ວັນທີ 30 ກັນຍາ 2022, ທີ່ນະຄອນຫລວງປັກກິ່ງ, ສະພາແຫ່ງລັດຂອງຈີນ ໄດ້ຈັດງານລ້ຽງເນື່ອງໃນໂອກາດວັນຊາດ ແຫ່ງ ສປ ຈີນ ຄົບຮອບ 73 ປີ (1.10.1949-1.10.2022) ໂດຍມີ ທ່ານ ສີ ຈີ້ນຜິງ, ເລຂາ ທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ທ່ານ ລີ ເຄີ້ງສຽງ, ນາຍົກລັດຖະມົນ ຕີຈີນ, ພ້ອມດ້ວຍບັນດາການນໍາພັກ-ລັດຂອງຈີນເຂົ້າຮ່ວມເກືອບ 500 ທ່ານ.
ໃນໂອກາດນີ້, ທ່ານ ລີ ເຄີ້ງສຽງ ໄດ້ກ່າວປາໄສ ໂດຍໄດ້ເນັ້ນໜັກເຖີງຄວາມສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ຈະຈັດຂຶ້ນພາຍໃນປີນີ້ ເຊີ່ງເປັນປີທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ

ໃນການພັດທະນາຂອງຈີນ. “ໃນການປະເຊີນຫນ້າກັບການພັດທະນາທີ່ສະຫລັບສັບຊ້ອນ ແລະ ຄວາມທ້າທາຍຫລາຍຢ່າງທັງພາຍໃນ ແລະ ຕ່າງປະເທດຈີນ, ແຕ່ປະຊາຊົນຈີນທັງປະເທດພາຍໃຕ້ການນໍາພາທີ່ເຂັ້ມແຂງຂອງຄະນະກໍາ ມະການສູນກາງພັກກອມມູນິດຈີນ ທີ່ມີ ທ່ານ ສີ ຈິ້ງຜິງ ເປັນແກນກາງ ໄດ້ກ້າວໄປໜ້າ ແລະ ແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນດ້ວຍຜົນສໍາເລັດ.
ທ່ານກ່າວຕື່ມວ່າ: ການຮັບປະກັນພື້ນຖານເສດຖະກິດທີ່ດີແມ່ນມີຄວາມສໍາຄັນຕໍ່ການຮັກສາການເຕີບໂຕທີ່ຫມັ້ນຄົງຂອງເສດຖະກິດ. ຈີນ ໄດ້ດໍາເນີນມາດຕະການຢ່າງເຂັ້ມແຂງເພື່ອຫຼຸດຜ່ອນບັນດາຜົນກະທົບທີ່ເກີດຈາກປັດໄຈທີ່ບໍ່ຄາດຄິດມາກ່ອນ ແລະ ນໍາໃຊ້ນະໂຍບາຍເພື່ອເຮັດໃຫ້ເສດຖະກິດຂອງປະເທດມີຄວາມຫມັ້ນຄົງຢ່າງວ່ອງໄວ ແລະ ເດັດຂາດ. ຈີນ ມີຄວາມໝັ້ນໃຈ ແລະ ມີຄວາມສາ ມາດທີ່ຈະຮັກສາຕົວຊີ້ວັດທາງເສດຖະກິດທີ່ສໍາຄັນໃຫ້ຢູ່ ໃນຂອບເຂດທີ່ເຫມາະສົມ.

ການປະຕູຮູບ ແລະ ເປີດປະເທດ ແມ່ນນະໂຍບາຍພື້ນ ຖານຂອງຈີນ, ປະເທດຈີນໄດ້ກ້າວໄປຫນ້າດ້ວຍການ ປະ ຕິຮູບ ຫລື ມີການປ່ຽນແປງເພື່ອການພັດທະນາເສດຖະ ກິດຕະຫຼາດສັງຄົມ, ຕິດຕາມການເປີດກວ້າງທີ່ມີມາດຕະ ຖານສູງ, ຮັກສາການຄ້າຕ່າງປະເທດ ແລະ ການລົງທຶນໃຫ້ມີຄວາມຫມັ້ນຄົງ, ພ້ອມທັງລົງເລິກການຮ່ວມມືທາງເສດ ຖະກິດຫຼາຍຝ່າຍ ແລະ ສອງຝ່າຍເພື່ອເຮັດໃຫ້ຈີນກາຍເປັນຈຸດໝາຍປາຍທາງທີ່ສໍາຄັນສໍາລັບການລົງທຶນຂອງຕ່າງປະ ເທດ ແລະ ບັນລຸການພັດທະນາບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານ ລີ ເຄີ້ງສຽງ ຍັງໄດ້ເນັ້ນຢໍ້າເຖີງຄວາມພະຍາຍາມຂອງຈີນເພື່ອເຮັດວຽກຮ່ວມກັບປະເທດອື່ນໆໃນການຮັບ ມື ແລະ ແກ້ໄຂບັນດາສິ່ງທ້າທາຍລະດັບໂລກ ເພື່ອແນໃສ່ຊຸກຍູ້ສົ່ງເສີມສັນຕິພາບ, ຄວາມຫມັ້ນຄົງ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນໂລກ.
Source: Xinhua