ຈາກກໍລະນີທີ່ ທ່ານ ນາງແນນຊີ ເປໂລຊີ ປະທານສະພາຕໍ່າສະຫະລັດອາເມຣິກາ ເດີນທາງມາຢ້ຽມຢາມໄຕ້ຫວັນ ເມື່ອບໍ່ດົນມານີ້. ໃນວັນທີ 5 ສິງຫາ 2022 ກະຊວງ ການຕ່າງປະເທດຈີນ ໄດ້ປະກາດ 8 ມາດຕະການ ເພື່ອຕອບໂຕ້ສະຫະລັດອາເມຣິກາ ຄື:
1. ຍົກເລີກແຜນການສົນທະນາທາງໂທລະສັບລະຫວ່າງຜູ້ນຳເຂດສູ້ຮົບຂອງສອງກອງທັບຈີນ-ສະຫະລັດອາເມຣິກາ.
2. ຍົກເລີກການພົບປະກັນລະຫວ່າງກະຊວງປ້ອງກັນປະ ເທດຈີນ-ສະຫະລັດອາເມຣິກາ.
3. ຍົກເລີກກອງປະຊຸມກົນໄກປຶກສາຫາລືຄວາມໝັ້ນຄົງດ້ານການທະຫານທາງທະເລຈີນ-ສະຫະລັດອາເມຣິກາ.
4. ໂຈະການຮ່ວມມືນຳສົ່ງຊາວຜູ້ຍົກຍ້າຍຖິ່ນຖານທີ່ຜິດກົດໝາຍລະຫວ່າງຈີນ-ສະຫະອາເມຣິກາຊົ່ວຄາວ.
5. ໂຈະການຮ່ວມມືກ່ຽວກັບການຊ່ວຍເຫຼືອຕຸລາການທາງອາຍາລະຫວ່າງຈີນ-ສະຫະລັດອາເມຣິກາຊົ່ວຄາວ.
6. ໂຈະການຮ່ວມມືເພື່ອຕໍ່ຕ້ານອາຊະຍາກຳຂ້າມຊາດລະ ຫວ່າງຈີນ-ສະຫະລັດອາເມຣິກາຊົ່ວຄາວ.
7. ໂຈະການຮ່ວມມືປາບປາມຢາເສບຕິດລະຫວ່າງຈີນ- ສະຫະລັດອາເມຣິກາຊົ່ວຄາວ.
8. ໂຈະການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ສະຫະລັດອາເມຣິກາຊົ່ວຄາວ.