ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 11 ກໍລະກົດ 2022, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໄດ້ກ່າວປາໄສຢູ່ສຳນັກງານກອງເລຂາອາຊຽນ ທີ່ນະຄອນຫລວງຈາກາຕາ, ປະເທດອິນໂດເນເຊຍ ເຊີ່ງທ່ານໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຮ່ວມມືລະ ຫວ່າງ ຈີນ ແລະ ອາຊຽນ ໃນໄລຍະຜ່ານມາ, ພ້ອມທັງສະ ເໜີຍົກລະດັບການພົວພັນຮ່ວມມືລະດັບພາກພື້ນທີ່ເປີດກວ້າງກັບອາຊຽນ.
ທ່ານ ວາງຢີ້ ກ່າວວ່າ: ຈີນ ແລະ ອາຊຽນ ມີການເຊື່ອມຕໍ່ກັນດ້ວຍພູເຂົາ ແລະ ແມ່ນໍ້າ ເຊີ່ງເປັນຫົວໃຈສໍາຄັນແລະ ແມ່ນຄວາມມຸ່ງມາດປາດຖະຫນາ. “ພວກເຮົາເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມງານທີ່ດີກັບອະນາ ຄົດຮ່ວມກັນ” ກາວພົວພັນຮ່ວມມືລະຫວ່າ ຈີນ-ອາຊຽນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງໃນຫລາຍຂົງເຂດ. ໃນນີ້ ການຮ່ວມມືກັນເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເປັນສິ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນເຖີງມິດຕະພາບອັນເລິກເຊີ່ງ, ຄວາມໜາ ແລະ ບາງ ລະ ຫວ່າງຈີນ ແລະ ອາຊຽນ. ປະຈຸບັນ, ຈີນ ແລະ ອາຊຽນ ເປັນຄູ່ຮ່ວມມືດ້ານການຄ້າທີ່ໃຫຍ່ທີ່ສຸດຂອງກັນ ແລະ ກັນ, ດ້ວຍປະລິມານການຊື້-ຂາຍທີ່ເພີ່ມຂຶ້ນ 100 ເທື່ອຈາກ 30 ປີກ່ອນ ແລະ ການລົງທຶນໂດຍກົງສອງຝ່າຍ ບັນລຸເກີນກວ່າ 310 ຕື້ໂດລາສະຫະລັດ. ຂະນະທີ່ ການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງຈີນ ແລະ ອາຊຽນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ສິ່ງທີ່ຍັງຄົງຄ້າງໄດ້ຮັບການແກ້ ໄຂຢ່າງມີປະສິດທິຜົນ.
ທ່ານກ່າວຕື່ມວ່າ: ພາກພື້ນຂອງພວກເຮົາໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ໄດ້ສ້າງສິ່ງມະຫັດສະຈັນທີ່ພິເສດໃນການເຕີບໂຕ ຍ້ອນວ່າປະເທດຕ່າງໆ ໃນພາກພື້ນໄດ້ຢຶດຫມັ້ນໃນພາກພື້ນທີ່ເປີດກວ້າງ, ມີຄວາມເຄົາລົບ ແລະ ຊື່ນຊົມຕໍ່ຄວາມຫລາກຫລາຍຂອງບັນດາປະເທດສະມາຊິກ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການດ້ວຍຄວາມສະຫມັກໃຈ. ໃນຖານະທີ່ເປັນປະເທດກໍາລັງພັດທະນາທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນສະມາຊິກທີ່ສໍາຄັນໃນອາຊີ, ຈີນ ໄດ້ຕິດຕາມຢ່າງຕໍ່ເນື່ອງໃນການພັດທະນາຢ່າງສັນຕິ ແລະ ເປີດກວ້າງຍຸດທະສາດການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ຈີນ ຈະສືບຕໍ່ສະໜັບ ສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ສົ່ງເສີມຄວາມເປັນຈິດໜຶ່ງໃຈດຽວກັນ ແລະ ການຮ່ວມມືໃນພາກພື້ນ. ຈີນ ຢືນຢັນສະຫນັບສະຫນູນບົດບາດຂອງອາຊຽນຢ່າງຫນັກແຫນ້ນໃນຖານະບົດບາດຜູ້ຄວບຄຸມສະຖານະ ການ, ສະຫນັບສະຫນູນການປະຊາຄົມອາຊຽນ ແລະ ສະ ໜັບສະໜູນອາຊຽນເພື່ອເປັນສູນກາງຮ່ວມມືດ້ານສະຖາປັດຕະຍະກໍາຂອງພາກພື້ນ.
ທ່ານ ວາງຢີ້ ກ່າວຕື່ມວ່າ: ຈີນ ພ້ອມແລ້ວທີ່ຈະເປີດການຍົກລະດັບຮອບໃຫມ່ໃນເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ປະຕິບັດຕາມສັນຍາການເປັນຄູ່ຮ່ວມມືດ້ານເສດຖະກິດຮອບດ້ານ (RCEP) ໃນຂອບ ເຂດທົ່ວປະເທດ ແລະ ສົ່ງເສີມການຍົກລະດັບໃນເວລາອັນເຫມາະສົມ, ຂະນະດຽວກັນ ຈີນ ພ້ອມທີ່ຈະລົງນາມ ໃນຂໍ້ຕົກລົງການຄ້າເສລີທີ່ມີມາດຕະຖານສູງກັບປະເທດຕ່າງໆ ໃຫ້ຫຼາຍຂຶ້ນ ແລະ ລໍຖ້າທີ່ຈະເຂົ້າຮ່ວມຢ່າງໃກ້ຊິດໃນ ການພັດທະນາເຂດອ່າວກວາງດົງ-ຮົງກົງ-ມາກາວ ແລະ ການຮ່ວມມືຈີນ-ອາຊຽນ. ນອກຈາກນີ້ ຈີນ ຈະສືບຕໍ່ຢ່າງຕັ້ງໜ້າໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດສ້າງ ເພື່ອກະຕຸ້ນການຂັບເຄື່ອນໃຫມ່ຂອງການພັດທະນາໃນພາກພື້ນ ແລະ ພ້ອມແລ້ວທີ່ຈະເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຕໍ່ທາງດິຈິ ຕອລ, ການສໍາຫລວດການພັດທະນາທີ່ນໍາໃຊ້ກາກບອນຕໍ່າ, ການໝູນວຽນ ແລະ ການພັດທະນາສີຂຽວ, ລວມເຖີງຈະດໍາເນີນໂຄງການເສີມສ້າງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຈີນ-ອາຊຽນ ເປັນຢ່າງດີ ເພື່ອເລັ່ງການປ່ຽນແປງ ແລະ ການພັດທະນາໃນລະດັບພາກພື້ນ.
ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວຕື່ມວ່າ: ຈີນ ຈະນໍາໃຊ້ມາດຕະການຫຼາຍຂຶ້ນເພື່ອອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນຍ້າຍຂອງປະຊາຊົນ ແລະ ສົນ ທະນາກ່ຽວກັບການເລີ່ມຕົ້ນແຜນການຟື້ນຟູການທ່ອງ ທ່ຽວ ກັບທຸກຝ່າຍໃນເວລາທີ່ເຫມາະສົມ ແລະ ສະຫນັບສະຫນູນການພັດທະນາເສັ້ນທາງການທ່ອງທ່ຽວອາຊຽນ. ພ້ອມນີ້ ຈະຂະຫຍາຍການແລກປ່ຽນກັບປະເທດສະມາ ຊິກອາຊຽນໃນດ້ານວັດທະນະທໍາ ແລະ ລະຫວ່າງຊາວຫນຸ່ມ, ໜ່ວຍງານຕ່າງໆ ຂອງປະເທດ, ສື່ມວນຊົນ ແລະ ແມ່ຍິງ ເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມມີໄມຕຮີຈິດ ແລະ ຄວາມສໍາພັນລະຫວ່າງປະຊາຊົນຂອງເຂົາ ເຈົ້າ.
Cr: ມົດແດງນ້ອຍ