ຕອນເຊົ້າວັນທີ 20 ກໍລະກົດ 2022, ສະມາຄົມຄວບ ຄຸມແລະ ຫລຸດຜ່ອນກໍາລັງຮົບຈີນ (CACDA) ຮ່ວມກັບ ສະຖາບັນຍຸດທະສາດອຸດສາຫະກຳນິວເຄຣຍຈີນ (CINIS) ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບບົດລາຍງານຜົນການວິໄຈຄວາມສ່ຽງການແຜ່ກະຈາຍນີວເຄຣຍຢູ່ໃນຂອບການຮ່ວມມືດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການສ້າງເຮືອດໍານໍ້າພະລັງງານນີວເຄຣຍ ເຊີ່ງເປັນການຮ່ວມມືສາມຝ່າຍ ລະຫວ່າງ ອົດສຕາລີ, ອັງກິດ ແລະ ສະຫະລັດອາເມ ລິກາ ຫລື ເອີ້ນວ່າ: ສົນທິສັນຍາ AUKUS ເຊີ່ງຈັດຂຶ້ນຢູ່ນະ ຄອນຫລວງປັກກິ່ງ ທັງແບບເຊີ່ງໜ້າ ແລະ ຜ່ານລະບົບອອນລາຍ ໂດຍມີ ທ່ານ ຈ່າງ ແຢນ (Zhang Yan), ປະທານ CACDA, ທ່ານ ປານ ຊີຫລົງ (Pan Qilong), ປະທານ CINIS, ພ້ອມດ້ວຍຄະນະຜູ້ຊ່ຽວຊານແລະນັກວິຊາການຈາກສູນຄົ້ນຄວ້າຍຸດທະສາດຂອງຈີນ, ສື່ມວນຊົນຂອງຈີນ ແລະ ສື່ມວນຊົນຈາກພາກພື້ນອາຊີປາຊີຟິກເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຈ່າງ ແຢນ ໃຫ້ຮູ້ວ່າ: ພາຍຫລັງກອງປະຊຸມ ວ່າດ້ວຍຄວາມປອດໄພຂອງພັນທະມິດ 5 ປະເທດ ຄື: ສະຫະລັດອາເມລິກາ, ອັງກິດ, ອົດສຕາລີ, ການາດາ ແລະ ນູແວນເຊລັງ ແລະ ກອງປະຊຸມເຈລະຈາດ້ານຄວາມປອດໄພ ລະຫວ່າງ ສະຫະລັດອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສຕາລີ (QUAD). ສະຫະລັດອາເມລິກາ, ອັງກິດ ແລະ ອົດສຕາລີ ໄດ້ປະກາດສ້າງຕັ້ງການຮ່ວມມືດ້ານຄວາມໝັ້ນຄົງສາມຝ່າຍຊື່ວ່າ ອໍກາດສ “AUKUS” ໃນເດືອນກັນຍາ ປີ 2021. AUKUS ແມ່ນພັນທະມິດທາງດ້ານການເມືອງ ແລະແນວທາງການທະ ຫານໃໝ່ທີ່ນໍາໂດຍສະຫະລັດອາເມລິກາ ເພື່ອຮັບໃຊ້ຍຸດທະສາດອິນໂດ-ປາຊີຟິກ ເຊີ່ງມີຈຸດປະສົງເພື່ອກະຕຸ້ນການປະເຊີນໜ້າ ແລະ ການແບ່ງແຍກໃນພາກພື້ນ. ພາຍໃຕ້ຂອບການຮ່ວມ ມື AUKUS, ສາມປະເທດໄດ້ປະກາດຍົກສູງການຮ່ວມມືກ່ຽວກັບເຮືອດຳນ້ຳພະລັງງານນິວເຄຣຍ ເຊິ່ງຖືເປັນບັນຫາໃຫຍ່ ແລະ ມີຄວາມລະອຽດອ່ອນສູງ-ການເຄື່ອນຍ້າຍອຸ ປະກອນນີວເຄຣຍຂັ້ນສູງ. ນີ້ຈະເປັນຄັ້ງທຳອິດນັບແຕ່ສົນ ທິສັນຍາຫ້າມບໍ່ໃຫ້ແພ່ຜາຍອາວຸດນິວເຄຣຍໂດຍສະເພາະແມ່ນການເຄື່ອນຍ້າຍນິວເຄຣຍໄປຍັງປະເທດທີ່ບໍ່ເຄີຍມີ ມາກ່ອນ.
ທ່ານກ່າວຕື່ມວ່າ: ການຮ່ວມມືຂອງ AUKUS ດ້ວຍການມີເຮືອດໍານ້ຳທີ່ນໍາໃຊ້ພະລັງງານນິວເຄຣຍ ຖືເປັນການລະ ເມີດພັນທະສາກົນຢ່າງຮ້າຍແຮງ ແລະ ຈະນຳເອົາໄພອັນຕະ ລາຍຫຼາຍຢ່າງມາສູ່ຂົງເຂດທີ່ເຄີຍມີຄວາມສະຫງົບທາງດ້ານການເມືອງ, ທັງເປັນການລະເມີດລະບຽບການທີ່ກໍານົດໄວ້ຢູ່ໃນລັດຖະທຳມະນູນຂອງອົງການພະລັງງານປະລະມານູສາກົນ (IAEA), ສົ່ງຜົນກະທົບຕໍ່ລະບອບການບໍ່ແຜ່ກະຈາຍນິວເຄຣຍຂອງສາກົນ, ທັງທໍາລາຍສະຖຽນລະພາບຍຸດທະສາດ ແລະ ຄວາມດຸ່ນດ່ຽງດ້ານຍຸດທະສາດຂອງໂລກ, ເຮັດໃຫ້ມີການແຂ່ງຂັນດ້ານອາວຸດນິວເຄຣຍເພີ່ມຂຶ້ນ ແລ້ວຈະເປັນໄພຂົ່ມຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນອາຊີປາຊີຟິກ.
ໃນກອງປະຊຸມທົບທວນຄືນກ່ຽວກັບສົນທິສັນຍາ ວ່າດ້ວຍ ການບໍ່ແພ່ຜາຍອາວຸດນິວເຄຣຍ (NPT ) ຄັ້ງທີ 10 ທີ່ຈະຈັດຂຶ້ນໃນໄວໆນີ້, ຈີນຮຽກຮ້ອງໃຫ້ສະຫະລັດອາເມ ລິກາ, ອັງກິດແລະອົດສະຕຣາລີທົບທວນຄືນຢ່າງຈິງຈັງຕໍ່ຄວາມກັງວົນຂອງປະຊາຄົມໂລກ, ຕ້ອງປະຕິບັດພັນທະຂອງຕົນພາຍໃຕ້ກົດໝາຍສາກົນຢ່າງຈິງຈັງ, ພ້ອມທັງສະ ເໜີໃຫ້ຍົກເລີກການຮ່ວມມືດັ່ງກ່າວເພື່ອຮັກສາຄວາມສະ ຫງົບຂອງພາກພື້ນ. ຫວັງວ່າບົດລາຍງານສະບັບນີ້ຈະເຮັດປະຊາຄົມໂລກເຂົ້າໃຈສະພາບການຢ່າງຖືກຕ້ອງ ແລະ ຮອບດ້ານ, ຈາກທັດສະນະທາງວິຊາການກ່ຽວກັບການແພ່ຜາຍນິວເຄຣຍ ແນ່ນອນວ່າສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກຈະກັບມາສັ່ນສະເທືອນອີກຄັ້ງໜຶ່ງ.
ສ່ວນ ທ່ານ ປານ ຊີຫລົງ, ປະທານ CINIS ກ່າວວ່າ: ການຮ່ວມມືໃນວຽກງານເຮືອດຳນ້ຳພະລັງງານນິວເຄຣຍໃນຂອບການຮ່ວມມື AUKUS ແມ່ນເປັນການເຄື່ອນຍ້າຍອຸປະກອນທີ່ໃຊ້ຜະລິດອາວຸດນິວເຄຣຍຈາກປະເທດທີ່ມີອາວຸດນິວເຄຣຍໄປສູ່ປະເທດທີ່ບໍ່ມີອາວຸດນິວເຄຣຍຢ່າງຜິດກົດໝາຍ ເຊີ່ງເປັນການກະທໍາທີ່ເຫັນໄດ້ຢ່າງຈະແຈ້ງຂອງການແຜ່ກະຈາຍນີວເຄຣຍ ເຮັດໃຫ້ເກີດຄວາມວິຕົກກັງວົນແລະ ການວິພາກວິຈານຈາກປະຊາຄົມໂລກ.
ໃນບົດລາຍງານທີ່ຈີນເຜີຍແຜ່ໃນຄັ້ງນີ້ ໄດ້ວິເຄາະຄວາມເປັນຈິງກ່ຽວກັບຄວາມສ່ຽງຕໍ່ການແພ່ຜາຍນິວເຄຣຍຂັ້ນຮຸນແຮງ ແລະ ມີອັນຕະລາຍຫຼາຍຢ່າງທີ່ຈະເກີດຂຶ້ນຈາກການຮ່ວມມືໃນຂອບການຮ່ວມມື AUKUS ທີ່ໄດ້ສະແດງອອກຢ່າງຊັດເຈນໃນການເອົາເຮືອດໍານໍ້າພະລັງງານນິວເຄຣຍເຂົ້າມາໃນພາກພື້ນອາຊີປາຊີຟິກ ແລະ ຖືເປັນການກະທຳທີ່ໝິ່ນປະໝາດຕໍ່ການຫ້າມແພ່ຜາຍນິວເຄຣຍ ເຊິ່ງກຸ່ມນີ້ມີຈຸດປະສົງເພື່ອແນໃສ່ດ້ານການທະຫານຂອງພາກພື້ນ ແລະ ອາດຈະເປັນຈຸດເລີ່ມຕົ້ນໃຫ້ອົດສຕາລີຊອກຫາວິທີພັດທະນາອາວຸດນິວເຄຣຍຂຶ້ນມາໃນອະນາຄົດ.
ບົດລາຍງານສະບັບດັ່ງກ່າວ ຖືເປັນບົດລາຍງານຜົນການວິໄຈສະບັບທໍາອິດທີ່ຈີນເຜີຍແຜ່ກ່ຽວກັບການຮ່ວມມືສ້າງເຮືອ ດໍານໍ້າພະລັງງານນີວເຄຣຍໃນຂອບການຮ່ວມມື AUKUS ເຊີ່ງປະກອບມີ 8 ບົດ, ລວມມີປະມານ 12.000 ຕົວອັກສອນພາສາຈີນ.
Cr: BT


