ວັນທີ 8 ກັນຍາ 2020 ຈີນ ໄດ້ຈັດພິທີຍ້ອງຍໍບຸກຄົນແລະໜ່ວຍງານດີເດັ່ນໃນການຕ້ານກັບພະຍາດໂຄວິດ-19 ທົ່ວປະເທດຢູ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ກຽດປະດັບຫຼຽນໄຊໃຫ້ແກ່ຜູ້ທີ່ໄດ້ຮັບຫຼຽນໄຊແຫ່ງຊາດແລະຜູ້ທີ່ໄດ້ຮັບນາມມະຍົດແຫ່ງຊາດ ແລະໄດ້ກ່າວຄຳປາໄສສຳຄັນ.
ໃນພິທີຄັ້ງນີ້ ຍັງໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນຜູ້ດີເດັ່ນລະດັບຊາດ ແລະການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດໃນການຕ້ານກັບພະຍາດໂຄວິດ-19 ໃນທົ່ວປະເທດ.
ກ່ອນພິທີຍ້ອງຍໍ, ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳພັກລັດທ່ານອື່ນໆ ໄດ້ພົບປະກັບຜູ້ໄດ້ຮັບຫຼຽນໄຊແຫ່ງຊາດ ແລະ ຜູ້ໄດ້ຮັບນາມມະຍົດແຫ່ງຊາດ, ບຸກຄົນກ້າວໜ້າ, ຜູ້ຕາງໜ້າໜ່ວຍງານກ້າວໜ້າໃນການຕ້ານກັບພະຍາດໂຄວິດ-19 ໃນທົ່ວປະເທດ ແລະຖ່າຍຮູບຮ່ວມກັນ.
Cr: CRI-FM93