ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານວາງສະແດງຜະລິດຕະພັນຜູ້ບໍລິໂພກສາກົນ ຄັ້ງທີ 2 ຂອງຈີນ ຈະຈັດຂຶ້ນໃນລະຫວ່າງ ວັນທີ 26-30 ກໍລະກົດ 2022 ທີ່ເມືອງໄຫໂຂ່ວ (Haikou) ເຊິ່ງເປັນເມືອງຫຼວງຂອງແຂວງ ໄຮໜານ ທາງພາກໃຕ້ຂອງຈີນ ພາຍໃຕ້ຫົວຂໍ້: “ແບ່ງປັນໂອກາດທີ່ເປີດກວ້າງ ເພື່ອສ້າງຊີວິດທີ່ດີຂຶ້ນ”.
ປັດຈຸບັນມີບັນດາບໍລິສັດຈາກເກືອບ 60 ປະເທດຢືນຢັນໃນເບື້ອງຕົ້ນຈະນໍາເອົາຜະລິດຕະພັນຂອງຕົນເຂົ້າຮ່ວມງານດັ່ງກ່າວ ເຊີ່ງປີນີ້ເຂດວາງສະແດງຈະຂະຫຍາຍຈາກ 80,000 ຕາແມັດ ຂຶ້ນເປັນ 100.000 ຕາແມັດ, ໃນນີ້ ພື້ນ ທີ່ວາງສະແດງສໍາລັບບໍລິສັດ ກໍຄື ວິສາຫະກິດຕ່າງປະເທດຈະເພີ່ມຂຶ້ນຈາກ 75% ໃນປີກາຍເປັນ 80% ໃນປີນີ້.
ນອກຈາກນີ້, ພາຍໃນງານດັ່ງກ່າວ ຈະຈັດຫຼາຍກວ່າ 100 ກິດຈະກໍາທີ່ສໍາຄັນ, ພ້ອມທັງຈະມີການລາຍງານກ່ຽວກັບດັດຊະນີທີ່ກ່ຽວຂ້ອງກັບການບໍລິໂພກແລະການສ້າງທ່າເຮືອການຄ້າເສລີ Hainan. ນີ້ຖືເປັນງານວາງສະ ແດງລະດັບຊາດຂອງຈີນຄັ້ງທໍາອິດທີ່ມີຫົວຂໍ້ກ່ຽວກັບຜະ ລິດຕະພັນຜູ້ບໍລິໂພກ ແລະ ງານວາງສະແດງຜະລິດຕະພັນຜູ້ບໍລິໂພກທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີ-ປາຊີຟິກ.
ທ່ານ ສີ ຈິ້ນ ຜິງ ປະທານປະເທດຈີນ ກ່າວວ່າ: ການຈັດ ງານວາງສະແດງງານວາງສະແດງຄັ້ງນີ້ ແມ່ນເປັນການແລກ ປ່ຽນຜະລິດຕະພັນທີ່ມີຄຸນນະພາບສູງຈາກທົ່ວໂລກ ເຊີ່ງຈະຊ່ວຍໃຫ້ທຸກປະ ເທດ ໃນໂລກສາມາດແບ່ງປັນໂອກາດໃນຕະຫຼາດຈີນ, ສົ່ງເສີມການຟື້ນຕົວ ແລະ ການເຕີບໂຕຂອງເສດຖະກິດໂລກ ແລະ ຊ່ວຍໃຫ້ຈີນຈັດຫາຜະລິດຕະ ພັນທີ່ມີຄຸນນະພາບສູງເພື່ອຈໍາໜ່າຍໃນທົ່ວໂລກ ຕື່ມອີກ.
Cr: BT
Source: ກະຊວງການຄ້າ ແຫ່ງ ສປ ຈີນ