການຄົ້ນຄວ້າຊັ້ນນອກອະວະກາດຂອງມວນມະນຸດຕ້ອງການຫຼາຍເຊັ່ນຄົນຮ່ວມກັນພະຍາຍາມ. ຜູ້ຂຽນໄດ້ອ່ານຂ່າວເຫັນວ່າ, ປີ 2013 ນັກບິນອະວະກາດຈີນໄດ້ມີການສິດສອນເປັນຄັ້ງທຳອິດຈາກອະວະກາດໃຫ້ແກ່ບັນດາຊາວໜຸ່ມເຍົາວະຊົນຈີນ, ນີ້ໄດ້ເຮັດໃຫ້ໄວໜຸ່ມຈີນມີຄວາມສົນໃຈຢ່າງສູງຕໍ່ຄວາມຮູ້ກ່ຽວກັບວິທະຍາສາດອະວະກາດ. ສ່ວນຫວ່າງກ່ອນນີ້ບໍ່ດົນ, ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ຈັດກິດຈະກຳແຕ້ຮູບອະວະກາດພາຍໃຕ້ຫົວຂໍ້ວ່າ: ສານຝັນອະວະກາດ ຢູ່ຫຼາຍປະເທດອາຊີອາຝຼິກາ ເຊິ່ງໄວໜຸ່ມລາວກໍ່ໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້ ແລະໄດ້ແຕ້ມຜົນງານຮູບແຕ້ມກ່ຽວກັບການບິນອະວະກາດ 300 ກວ່າຜົນງານ. ໃນນັ້ນ 19 ຜົນງານຂອງນັກຮຽນລາວຈະໄດ້ໄປວາງສະແດງຢູ່ຫໍວາງສະແດງວິທະຍາສາດເຕັກນິກແຫ່ງຊາດຈີນ, ມີຮູບແຕ້ມໃບໜຶ່ງໄດ້ແຕ້ມມີນັກບິນອະວະກາດລາວນັ່ງກັບນາງຊາງເອີ ໃນນິທານບູຮານຂອງຈີນກິນນ້ຳຊາແລະຊິມຂະໜົມໄຫວ້ພະຈັນຮ່ວມກັນ. ພະແນກພາສາລາວຂອງສະຖານີວິທະຍຸໂທລະພາບສູນກາງຈີນໄດ້ເອົາຮູບນີ້ເຮັດເປັນໂບສເຕີສະຫຼອງບຸນໄຫວ້ພະຈັນ ແລ້ວໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ອາດເວົ້າໄດ້ວ່າ, ກິດຈະກຳນີ້ໄດ້ສ້າງໂອກາດທີ່ດີໃຫ້ແກ່ໄວໜຸ່ມລາວໃນການຊອກຮູ້ຄວາມຮູ້ກ່ຽວກັບເຕັກນິກການບິນອະວະກາດ, ໃຫ້ໄວໜຸ່ມທັງສອງປະເທດມີຄວາມເຂົ້າໃຈເຊິ່ງກັນແລະກັນຫຼາຍຂຶ້ນ. ຈົ່ງໃຫ້ພວກເຮົາຮ່ວມກັນຄ່ອງຄອຍ ແລະເຊື່ອໝັ້ນວ່າ: ເຖິງຈະຢູ່ຊັ້ນນອກອະວະກາດທີ່ເປັນແດນໄກແສນໄກ, ມະນຸດເຮົາກໍ່ຈະສາມາດຈັບມືກັນຄ່ຽງບ່າຄ່ຽງໄຫລ່ກັນ ຮ່ວມກັນຊົມໃຊ້ໂອກາດໃໝ່ໃນການພັດທະນາອະວະກາດ.
ໂດຍ: ກຸຫຼາບ ສາຍວັນນີ+ລູກເຂົ້າໜຽວ
(ອະທິບາຍຮູບ: ໜ່ວຍການບິນອະວະກາດເຊີນໂຈ່ວ 14 ຮ່ວມກັນສະຫຼອງບຸນໄຫວ້ພະຈັນຢູ່ສະຖານີອະວະກາດຈີນ)