ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 23 ກັນຍານີ້, ທ່ານ ຫວ່າງເຫວິນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ ແລະແຈ້ງສະພາບທີ່ກ່ຽວຂ້ອງຂອງງານວາງສະແດງຈີນ-ອາຊີເອີຣົບຄັ້ງທີ 7. ທ່ານກ່າວວ່າ: ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ,ຖືງານວາງສະແດງເປັນເວທີ,ເປີດກວ້າງການຮ່ວມ ມືລະຫວ່າງອາຊີ-ເອີຣົບຢ່າງບໍ່ຢຸດຢັ້ງ, ຍົກລະດັບການຮ່ວມ ມືລະຫວ່າງອາຊີ-ເອີຣົບໃຫ້ສູງຂຶ້ນ,ຊຸກຍູ້ການພັດທະນາຮ່ວມກັນແລະຄວາມຈະເລີນຮຸ່ງເຮືອງພ້ອມກັນ.
ທ່ານ ຫວ່າງເຫວິນປິ່ນ ແຈ້ງໃຫ້ຮູ້ວ່າ: ລະຫວ່າງວັນທີ 19 ຫາ 22 ກັນຍານີ້, ງານວາງສະແດງຈີນ-ອາຊີເອີຣົບຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນອູລຸມກີເຂດຊິ່ນຈ່ຽງຈີນພາຍໃຕ້ຫົວຂໍ້ “ປຶກສາຫາລືຮ່ວມກັນ,ສ້າງສາຮ່ວມກັນ,ຊົມໃຊ້ຮ່ວມກັນແລະຮ່ວມມືກັນມຸ່ງໜ້າສູ່ອະນາຄົດ”,ໄດ້ດຶງດູດວິສາຫະກິດຈາກ 32 ປະເທດແລະເຂດແຄວ້ນໃນໂລກທັງໝົດ 3.597 ແຫ່ງເຂົ້າຮ່ວມງານແລະການວາງສະແດງຜ່ານທາງອອນລາຍ,ມີວິສາຫະກິດ 2.652 ແຫ່ງເຂົ້າຮ່ວມການວາງສະແດງຜ່ານທາງອອນລາຍ. ວິສາຫະກິດນຳໜ້າ 500 ແຫ່ງແລະວິສາຫະກິດຂ້າມຊາດຂອງຈີນແລະໂລກທັງໝົດ 21 ແຫ່ງໄດ້ເຂົ້າຮ່ວມງານແລະການວາງສະແດງ, ວິສາຫະກິດນຳໜ້າໃນຂະແໜງການ 110 ແຫ່ງໄດ້ເຂົ້າ ຮ່ວມການວາງສະແດງຜ່ານທາງອອຟລາຍ.
ງານວາງສະແດງຄັ້ງນີ້ໄດ້ເຊັນສັນຍາໂຄງການ 448 ໂຄງການ, ມູນຄ່າການເຊັນສັນຍາມີເຖິງ 1.170 ຕື້ຢວນ,ໄດ້ສ້າງສະຖິຕິໃໝ່ນັບແຕ່ໄດ້ຈັດງານວາງສະແດງຈີນ-ອາຊີເອີຣົບເປັນຕົ້ນມາ.