ນັກກິລາປິ່ງປ່ອງ ສປ ຈີນ ທັງຮຸ່ນເຍົາວະຊົນ-ໄວໜຸ່ມ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາເປັນເບີ 1 ຂອງໂລກ ກວາດ 5 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ໃນການແຂ່ງຂັນກິລາປິ່ງປ່ອງຊິງແຊ໋ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ແລະ ເປັນຄັ້ງທຳອິດ ຂອງວົງການກິລາປິ່ງປ່ອງລາວ ຂະນະທີ່ອັນດັບທີ 2 ຮອງເຈົ້າຫຼຽນຄຳ ຕົກເປັນຂອງທັບນັກກິລາທີມຊາດຍີ່ປຸ່ນ ສາມາດຍາດໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ, ທີ 3 ອິນເດຍ ໄດ້ 1 ຫຼຽນຄຳ, 3 ຫຼຽນທອງ ແລະ ທີ 4 ໄທ ໄດ້ 1 ຫຼຽນຄຳ.
ການແຂ່ງຂັນກິລາປິ່ງປ່ອງຊິງແຊ໋ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ໄດ້ສໍາເລັດລົງຢ່າງເປັນທາງການໃນຕອນແລງວັນທີ 6 ກັນຍາ ຜ່ານມາ ໂດຍມື້ສຸດທ້າຍຂອງການແຂ່ງຂັນໄດ້ມີການຊິງຊະນະເລີດ 5 ລາຍການ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ພຸດ ສິມມາລາວົງ , ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄາລິວ ອາວ ໂມຮານນາດີ້ ປະທານສະຫະພັນກິລາປິ່ງປ່ອງອາຊີ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ ຕະຫຼອດຮອດສື່ມວນຊົນ ແລະ ຊາວນະ ຄອນຫຼວງເຂົ້າຮ່ວມ.
ສຳລັບຜົນການແຂ່ງຂັນໄດ້ມີການຊິງຊະນະເລີດ 5 ລາຍການ ລະດັບໄວໜຸ່ມ U19 ຜົນປະກົດວ່າ: ປະເພດຄູ່ຊາຍ U19 ຈາກຍີ່ປຸ່ນ ແຊງຊະນະ ຄູ່ຈາກຈີນ 3-2 ເກມ, ຍີ່ປຸ່ນ ໄດ້ແຊ໋ມປະເພດຄູ່ຊາຍລາຍການນີ້ ສອງຄັ້ງຕິດຕໍ່ກັນ, ອັນດັບ 3 ຮ່ວມ ເປັນຂອງຄູ່ຈາກອິນເດຍ ແລະ ຈີນ ຂະນະທີ່ຜົນງານຂອງ 3 ຄູ່ ນັກກິລາລາວ ແມ່ນຕົກຮອບ 32 ຄູ່ສຸດທ້າຍ ສ່ວນປະເພດຄູ່ຍິງ U19 ແຊ໋ມເປັນຂອງ ສາວຍີ່ປຸ່ນ ຊະນະ ຄູ່ຈາກໄຕ້ຫວັນ 3-0 ເກມ ແລະ ທີ 3 ຮ່ວມ ຕົກເປັນຂອງນັກກິລາຈີນ ທັງສອງຄູ່ ແລະ ຜົນງານຂອງນັກກິລາລາວ ໃນລາຍການດັ່ງກ່າວບໍ່ຜ່ານຮອບຄັດ ເລືອກ ແລະ ປະເພດຄູ່ປະສົມ U19 ແຊ໋ມເປັນຂອງອິນ ເດຍ ຄູ່ມື 1 ຂອງລາຍການ ຊະນະ ຈີນ 3-2 ເກມ, ອິນເດຍ ໄດ້ແຊ໋ມປະເພດຄູ່ປະສົມລາຍການນີ້ຄັ້ງທຳອິດ ແລະ ທີ 3 ຮ່ວມແມ່ນຄູ່ຈາກຮົງກົງ ແລະ ສ ເກົາຫຼີ ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ ແລະ ປະເພດຍິງດ່ຽວ U19 ທີ 1 ແລະ ທີ 2 ແມ່ນນັກກິລາຈາກຈີນ, ທີ 3 ຮ່ວມ ອິນເດຍ ແລະ ຈີນ ຂະນະທີ່ ແຊ໋ມຊາຍດ່ຽວ U19 ເປັນຂອງນັກກິລາຈາກຈີນ, ທີ 2 ໄຕ້ຫວັນ ແລະ ທີ 3 ຮ່ວມອີກສອງນັກກິລາຈາກຈີນ.
ສ່ວນປະເພດທີມຍິງ U19 ປີ ສປ ຈີນ ຄອງແຊ໋ມອາຊີ 23 ສະໄໝຕິດຕໍ່ກັນ ພາຍຫຼັງເອົາຊະນະ ໄຕ້ຫວັນ 3-1 ຄູ່, ທີ 3 ຮ່ວມ ສເກົາຫຼີ ແລະ ຍີ່ປຸ່ນ ຂະນະທີ່ ທີມຊາຍ U19 ແຊ໋ມກໍເປັນຂອງຈີນ ຮອບຊິງ ຊະນະ ຍີ່ປຸ່ນ 3-0 ຄູ່ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ, ທີ 3 ຮ່ວມ ສ ເກົາຫຼີ ແລະ ອິນເດຍ. ຂະນະທີ່ ທີມຍິງ ແລະ ທີມຊາຍຈາກລາວ ບໍ່ຜ່ານຮອບຄັດເລືອກ ສ່ວນລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ແຊ໋ມປະເພດຍິງດ່ຽວແມ່ນນັກກິລາຈາກໄທ, ທີ 2 ຍີ່ປຸ່ນ, ທີ 3 ຮ່ວມ ສ ເກົາຫລີ ແລະ ຍີ່ປຸ່ນ; ປະເພດຊາຍດ່ຽວ U15 ແຊ໋ມ ແລະ ຮອງແຊ໋ມເປັນຂອງ ຍີ່ປຸ່ນ, ທີ 3 ຮ່ວມ ຈີນ ແລະ ຄາຊັກສະຖານ.
ລະດັບເຍົາວະຊົນ U15 ແຊ໋ມປະເພດທີມຍິງເປັນຂອງ ຍີ່ປຸ່ນ ໄດ້ແຊ໋ມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ ສ ເກົາຫຼີ ແລະ ຈີນ ແຊ໋ມເກົ່າ; ປະເພດທີມຊາຍ U15 ສປ ຈີນ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ, ທີ 2 ໄຕ້ຫວັນ, ທີ 3 ຮ່ວມ ຍີ່ປຸ່ນ ແລະ ອີຣານ.
ສະຫຼຸບຕາຕະລາງຫຼຽນລາງວັນ ທັງລະດັບເຍົາວະຊົນ U15 ແລະ ລະດັບໄວໜຸ່ມ U19 ເຈົ້າຂອງຫຼຽນຄຳຄັ້ງນີ້ ແມ່ນ ສປ ຈີນ ໄດ້ມາທັງໝົດ 5 ຫຼຽນຄຳ 3 ຫຼຽນເງິນ ແລະ 8 ຫຼຽນທອງ, ໃນນີ້ ລະດັບເຍົາວະຊົນ U15 ຈີນ ໄດ້ມາ 1 ຫຼຽນຄຳ 2 ຫຼຽນທອງ ແລະ ລະດັບໄວໜຸ່ມ U19 ໄດ້ມາ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 6 ຫຼຽນທອງ ອັນດັບທີ 2 ຍີ່ປຸ່ນ ໄດ້ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 3 ຫຼຽນທອງ, ທີ 3 ອິນເດຍ ໄດ້ 1 ຫຼຽນຄຳ 3 ຫຼຽນທອງ, ທີ 4 ໄທ ໄດ້ 1 ຫຼຽນຄຳ, ທີ 5 ໄຕ້ຫວັນ ໄດ້ 5 ຫຼຽນເງິນ ສຳລັບນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງແຊ໋ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ໋ມໂລກ (World Youth 2022).
ລາຍການດັ່ງກ່າວ ມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ຜ່ານການຄັດເລືອກເຂົ້າຮ່ວມ, ຊິງໄຊທັງໝົດ 11 ລາຍການ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ແລະ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 7 ລາຍການ, ນອກຈາກນີ້ ຍັງມີຄະນະນຳຈາກສະຫະພັນປິ່ງປ່ອງອາຊີ, ທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ຕະຫລອດການແຂ່ງຂັນ 6 ວັນ ເຫັນໄດ້ເຖິງນໍ້າໃຈນັກກິລາ, ຄວາມສາມັກຄີ ແລະ ມິດຕະພາບ ເຮັດໃຫ້ການແຂ່ງຂັນຄັ້ງນີ້ ສຳເລັດລົງຢ່າງຈົບງາມ.
Cr: ເອກະສັນ
Loading...