ເນື່ອງໃນໂອກາດທີ່ປະເທດສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ72ປີ,ຂ້າພະເຈົ້າຂໍຜ່ານສື່ມວນຊົນຂອງລາວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ ລັດ ແລະປະຊາຊົນລາວອ້າຍນ້ອງທີ່ສະໜັບສະໜູນການສ້າງສາພັດທະນາ ປະເທດຈີນຢ່າງເດັດດ່ຽວໜຽວແໜ້ນຕະຫຼອດມາ, ສະແດງຄວາມຂອບອົກຂອບໃຈມາຍັງບັນດາເພື່ອນມິດລາວແລະຄົນຈີນຕ່າງດ້າວທີ່ຊຸກຍູ້ພາລະກິດມິດຕະພາບຈີນ-ລາວຢ່າງສະເໝີຕົ້ນສະເໝີປາຍ, ສະແດງຄວາມເຄົາລົບນັບຖືຢ່າງສູງມາຍັງສື່ມວນຊົນລາວທີ່ຕັ້ງໜ້າໂຄສະນາເຜີຍແຜ່ປະເທດຈີນແລະການຮ່ວມມືຈີນ-ລາວ.
ປີນີ້ເປັນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ100ປີ.ກອງປະຊຸມສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຈີນຄົບຮອບ100ປີໄດ້ຈັດໃນວັນທີ 1 ກໍລະກົດ,ສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ກ່າວສູນທອນພົດທີ່ສຳຄັນເຊິ່ງໄດ້ຫວນຄືນຂະບວນການສູ້ຊົນທີ່ສະຫງ່າພາເຜີຍຂອງພັກກອມມູນິດຈີນໃນຮອບ100ປີ, ແລະມອງໜ້າສູ່ອະນາຄົດສົດໃສແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ໃນ 100 ປີທີ່ຜ່ານມາ, ພັກກອມມູນິດຈີນສູ້ຊົນຢ່າງບໍ່ລົດລະ,ນຳພາປະຊາຊົນຈີນເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ,ເຮັດໃຫ້ປະຊາຊາດຈີນບັນລຸການກ້າວກະໂດດຈາກລຸກຂຶ້ນ,ຮອດຮັ່ງມີຂຶ້ນແລະແຂງແຮງຂຶ້ນ,ແລະເຮັດໃຫ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນກ້າວເຂົ້າສູ່ຂະບວນການປະຫວັດສາດທີ່ກັບຄືນບໍ່ໄດ້.ໃນ100ປີທີ່ຜ່ານມາ,ພັກກອມມູນິດຈີນຍຶດໝັ້ນວັດຖຸປະສົງພື້ນຖານທີ່ຮັບໃຊ້ປະຊາຊົນ, ຮ່ວມໃຈ,ຮ່ວມຫາຍໃຈແລະຮ່ວມຊາຕາກຳກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ,ແລະບັນລຸຄວາມມຸ່ງຫວັງຕໍ່ຊີວິດດີງາມຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.ໂດຍສະເພາະແມ່ນກອງປະຊຸມໃຫຍ່ຄັ້ງທີ່18 ເປັນຕົ້ນມາ,ສູນກາງພັກກອມມູນິດຈີນທີ່ຖືສະຫາຍສີຈິ້ນຜິງເປັນແກນນຳນຳພາປະຊາຊົນຈີນຊຸກຍູ້ການພັດທະນາພາລະກິດພັກແລະລັດຍາດໄດ້ຜົນສຳເລັດປະຫວັດການແລະມີການປ່ຽນແປງຄັ້ງປະຫວັດການ, ໄດ້ສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານ,ແລະແກ້ໄຂບັນຫາທຸກຍາກຂາດຕົວຄັ້ງປະຫວັດການ.ປະຫວັດສາດໄດ້ພິສູດແລະຈະພິສູດອີກວ່າ,ມີແຕ່ພັກກອມມູນິດຈີນສາມາດກູ້ຊາດຈີນ,ມີແຕ່ພັກກອມມູນິດຈີນສາມາດພັດທະນາປະເທດຈີນ,ມີແຕ່ພັກກອມມູນິດຈີນສາມາດນຳພາປະຊາຊາດຈີນຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່.ພວກຂ້ເຮົາເຊື່ອໝັ້ນວ່າ,ມີສະຫາຍເລຂາທິການໃຫຍ່ສີຈິ້ນຜິງເປັນແກນນຳສູນກາງພັກແລະແກນນຳທົ່ວພັກ,ມີການນຳພາແບບລວມສູນເອກະພາບຂອງສູນກາງພັກແລະຄວາມສາມັກຄີສູ້ຊົນຂອງທົ່ວພັກແລະປະຊາຊາດທົ່ວປະເທດ,ພວກເຮົາແນ່ນອນຈະຍາດໄດ້ໄຊຊະນະໃໝ່ຢ່າງບໍ່ຢຸດຢັ້ງໃນຂະບວນການບັນລຸເປົ້າໝາຍສູ້ຊົນ100ປີປະການທີສອງຄືສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງຮອບດ້ານ.
ປີນີ້ເປັນປີທໍາອິດຂອງການປະຕິບັດແຜນການພັດທະນາລະບົບ 5 ປີຄັ້ງທີ XIV ຂອງຈີນ. ໄລຍະປະຕິບັດແຜນການ 5 ປີຄັ້ງທີ XIV ແມ່ນໄລຍະ 5 ປີສະໄຫມທີ່ຫນຶ່ງ ຫລັງຈາກຈີນໄດ້ສ້າງສັງຄົມອີ່ມຫນໍາສໍາລານໃຫ້ສໍາເລັດຢ່າງຮອບດ້ານ ບັນລຸເປົ້າຫມາຍສູ້ຊົນ 100 ປີປະການທີຫນຶ່ງ ແລະສືບຕໍ່ກ້າວເດີນໄປສູ່ເປົ້າຫມາຍສູ້ຊົນ 100 ປີປະການທີສອງ ເຊິ່ງມີຄວາມຫມາຍສໍາຄັນຕໍ່ການເລີ່ມຕົ້ນດ້ວຍດີ ຂອງການສ້າງປະເທດສັງຄົມນິຍົມທັນສະໄຫມຢ່າງຮອບດ້ານ. ພາຍໃຕ້ການນໍາພາຢ່າງເຂັ້ມແຂງຂອງສູນກາງພັກທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພວກຂ້າພະເຈົ້າຍຶດຫມັ້ນປະສານສົມທົບລະຫວ່າງ ສະພາບຍຸດທະສາດຂອງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ແລະ ສະພາບລວມຂອງໂລກທີ່ຫັນປ່ຽນໄວວາທີ່ບໍ່ເຄີຍມີມາໃນຮອບຮ້ອຍປີຜ່ານມາ, ກໍາຂັ້ນຕອນພັດທະນາໃຫມ່ຕາມຫລັກວິທະຍາສາດ ປະຕິບັດແນວຄິດພັດທະນາໃຫມ່ຢ່າງເດັດດ່ຽວ ສ້າງສະພາບພັດທະນາໃຫມ່ໂດຍໄວ ເຊິ່ງໄດ້ເປີດໄລຍະປະຕິບັດແຜນການ 5 ປີຄັ້ງທີ XIV ເປັນຢ່າງດີ. ທີຫນຶ່ງ, ເສດຖະກິດຂອງຈີນໄດ້ພັດທະນາຢ່າງຫມັ້ນທ່ຽງແລະມີທ່າອ່ຽງທີ່ດີໂດຍລວມ, ຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນຫົກເດືອນຕົ້ນປີນີ້ ໄດ້ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງສູງກວ່າເປົ້າຫມາຍວາງໄວ້ (6% ຂຶ້ນໄປ); ປະລິມານຜະລິດສະບຽງອາຫານໃນລະດູຮ້ອນ ໄດ້ບັນລຸ 145,8ຕຶ້ກິໂລ ເຊິ່ງໄດ້ເພີ່ມ 2,95ຕື້ກິໂລຈາກປີກາຍ ແລະເປັນຕົວເລກສູງສຸດໃຫມ່ໃນປະຫວັດສາດ; ຕົວເລກກໍາໄລຂອງອຸດສາຫະກໍາຂະຫນາດໃຫຍ່ ໄດ້ເພີ່ມຂຶ້ນ 66,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນທັງຫມົດ 41 ຂະແຫນງການອຸດສາຫະກໍານັ້ນ ມີ 29 ຂະແຫນງການໄດ້ມີອັດຕາເພີ່ມຂຶ້ນສູງກວ່າ 10%, ມູນຄ່າເພີ່ມຂອງອຸດສາຫະກໍາການບໍລິການໄດ້ກວມເອົາ 55,7% ຂອງGDP ເຊິ່ງໄດ້ປະກອບສ່ວນ 53% ຕໍ່ການຂະຫຍາຍຕົວຂອງເສດຖະກິດ. ທີສອງ, ການຫມູນວຽນພາຍໃນປະເທດໄດ້ມີບົດບາດຫລັກທີ່ແຂງແຮງກວ່າເກົ່າ ການຫມູນວຽນລະຫວ່າງຕະຫຼາດພາຍໃນແລະຕ່າງປະເທດໄດ້ສົ່ງເສີມກັນ, ໃນຫົກເດືອນຕົ້ນປີ ປະລິມານລວມຂອງການຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມໄດ້ເພີ່ມຂຶ້ນ 23% ການລົງທຶນຕໍ່ຊັບສິນຄົງທີ່ໄດ້ເພີ່ມຂຶ້ນ 12,6%, ຄວາມຕ້ອງການພາຍໃນປະເທດໄດ້ປະກອບສ່ວນ 80,9%ຕໍ່ການຂະຫຍາຍຕົວຂອງເສດຖະກິດ; ປະລິມານນໍາເຂົ້າ-ສົ່ງອອກສິນຄ້າໄດ້ເພີ່ມຂຶ້ນ 27,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການນໍາໃຊ້ທຶນຕ່າງປະເທດໄດ້ເພີ່ມຂຶ້ນ 28,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທີສາມ, ການພັດທະນາທີ່ມີຄຸນນາພາບສູງໄດ້ບັນລຸຄວາມຄືບຫນ້າໃຫມ່, ຫມາກຜົນປະດິດສ້າງໃຫມ່ທີ່ສໍາຄັນໃຫຍ່ໄດ້ຜະລິດອອກຢ່າງລຽນຕິດ, ເຄື່ອງສໍາຫລວດ ທ່ຽນເວີນ-1 ໄດ້ສໍາເລັດການໄປສູ່ດາວອັງຄານ, ຍານອະວະກາດບັນທຸກຄົນ ເສິນໂຈວ-12 ໄດ້ຂຶ້ນສູ່ວົງໂຄຈອນແລະກັບຄືນໂລກຢ່າງມີຜົນສໍາເລັດຈົບງາມ, ການລົງທຶນຕໍ່ອຸດສາຫະກໍາເຕັກນິກສູງໄດ້ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທີສີ່, ຄວາມຮູ້ສຶກໄດ້ຜົນຂອງປະຊາຊົນໄດ້ເພີ່ມຂຶ້ນຢ່າງຊັດເຈນ, ໃນຫົກເດືອນຕົ້ນປີ ລາຍໄດ້ສະເລ່ຍຕໍ່ຫົວຄົນໃນທົ່ວປະເທດໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຜູ້ປະກອບອາຊີບໃນຕົວເມືອງໄດ້ເພີ່ມຂຶ້ນ 6,98ລ້ານຄົນ, ການປະກັນໄພການແພດພື້ນຖານ ແລະການລ້ຽງຜູ້ເຖົ້າພື້ນຖານ ໄດ້ກວມຫລາຍກວ່າ 1,35ຕື້ນຄົນ ແລະ1,01ຕື້ຄົນ. ແນ່ນອນວ່າ, ພວກຂ້າພະເຈົ້າກໍຮັບຮູ້ຢ່າງຊັດເຈນ ສະພາບການພະຍາດລະບາດໃນທົ່ວໂລກຍັງສືບຕໍ່ຜັນປ່ຽນຢູ່, ສະພາບແວດລ້ອມພາຍນອກຍິ່ງມີຄວາມສັບສົນ, ການຟື້ນຟູເສດຖະກິດພາຍໃນປະເທດຍັງບໍ່ຫມັ້ນທ່ຽງ ບໍ່ດຸນດ່ຽງ. ພວກຂ້າພະເຈົ້າຈະສຶບຕໍ່ລົງເລິກຮໍ່າຮຽນປະຕິບັດຈິດໃຈຂອງສູນທອນພົດສໍາຄັນຂອງທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ກ່າວໃນວັນທີ 1 ກໍລະກົດ ແລະ ຄໍາຕັດສິນແລະທິດຊີ້ນໍາຂອງສູນກາງພັກແລະຄະນະລັດຖະບານ, ຍຶດຫມັ້ນພື້ນຖານລວມຂອງການເຮັດວຽກທີ່ ພະຍາຍາມກ້າວຫນ້າໃນສະພາບຫມັ້ນທ່ຽງ, ຮັບປະກັນສໍາລັດເປົ້າຫມາຍຫນ້າທີ່ພັດທະນາຕົ້ນຕໍໃນຫມົດປີ, ຊຸກຍູ້ເສດຖະກິດສັງຄົມຂອງຈີນ ຂະຫຍາຍຕົວຢ່າງຫມັ້ນຄົງໃນໄລຍະຍາວ.
ປີນີ້ແມ່ນປີທີ່ ສປ ຈີນຟື້ນຟູທີ່ນັ່ງທີ່ຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດຄົຍຮອບ50ປີ ແລະ ປີ່ທີ່ເຂົ້າເປັນສະມາຊິກຂອງອົງການການຄ້າສາກົນຄົບຮອບ20ປີ.ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ76,ເຊິ່ງເຊີດຊູທຸງທີ່ການກໍ່ສ້າງປະຊາຄົມຊາຕາກຳມວນມະນຸດ,ໄດ້ສ້າງຄວາມເຊື່ອໃຈເຂົ້າໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19ຂອງທົ່ວໂລກທີ່ສາມັກຄີກັນ,ໄດ້ຊີ້ນຳທິດທາງການພັດທະນາຮ່ວມກັບທົ່ວໂລກ,ໄດ້ອອກແບບແຜນທີ່ຮັບມືສະພາບການຂອງໂລກທີ່ມີການປ່ຽນແປງ,ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ໂລກຂອງການນຳຂອງປະເທດໃຫຍ່.ພວກເຮົາຕັ້ງໜ້າສະໜອງຜະລິດຕະພັນສາທະລະນະໃຫ້ແກ່ທົ່ວໂລກ,ໄດ້ຊ່ວຍເຫຼືອປະເທດພວມພັດທະນາຫຼາຍກວ່າ160ປະເທດ ກໍຄືຈັດຕັ້ງປະຕິບັດໂຄງການເປັນຊຸດຈຳນວນຫຼາຍພັນໂຄງການແລະໂຄງການຊ່ວຍເຫຼືອອຸປະກອນແລະໂຄງການທີ່ການຮ່ວມມືດ້ານເຕັນນິກແລະການຂຸດຄົ້ນຊັບພະຍາກອນມະນຸດຈຳນວນຫຼາຍໝື່ນໂຄງການ ແລະ ການຝຶກອົບຮົມບຸກຄະລາກອນຫຼາຍກວ່າ4ແສນຄົນລະຄັ້ງ,ໄດ້ປະກອບສ່ວນເຂົ້າໃນດຳເນີນວາລະການພັດທະນາແບບຍືນຍົງປີ2030ຂອງສະຫະປະຊາຊາດອັນພ້ອນເດັ່ນ.ພວກເຮົາຕັ້ງໜ້າຈັດຕັ້ງປະຕິບັດແນວຄວາມຄິດທີ່ປະຊາຄົມສາທາລະນະສຸກຂອງມວນມະນຸດ,ຮອດຕົ້ນເດືອນກັນຍາ,ສປຈີນໄດ້ສະໜອງວັກຊິນ1,1ຕື້ຫຼອດແລະວັດຖຸດິບຜະລິດວັກຊິນໃຫ້ແກ່ຫຼາຍກວ່າ100ປະເທດແລະໂຄງການCOVAX,ໄດ້ສະໜອງຜ້າອັດປາກປະມານ320ຕື້ກວ່າອັນ ເຄື່ອງນຸ່ງປ້ອງກັນ 3,9ຕື້ຊຸດ ແລະຢາກວດຕົວຢ່າງຫາເຊື້ອພະຍາດ5,6ຕື້ຊຸດລະຄົນ.ພວກເຮົາຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງ,6ເດືອນຕົ້ນປີນີ້,ຍອດລວມມູນຄ້າການນຳເຂົ້າ-ສົ່ງອອກລະຫວ່າງສປຈີນກັບບັນດາປະເທດຕາມເສັ້ນທາງໄດ້ເພີ່ມຂຶ້ນ27,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສູງກວ່າຄວາມໄວການເພີ່ມຂຶ້ນສັງລວມນອງການຄ້າຕ່າງປະເທດ,ພາຍໃຕ້ສະພາບການພະຍາດໂຄວິດ-19,ຈຳນວນທີ່ເປີດນຳໃຊ້ຂອງທາງລົດໄຟຈີນ-ເອີຣົບໄດ້ເພີ່ມເຖິງ43%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ເຊິ່ງສະແດງໃຫ້ເຫັນພະລັງຊີວິດຢ່າງເຂັ້ມແຂງຂອງການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”.ພວກເຮົາຕັ້ງໜ້າຊຸກຍູ້ການກໍ່ສ້າງສາຍພົວພັນສາກົນແບບໃໝ່,ເສີມຂະຫຍາຍຄຸນຄ່າຮ່ວມກັນຂອງມວນມະນຸດທີ່ສັນຕິພາບ ການພັດທະນາ ຍຸດຕິທຳ ທ່ຽງທຳ ປະຊາທິປະໄຕ ແລະ ອິດສະລະ ຢ່າງສຸດຄວາມສາມາດ,ຍຶດໝັ້ນປຶກສາຫາລືກັນແຕ່ບໍ່ແມ່ນການກ່າວປະນາມກັນ ຈັບມືກັນແຕ່ບໍ່ແມ່ນຍົກກຳປັ້ນໃສ່ກັນຢູ່ສະເໝີ,ຊຸກຍູ້ໃຫ້ຜົນປະໂຫຍດໄປສູ່ທິດທາງທີ່ເປີດກວ້າງແລະເຊື່ອມຈອກກັນ,ເພື່ອສ້າງຄວາມໝັ້ນຄົງຫຼາຍກວ່າເກົ່າໃຫ້ແກ່ສາຍພົວພັນສາກົນທີ່ມີລັກສະນະບໍ່ແນ້ ແລະ ເຮັດໃຫ້ການພັດທະນາອັນໃໝ່ຂອງສປ ຈີນສາມາດສະໜອງກາລະໂອກາດອັນໃໝ່ຫຼາຍໃຫ້ແກ່ທົ່ວໂລກ.
ປີນີ້ແມ່ນປີທຳອິດແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດກິດ-ສັງຄົມ 5 ປີຄັ້ງທີ່ IX ຂອງລາວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່11ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນໃນເດືອນມັງກອນ ຄະນະລັດຖະບານຊຸດໃຫມ່ກໍໄດ້ສ້າງຕັ້ງຂຶ້ນ ເສດຖະກິດສັງຄົມໄດ້ັພັດທະນາແລະຮັບຫມາກຜົນອັນຫນ້າດີໃຈ ບົດລາຍງານຂອງທະນາຄານໂລກໄດ້ບົ່ງບອກວ່າ 5 ເດືອນຕົ້ນປີນີ້ ລວມຍອດການຂາອອກຂອງລາວບັນລຸເຖິງເກືອ 3 ຕື້ 200 ລ້ານໂດລາສະຫະລັດ ໄດ້ເພິ່ມຂຶ້ນ35.8% ເມື່ອປຽບທຽບກັບເວລາດຽວກັນໃນປີກາຍ ການຜະລິດອຸດສາຫະກຳແລະກະສິກຳໄດ້ຮັກສາທ່ວງທາການພັດທະນາທີ່ດີຄວາວ່າຈະບັນລຸການເຕີບໂຕຫມົດປີເຖິງຼ6.6% ແລະ3.9% ພວກຂ້າພເເຈົ້າຮູ້ສຶກດີໃຈແລະຂໍອວຍໄຊໃຫ້ພອນແກ່ຫມາກຜົນດັ່ງກ່າວ ເຊື່ອຫມັ້ນວ່າໂດຍຢູ່ພາຍໃຕ້ການນຳພາອັນຫນັກແຫນ້ນຂອງສູນກາງພັກປປລາວທີ່ມີສະຫາຍເລຂາທິການໃຫຍ່ທອງລຸນສີສຸລິເປັນແກນນຳນັ້ນປະຊາຊົນລາວອ້າຍນອ້ງສາມາດຜ່ານຜ່າຂໍ້ຫຍຸ້ງຍາກຊົ່ວຄາວທາງດ້ານເສດຖະກິດແລະຜົນກະທົບຈາກພະຍາດໂຄວິດ-19 ແລະ ຍາດໄດ້ຫມາກຜົນອັນໃຫມ່ແລະໃຫຍ່ກວ່າເກົ່າໃນພາລະກິດສ້າງສາສັງຄົມນິຍົມ.
ການສ້າງສາຍພົວພັນການທູດລະຫວ່າາງຈີນ-ລາວຄົບຮອບ60ປີແລະປີມິດຕະພາບຈີນ-ລາວ ແຕ່ຕົ້ນປີນີ້ມາສະຫາຍເລຂາທິການໃຫຍ່ປະທານປະເທດສີຈິນຜິງແລະສະຫາຍເລຂາທິການໃຫຍ່ປະທານປະເທດທອງລຸນສີສຸລິດໄດ້ໂອ້ລົມທາງໂທລະສັບແລະຜັດປ່ຽນຈົດຫມາຍຊຶ່ງກັນແລະກັນຊຶ່ງໄດ້ເປັນການຂັບເຄື່ອນນຳພາແລະເພິ່ມກຳລັງວັງຊາໃຫ້ສາຍພົວພັນຈີນ-ລາວໃນຍຸກໃຫມ່ທຸກອົງການແລະທຸກທ້ອງຖິ່ນສອງປະເທດໄດ້ຕັ້ງຫນ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກກະພາບກັນລະຫວ່າງການນຳຂັ້ນສູງສອງຝ່າຍເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ເດືອນ 1 ຫາ 7 ປີນີ້ການຂາອອກສູ່ລາວຂອງຈີນໄດ້ເພິ່ມຂຶ້ນ24.4ເ% ເມື່ອປຽບທຽບກັບເວລາດຽວກັນຂອງປີກາຍ ການຂາອອກໄປຈີນຂອງລາວໄດ້ເພິ່ມຂຶ້ນ52.7% ເມື່ອປຽບທຽບກັບເວລາດຽວກັນຂອງປີກາຍຊຶ່ງໄດ້ສະແດງໃຫ້ເຫັນເຖິງກຳລັງຊີວິດຊີວາຂອງການຮ່ວມມືເສດຖະກິດ-ການຄ້າລະຫວ່າງຈີນ-ລາວໃນເງືອນໄຂການລະບາດຂອງພະຍາດໂຄວິດ-19 ຂໍ້ລິເລິ່ມຫນຶ່ງແລວຫນຶ່ງເສັ້ນທາງກັບວຸດທະສາດຫັນເປັນປະເທດທີ່ມີທາງອອກສູ່ທະເລໄດ້ເລັ່ງລັດເຊື່ອມໂຍງເຂົ້າກັນ ເສັ້ນທາງລົດໄຟຈີນ-ລາວທີ່ຈະສ້າງສຳເລັດແລະເປີດການນຳໃຊ້ໃນທ້າຍປີນີ້ແມ່ນເສ້ັນທາງລົດໄຟທີ່ທັນສະໄຫມສາຍທຳອິດໃນອາຊີອາຄະເນ ໂຄງການຊ່ວຍເຫລືອລາວຂອງຈີນໄດສືບຕໍ່ປະຕິບັດ ບ້ານແບບຢ່າງທີ່ແກ້ໄຂຄວາມທຸກຍາກໄດ້ສ້າງສຳເລັດ ໂຮງງານກັ່ນນໍ່າມັນແຫ່ງທຳອິດໄດ້ເປີດນຳໃຊ້ແລະການຂາຍຊິ້ນງົວລາວໄປຈີນໄດ້ມີຂຶ້ນຢ່າງເປັນທາງການ ຝ່າຍຈີນໄດ້ສະຫນອງວັກຊິນຕ້ານພະຍາດໂຄວິດ-19ທີ່ຈຳນວນ3.3ລ້ານໂຫລສໃຫ້ແກ່ຝ່າຍລາວ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ລາວເພື່ອບັນລຸເຖິງການສັກວັກຊິນໃຫ້ໄດ້50% ຂອງພົນລະເມືອງສອງຝ່າຍຮ່ວມກັນຄັດຄ້ານການທີ່ຊອກເຊື້ອພະຍາດເປັນບັນຫາການເມືອງ ເກາະແຂນກັນຮ່ວມມືກັນເພື່ອປົກປັກຮັກສາຄວາມເປັນທຳຍຸດຕດທຳສາກົນແລະຊຸກຍູ້ການສ້າງປະຊາຄົມສາທາຂອງມວນມະນຸດ ພວກຂ້າພະເຈົ້າຕີລາຄາຢ່າງສູງຕໍ່ທັດສະນະຝ່າຍລາວແລະຍິນດີພະຍາຍາມພ້ອມກັນກັບພັກລັດແລະປະຊາຊົນລາວອ້າຍນ້ອງຖືການສ້າງສາຍພົວພັນການທູດລະຫວ່າາງຈີນ-ລາວຄົບຮອບ60ປີແລະປີມິດຕະພາບຈີນ-ລາວເປັນກາລະໂອກາດ ເພິ່ມທະວີຄວາມສາມັກຄີແລະເປີດກວ້າງການຮ່ວມມືກັນ ຊຸກຍູ້ການສ້າງູຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ແຕກດອກອອກຜົນນຳເອົາສິດຜົນປະໂຫຍດອັນນັບມື້ນັບຫລາຍໃຫ້ແກ່ປະຊາຊົນສອງຊາດຈີນລາວ ເພື່ອປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນການສ້າງປະຊາຄົມຊາຕາກຳຮ່ວມຂອງມວນມະນຸດ