ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ຈັດຂຶ້ນ ເມືອງບາກັນ, ສສ ມຽນມາ ໃນວັນທີ 4 ກໍລະກົດ 2022, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງ ແຫ່ງ ສປ ຈີນ ໄດ້ປະກາດວ່າ: ຈີນ ກະກຽມເປີດ 6 ແຜນງານສໍາຄັນໃນຕໍ່ໜ້າເພື່ອ ຜົນປະໂຫຍດແກ່ປະເທດລຸ່ມແມ່ນໍ້າຂອງ ແລະ ເຮັດໃຫ້ການພັດທະນານັບມື້ດີຂຶ້ນ ເຊີ່ງລວມມີ:
1). ເລີ່ມຈາກການປະຕິບັດຕາມແຜນໜຶ່ງຮ້ອຍ, ພັນ, ໜຶ່ງໝື່ນແຜນປະຕິບັດງານກ່ຽວກັບການຮ່ວມມືດ້ານກະສິກໍາໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊີ່ງຈີນຈະເປີດໂຄງການສົ່ງເສີມເຕັກໂນໂລຊີກະສິກໍາ ຈໍານວນ 100 ໂຄງການ, ຝຶກອົບຮົມຜູ້ປະກອບການ 1.000 ຄົນ ທີ່ດໍາເນີນທຸລະກິດດ້ານກະສິກໍາ ແລະ ພັດທະນາເນື້ອທີ່ທົດລອງປູກ 10.000 ເຮັກຕາ ສໍາລັບປະເທດລຸ່ມແມ່ນໍ້າຂອງ.
2). ດໍາເນີນການຕາມແຜນໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບຊັບພະຍາກອນນໍ້າເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງໃນການແບ່ງປັນຂໍ້ມູນທາງນໍ້າ, ສ້າງສະຖາ ນີພະຍາກອນອຸທົກກະສາດໃໝ່ ແລະ ເລັ່ງພັດທະນາໂຄງ ການທົດລອງ ເປັນຕົ້ນ: ການສ້າງລະບົບຊົນລະປະທານສູບນໍ້າດ້ວຍລະບົບໄຟຟ້າແສງຕາເວັນ, ການສະຫນອງນໍ້າໃນເຂດຊົນນະບົດ ແລະ ການຄຸ້ມຄອງອ່າງຂະຫນາດນ້ອຍ, ພ້ອມນີ້ ຈີນ ຈະຈັດໃຫ້ມີການກວດສອບຄວາມປອດໄພສໍາລັບອ່າງເກັບນໍ້າ ແລະ ເຂື່ອນ 20 ແຫ່ງເພື່ອຮັບ ປະກັນການປ້ອງກັນໄພນໍ້າຖ້ວມ, ລວມເຖີງຄວາມໝັ້ນຄົງທາງດ້ານອາຫານ, ການສະໜອງນໍ້າ ແລະ ລະບົບນິເວດວິທະຍາສໍາລັບປະຊາຊົນ 70 ລ້ານຄົນໃນເຂດລຸ່ມອ່າງແມ່ ນໍ້າຂອງ.
3). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບເສດຖະກິດ ດິຈິ ຕອລ ເຊີ່ງຈີນ ຈະຈັດຕັ້ງສູນນະວັດຕະກໍາທີ່ທັນສະໄໝ, ສົ່ງເສີມການວິໄຈກ່ຽວກັບໂທລະພາບດິຈິຕອລ ແລະ ການທົດລອງພັດທະນາ, ພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄຫມ ແລະ ດໍາເນີນການຮ່ວມມືໃນການຍົກລະດັບຄວາມສາມາດດ້ານເສດຖະກິດດິຈິຕອລໃນປະ ເທດລຸ່ມແມ່ນໍ້າຂອງ.
4). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບດ້ານອາວະກາດ ເຊີ່ງຈີນຈະເຮັດວຽກຮ່ວມກັບປະເທດລຸ່ມແມ່ນໍ້າຂອງ ເພື່ອພັດທະນາດາວທຽມສັງເກດການໂລກ ແລະ ໃຫ້ໂອກາດໃນການບັນທຸກດາວທຽມທີ່ສາມາດກູ້ຄືນໄດ້ ເຊີ່ງ 5 ປະ ເທດລຸ່ມແມ່ນໍ້າຂອງຍິນດີທີ່ຈະໃຫ້ການຮ່ວມມືໃນສະຖານີວິໄຈດວງຈັນລະຫວ່າງປະເທດທີ່ຈີນເປນເຈົ້າພາບຮ່ວມ ກັນ ແລະ ອື່ນໆ ໂດຍຈີນຈະຈັດການເຝິກອົບຮົມດ້ານວິ ທະຍາສາດ ແລະ ເຕັກໂນໂລຊີທາງດ້ານອາວະກາດສໍາລັບປະເທດລຸ່ມແມ່ນໍ້າຂອງ.
5). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບສິ່ງທີ່ມີຄວາມສາມາດ ເຊີ່ງຈີນຈະສະໜອງການສຶກສາ 2.000 ທຶນ ແລະ ໃຫ້ໂອກາດໃນການຝຶກອົບຮົມ 2.000 ຄັ້ງ ໃຫ້ແກ່ປະເທດລຸ່ມແມ່ນໍ້າຂອງ ເພື່ອເຝິກອົບຮົມຜູ້ຊ່ຽວຊານໃນຂົງເຂດຕ່າງໆ ເຊັ່ນ: ລະບົບນິເວດວິທະຍາ, ກະສິກໍາ ແລະ ປ່າໄມ້ ແລະ ອື່ນໆ ໂດຍຈີນຈະສ້າງສະຖາບັນໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອເຝິກອົບຮົມທີ່ດີອັນດັບໜຶ່ງສໍາລັບບຸກຄະລາກອນດ້ານຊັບພະຍາກອນນໍ້າ.
6). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບດ້ານສາທາລະນະສຸກ ເຊີ່ງຈີນຈະສະໜອງວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ປະເທດລຸ່ມແມ່ນໍ້າຂອງຕາມຄວາມຕ້ອງການ, ເພີ່ມການຮ່ວມມືໃນການຄົ້ນຄວ້າ ແລະ ພັດທະນາຢາ ແລະ ສ້າງພື້ນຖານອຸດສາຫະກໍາຢາແບບດັ້ງເດີມ, ເພື່ອຮ່ວມກັນສ້າງລະບົບສາທາລະນະສຸກ.