ຂະບວນລົດໄຟຄວາມໄວສູງ ແລະ ລົດໄຟລາດຕະເວນ ທີ່ສົມບູນແບບທີ່ໄດ້ຮັບການຜະລິດສຳລັບທາງລົດໄຟ ຄວາມໄວສູງ ສາຍຈາກາຕາ-ບັນດຸງ (Jakarta- Bandung) ໃນອິນໂດເນເຊຍ ໄດ້ຮັບການຂົນສົ່ງຈາກທ່າກຳປັ່ນຊິງເຕົາ, ແຂວງຊານຕົງ ທີ່ຢູ່ທາງທິດຕາເວັນອອກ ຂອງຈີນ ເມື່ອບໍ່ດົນມານີ້ ຊຶ່ງເປັນສ່ວນໜຶ່ງໃນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ(BRI) ເຊີ່ງລົດໄຟຊຸດທຳອິດຈະສົ່ງມອບຮອດນະຄອນຫລວງ ຈາກາຕາຂອງອິນໂດເນເຊຍພາຍໃນທ້າຍເດືອນສິງຫານີ້ ແລະ ຈະຈັດຕັ້ງປະຕິບັດການຂົນສົ່ງມອບລົດໄຟສ່ວນທີ່ເຫລືອທັງໝົດ ໂດຍແບ່ງອອກ ເປັນຊຸດພາຍໃນຕົ້ນປີ 2023 .
ຂະບວນລົດໄຟດັ່ງກ່າວນໍາໃຊ້ເຕັກໂນໂລຊີທັນສະໄໝຂອງລົດໄຟແບບ ຫົວລູກປືນຟູ່ຊີງ ແລະ ມີຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ ໄດ້ຮັບການອອກແບບ ແລະ ຜະ ລິດຕາມມາດຕະຖານຈີນ ແລະ ປັບໃຫ້ເຂົ້າກັບສະພາບ ແວດລ້ອມ ການປະຕິບັດງານ ສະພາບເສັ້ນທາງ ລວມທັງ ວັດທະນະທໍາ ທ້ອງຖິ່ນ ຂອງອິນໂດເນເຊຍ.
ສຳລັບເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຈະເຊື່ອມຕໍ່ ຈາກາຕາ ແລະ ບັນດຸງເມືອງທ່ອງທ່ຽວທີ່ມີຊື່ສຽງ ຂອງອິນໂດເນເຊຍດ້ວຍໄລຍະທາງ ທັງໝົດ 142 ກິໂລ ແມັດ ເຊີ່ງຈະເຮັດໃຫ້ຈາກປົກກະຕິເດີນທາງດ້ວຍລົດຍົນ ໃຊ້ເວລາ 4-5 ຊົ່ວໂມງ ແຕ່ຖ້າໃຊ້ລົດໄຟຄວາມໄວສູງນີ້ຈະໃຊ້ເວລາພຽງ 40 ນາທີ ເທົ່ານັ້ນ.
Source: Xinhua