ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 23 ມີນານີ້, ນັກບິນອະວະ ກາດຈີນ 3 ຄົນ ທີ່ພວມປະຕິບັດພາລະກິດການບິນຢູ່ເທິງອະວະ ກາດ ໄດ້ສຳເລັດໂມງສອນພາກທີ 2 ຢູ່ “ສະຖານີອະວະກາດທ່ຽນ ກຸ່ງ”. ນັບມາຮອດມື້ນັ້ນ, ໜ່ວຍບິນອະວະກາດເສິນໂຈ່ວ 13 ໄດ້ສຳເລັດທຸກໜ້າທີ່ຢູ່ເທິງອະວະ ກາດ ແລະ ຈະກັບຄືນສູ່ໂລກໃນໄວໆນີ້.
ຍານອະວະກາດບັນທຸກຄົນເສິນ ໂຈ່ວ 13 ໄດ້ສົ່ງຂຶ້ນສູ່ອະວະກາດໃນຕອນເຊົ້າມືດວັນທີ 16 ຕຸລາປີ 2021 ແລະ ໄດ້ເຊື່ອມຕໍ່ເຂົ້າກັບສະຖານີອະວະກາດຈີນຢ່າງສຳ ເລັດຜົນໃນຕອນເຊົ້າມື້ດຽວກັນ. ໃນໄລຍະເວລາ 5 ເດືອນປາຍ ທີ່ດຳລົງຊີວິດແລະເຮັດວຽກຢູ່ໃນສະຖານີອະວະກາດຈີນ, ນັກບິນອະວະກາດທັງ 3 ຄົນໄດ້ອອກເຄື່ອນໄຫວຢູ່ນອກສະຖານີອະ ວະກາດ 2 ເທື່ອ, ໄດ້ດຳເນີນການທົດລອງຢູ່ອະວະກາດຫຼາຍເທື່ອ. ໂດຍຜ່ານຈາກການ “ໂອ້ລົມສົນ ທະນາລະຫວ່າງຟ້າກັບດິນ”, ເຂົາເຈົ້າໄດ້ຫວ່ານແນວພັນຄວາມຝັນອະວະກາດຢູ່ໃນດວງໃຈຂອງຊາວໜຸ່ມທົ່ວປະເທດຈີນ ແລະ ຍິ່ງໄດ້ເຮັດໃຫ້ເຂົາເຈົ້າຮັກຫອມປະເທດຊາດ. ໃນ “ຊົ່ວໂມງສອນອະວະກາດ” ສອງເທື່ອ, ນັກບິນອະວະກາດໄດ້ເຜີຍແຜ່ຄວາມຮູ້ວິທະຍາສາດດ້ານອະວະກາດໃຫ້ແກ່ເດັກນ້ອຍທັງຫຼາຍຂອງຈີນ ດ້ວຍວິທີລຽບງ່າຍ, ເຮັດໃຫ້ເດັກນ້ອຍທັງຫຼາຍເກີດມີຄວາມຮູ້ສຶກວ່າ: ອະວະກາດຄືເຂົ້າໃກ້ໄດ້ເຊັ່ນກັນ.
ນີ້ເປັນເວລາ 5 ເດືອນປາຍທີ່ໜ້າອັດສະຈັນຫຼາຍ ແລະ ກໍແມ່ນ 5 ເດືອນປາຍທີ່ເຮັດໃຫ້ໂລກເກີດມີຄວາມຮູ້ສຶກວ່າ: ການບິນອະວະ ກາດຂອງຈີນເປັນເລື່ອງທີ່ໜ້າອັດສະຈັນແທ້ໆ.
ການກັບຄືນສູ່ໜ່ວຍບໍ່ໝາຍຄວາມວ່າເປັນການສິ້ນສຸດ, ແຕ່ຫາກເປັນການເລີ່ມຕົ້ນອີກຄັ້ງໃໝ່. ພວກເຮົາຄອງຄອຍໃຫ້ຍານອະວະກາດເສິນໂຈ່ວ 13 ກັບຄືນສູ່ໂລກຢ່າງປອດໄພ. ໃນອະນາ ຄົດ, ພວກເຮົາກໍຫວັງວ່າ: ການບິນອະວະກາດຂອງຈີນຈະສືບຕໍ່ມຸ່ງໜ້າໄປສູ່ໂລກຈັກກະວານທີ່ເລິກລັບຢ່າງກ້າຫານ ແລະ ມີຄວາມໝັ້ນໃຈຢ່າງເຕັມປ່ຽມ.
May be an image of 1 person, standing and indoor
May be an image of outdoors and text
No photo description available.