ວັນທີ 29 ສິງຫາ 2022, ທ່ານສາດສະດາຈານ ຫວັງ ຫລິນກົງ, ຮອງປະທານສະຖາບັນຈີນ-ອາຟຼິກກາ, ຮອງຜູ້ອໍານວຍໃຫຍ່ສະຖາບັນວິທະຍາສາດຕາເວັນຕົກ-ອາຊຽນ ແລະ ອາຟຼິກກາ, ທັງເປັນຮອງປະທານສະມາຄົມຈີນ ເພື່ອການສຶກສາໃນຕາເວັນອອກກາງ, ພ້ອມດ້ວຍ ທ່ານ ນາງ ໄດ ຣຸຍຈຸນ, ນັກວິໄຈຂອງສະຖາບັນກົດໝາຍສາກົນ, ສະຖາ ບັນສັງຄົມສາດຂອງຈີນ ແລະ ທ່ານ ນາງ ອູ໋ ເຮົາຕັນ, ຜູ້ຊ່ວຍສາດສະດາຈານຂອງສະຖາບັນຍຸດທະສາດການສຶກສາສາ ກົນ, ໂຮງຮຽນພັກຂອງຄະນະບໍລິຫານງານສູນກາງພັກກອມມຸຍນິດຈີນ ຮ່ວມກັນຖະແຫລງຂ່າວຢູ່ສະມາ ຄົມນັກຂ່າວແຫ່ງ ສປ ຈີນ ທີ່ນະຄອນຫລວງປັກກິ່ງ ພາຍ ໃຕ້ຫົວຂໍ້: “ການລ່ວງລະເມີດສິດທິມະນຸດຂອງສະຫະລັດອາເມຣິກາຢູ່ຕາເວັນອອກກາງ”.
ໃນໂອກາດນີ້, ທັງ 3 ທ່ານ ລ້ວນແຕ່ຍົກໃຫ້ເຫັນເຖີງເນື້ອໃນບົດລາຍງານຜົນການຄົ້ນຄວ້າກ່ຽວກັບ “ການລ່ວງລະ ເມີດສິດທິມະນຸດຂອງສະຫະລັດອາເມຣິກາຢູ່ເຂດຕາເວັນອອກກາງ ແລະ ສະຖານທີ່ອື່ນໆ” ທີ່ກ່ອນໜ້ານີ້ຈີນເຄີຍເປີດເຜີຍມາແລ້ວ ເຊີ່ງຖືເປັນການລ່ວງລະເມີດກົດ ໝາຍສາກົນຢູ່ເຂດຕາເວັນອອກກາງ ແລະ ເຂດອ້ອມຂ້າງ, ທັງເປັນການລ່ວງລະເມີດຕໍ່ສິດທິມະນຸດຢ່າງເປັນລະບົບ, ມີຜົນຮ້າຍຢ່າງຕໍ່ເນື່ອງ ແລະ ຍາວນານ.
ບົດລາຍງານດັ່ງກ່າວ ໄດ້ຊີ້ໃຫ້ເຫັນບາງຕອນວ່າ: ນັບແຕ່ປີ 2001 ເປັນຕົ້ນມາ, ສະຫະລັດອາເມຣິກາ ໄດ້ເຕົ້າ ໂຮມພັນທະມິດກໍ່ສົງຄາມອ່າວເປີເຊຍ, ສົງຄາມອັຟການິສຖານ, ສົງຄາມອີຣັກ ແລະອື່ນໆ. ນອກຈາກນີ້ ຍັງໄດ້ເຂົ້າຮ່ວມໃນສົງຄາມລີບີ ແລະ ສົງຄາມຊີຣີ ເຮັດໃຫ້ສ້າງຜົນກະທົບດ້ານມະນຸດສະທຳທີ່ຮ້າຍແຮງຢູ່ໃນໂລກ. ໂຄງການຄົ້ນຄວ້າ “ຄ່າທົດແທນຂອງສົງຄາມ” ຂອງມະຫາວິທະຍາໄລບຣອນ, ປະເທດສະຫະລັດອາເມຣິກາ ຊີ້ອອກວ່າ: ມີຫຼາຍກວ່າ 174.000 ຄົນເສຍຊີວິດໂດຍກົງໃນສົງຄາມອັຟການິສ ຖານ, ໃນນັ້ນ 47.000 ກວ່າຄົນ ແມ່ນປະຊາຊົນ. ນັບແຕ່ປີ 2003 ຫາປີ 2021, ມີປະຊາຊົນອີຣັກ ປະມານ 209.000 ຄົນ ເສຍຊີວິດໃນສົງຄາມ ຫຼື ຈາກການປະທະກັນດ້ວຍຄວາມຮຸນແຮງ, ປະຊາຊົນອີຣັກ ປະມານ 9,2 ລ້ານຄົນ ຕົກເປັນຊາວອົບພະຍົບ ຫຼື ຖືກບັງຄັບໃຫ້ໜີອອກຈາກບ້ານເກີດເມືອງນອນ.
ອີງຕາມຕົວເລກທີ່ອົງການສະຫະປະຊາຊາດເຜີຍແຜ່ນັ້ນ, ການແຊກແຊງທາງການທະຫານຂອງສະຫະລັດອາ ເມຣິກາ ເຮັດໃຫ້ປະຊາຊົນຊີຣີຢ່າງໜ້ອຍ 350.000 ຄົນເສຍຊີວິດ, 12 ລ້ານກວ່າຄົນສູນເສຍທີ່ຢູ່ອາໄສ ແລະປະ ຊາຊົນຊີຣີ 14 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະ ນຸດສະທຳຢ່າງຮີບດ່ວນ.
ນອກຈາກນີ້ ທັງ 3 ທ່ານຍັງໄດ້ຍົກໃຫ້ເຫັນອີກຫລາຍບັນ ຫາທີ່ເປັນການລ່ງວລະເມີດສິດທິມະນຸດຂອງສະຫະລັດອາເມລິກາຢູ່ຕາເວັນອອກກາງ ແລະ ປະເທດອ້ອມຂ້າງ ເຊີ່ງເປັນການລະເມີດກົດໝາຍສາກົນ, ສ້າງອາດຊະຍາກໍາຕໍ່ມະນຸດ ເປັນຕົ້ນ: ການກັກຂັງໂດຍເຈດຕະນາ, ໃຊ້ການທໍລະມານແບບບໍ່ເລືອກຫນ້າ, ການທໍລະມານນັກໂທດ, ການລົງໂທດພຽຍງຝ່າຍດຽວຢູ່ໃນປະເທດຕາເວັນອອກກາງ ແລະ ປະເທດອ້ອມຂ້າງ, ທັງໝົດນີ້ແມ່ນກ່ຽວພັນກັບການລະເມີດສິດທິມະນຸດຢ່າງເປັນລະບຽບ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງ ແລະ ຍາວນານ.

