ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດຂອງພະຍາດໂຄວິດ-19 ພາຍຫລັງທີ່ເກີດຂຶ້ນມາເປັນເວລາເກືອບ 3 ປີ, ນັບແຕ່ມີລາຍງານການຕິດເຊື້ອໃນທ້າຍປີ 2019, ມາຮອດປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອປະຈໍາວັນຫລຸດລົງຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດພະຍາດດັ່ງກ່າວຈະກາຍເປັນພະຍາດປະຈໍາທ້ອງ ຖິ່ນ ຫລື ພະຍາດຕາມລະດູການປົກກະຕິ ເຮັດໃຫ້ຫລາຍປະ ເທດທົ່ວໂລກໄດ້ເປີດປະເທດຢ່າງເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວໂດຍບໍ່ຕ້ອງກັກຕົວ ຫລື ມີໃບຢັ້ງ ຢືນການສັກວັກຊີນ ແລະ ຢັ້ງຢືນຜົນກວດພະຍາດໂຄວິດ -19 ກ່ອນເດີນທາງເຂົ້າປະເທດ, ລວມເຖີງການພົວພັນຄ້າ-ຂາຍ, ການໄປມາຫາສູ່ເຊີ່ງກັນ ແລະ ກັນ ແລະ ອື່ນໆ ເພື່ອແນໃສ່ຟື້ນຟູເສດຖະກິດຂອງປະເທດພາຍຫລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຕ່ລະປະເທດວາງອອກ ແລະ ເຮັດໃຫ້ປະຊາຊົນພາຍໃນປະ ເທດຂອງຕົນໄດ້ກັບມາໃຊ້ຊີວິດ ແລະ ທໍາມາຫາກິນໄດ້ເປັນປົກກະຕິໃນຮູບແບບໃໝ່ ຫລື New Normal.
ຢ່າງໃດກໍຕາມ, ປັດຈຸບັນ ປະເທດໃຫຍ່ທີ່ມີພົນລະເມືອງປຽບເໝືອນຫລັງຄາໂລກ ຄື ສປ ຈີນ ຍັງບໍ່ທັນເປີດປະເທດຢ່າງເຕັມຮູບແບບເທື່ອ ເພາະລັດຖະບານຈີນຍັງດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດທີ່ສຸດ ດ້ວຍການຈັດຕັ້ງປະຕິບັດນະໂຍບາຍ “ຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19ໃຫ້ເປັນສູນ” ຫລື Zero Covid, ແຕ່ຫລັງຈາກການລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ (Delta) ໃນເດືອນສິງຫາປີ 2021 ເປັນຕົ້ນມາ, ທາງການຈີນໄດ້ປັບນະໂຍບາຍໃໝ່ເອີ້ນວ່າ: (Dynamic Zero Covid) ເຊີ່ງນະໂຍບາຍດັ່ງກ່າວແມ່ນບໍ່ຈໍາເປັນຕ້ອງໃຊ້ມາດຕະການດຽວກັັນໃນທົ່ວປະເທດ ແຕ່ສາມາດປັບປ່ຽນມາດຕະການທີ່ລັດ ຖະບານຈີນວາງອອກໃຫ້ເຂົ້າກັບເງື່ອນໄຂ ແລະ ສະ ພາບຄວາມເປັນຈິງ ໂດຍສະເພາະລະບົບສາທາລະນະສຸກໃນທ້ອງ ຖິ່ນຕົນເອງຢ່າງເຂັ້ມງວດ. ຈຸດປະສົງຂອງນະໂຍ ບາຍດັ່ງກ່າວເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນສູງສຸດ, ໃຊ້ຕົ້ນທຶນຕໍ່າ ແລະ ໃຊ້ເວລາໜ້ອຍທີ່ສຸດ ເພື່ອຫລຸດຜ່ອນຜົນກະທົບທາງດ້ານເສດຖະ ກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນພາຍໃນປະເທດ.
ຈາກປະສົບການຕົວຈິງຂອງຈີນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ນະໂຍບາຍ Dynamic Zero Covid ບໍ່ພຽງແຕ່ເປັນທາງເລືອກທີ່ດີທີ່ສຸດ ເທົ່ານັ້ນ, ແຕ່ຫາກຍັງເປັນແນວທາງສໍາຄັນທີ່ຕ້ອງຮັກສາໄວ້ສໍາລັບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ປະເທດຈີນໃນປັດຈຸບັນນີ້.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນລະຫວ່າງວັນທີ 16-22 ຕຸລາ 2022 ຜ່ານມານີ້, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດຈີນ ໄດ້ກ່າວປາໄສ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ນະໂຍບາຍDynamic Zero Covid ຂອງລັດຖະບານຈີນວ່າເປັນນະໂຍບາຍທີ່ປະສົບຜົນສໍາເລັດເປັນຢ່າງດີ ເພາະລັດຖະບານຈີນ ໄດ້ຍຶດຖືປະ ຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນສິ່ງສໍຳຄັນກວ່າໝູ່, ພ້ອມນີ້ ທ່ານໄດ້ຢືນຢັນວ່າ ລັດຖະບານຈີນ ຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ປະຊາຊົນຂອງຕົນເໜືອສິ່ງອື່ນໃດ ແລະ ຈະນໍາໃຊ້ນະໂຍບາຍດັ່ງກ່າວເປັນການປ້ອງກັນສຸຂະ ພາບ ແລະ ຮັບປະກັນຄວາມປອດໄພດ້ານສຸຂະພາບຂອງເຂົາເຈົ້າໃຫ້ດົນເທົ່າທີ່ຈະດົນໄດ້.
ຢ່າງໃດກໍຕາມ, ໃນໂອກາດດໍາເນີນກອງປະຊຸມໃຫຍ່ພັກກອມມູນິດຈີນໃນຄັ້ງນີ້ ນະໂຍບາຍດັ່ງກ່າວຖືເປັນບັນຫາສໍາຄັນໜຶ່ງທີ່ສື່ມວນຊົນຕ່າງປະເທດໃຫ້ຄວາມສົນໃຈ ແລະ ຕັ້ງຄໍາຖາມຕໍ່ລັດຖະບານຈີນວ່າຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍນີ້ໄປອີກດົນປານໃດ. ເຊີ່ງ ທ່ານ ຊຸນ ເຢ້ຫຼີ, ໂຄ ສົກຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ຕອບວ່າ: ນະໂຍບາຍດັ່ງກ່າວເປັນນະໂຍບາຍທີ່ຈີນກໍານົດຂຶ້ນໂດຍພິຈາລະນາຈາກສະພາບຄວາມເປັນຈິງ ແລະ ຫລັກການທາງດ້ານວິທະຍາສາດຂອງຈີນ ເພື່ອຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນຕ້ອງມາກ່ອນເປັນອັນດັບທີໜຶ່ງ ເຊີ່ງເປັນຈຸດເລີ່ມຕົ້ນແລະ ເປົ້າໝາຍພື້ນຖານທີ່ສໍາຄັນຂອງທຸກມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຂອງຈີນ ເພາະຖ້າປະເມີນ ໂດຍລວມແລ້ວເຫັນວ່າການຈັດຕັ້ງປະຕິບັດບັນດາມາດຕະການຕາມນະໂຍບາຍດັ່ງກ່າວແມ່ນປະຢັດ ແລະ ມີປະສິດທິຜົນດີກວ່າໝູ່.
ທ່ານ ຊຸນ ເຢ້ຫຼີກ່າວຢໍ້າວ່າ: ຍ້ອນຈີນເປັນປະເທດທີ່ມີປະຊາກອນຢ່າງຫລວງຫລາຍ ແລະ ມີຜູ້ອາຍຸສູງຈໍານວນຫລາຍ, ການພັດທະນາຢູ່ແຕ່ລະເຂດແຄ້ວນໃນປະເທດມີຄວາມແຕກຕ່າງກັນ ແລະ ຈໍານວນແພດໝໍໃນປະເທດຍັງບໍ່ພຽງພໍ. ດັ່ງນັ້ນ ການຍຶດໝັ້ນນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຖືເປັນສິ່ງທີ່ຮັບ ປະກັນໃຫ້ມີຈໍານວນຜູ້ຕິດເຊື້ອແລະອັດຕາຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ໃນລະດັບຕ່ຳສຸດ. ນອກຈາກນີ້ ນະ ໂຍບາຍນີ້ຍັງເປັນການປະກອບສ່ວນສໍາຄັນທີ່ຊ່ວຍຮັກສາການພັດທະນາເສດຖະກິດ-ສັງຄົມຂອງຈີນໃຫ້ຢູ່ໃນສະ ພາບທີ່ໝັ້ນທ່ຽງຢ່າງຕໍ່ເນື່ອງ. ພ້ອມນີ້ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ: ຜ່ານການຈັດຕັ້ງປະຕິບັດນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະ ຍາດໂຄວິດ-19 ໃຫ້ເປັນຈະເຮັດໃຫ້ຈີນໄດ້ຮັບໄຊຊະນະເໜືອພະຍາດດັ່ງກ່າວນີ້.
ນັບແຕ່ເລີ່ມຕົ້ນຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງອູຮັ່ນ, ແຂວງຫູເປີຍ ເມື່ອ 2 ປີກ່ອນ ຈົນມາຮອດປັດຈຸບັນ ຈີນໄດ້ຢຶດໝັ້ນດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດດ້ວຍນະໂຍບາຍ Dynamic Zero Covid ຢ່າງມີປະສິດທິພາບດີ. ຢ່າງໃດກໍຕາມ ຈາກການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວທີ່ຕ້ອງໄດ້ປິດບາງພື້ນ ທີ່, ປິດບາງໂຮງຈັກ-ໂຮງງານ, ຮ້ານຄ້າ, ການຮຽນ-ການສອນແບບເຊີ່ງໜ້າຂອງສະຖາບັນການສຶກສາ ແລະ ສະ ຖານທີ່ອື່ນໆ ທີ່ມີຜູ້ຕິດເຊື້ອໃນໄລຍະຊົ່ວຄາວເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ຖືກສື່ຕາເວັນຕົກຈໍານວນໜຶ່ງຕັ້ງຄໍາຖາມຂຶ້ນເປັນປະຈໍາວ່າເຂັ້ມງວດເກີນໄປ ຫລື ບໍ່ ແລະ ມັກອອກຂ່າວໃນທາງທີ່ບໍ່ສ້າງສັນ ຫລື ມີການວິພາກວິຈານໄປໃນທາງທີ່ບໍ່ສ້າງສັນກ່ຽວກັບນະໂຍບາຍດັ່ງກ່າວນີ້ຂອງຈີນ ເຊີ່ງນີ້ອາດເກີດຂຶ້ນຈາກອັກຄະຕິສ່ວນຕົວ ຫລື ເພື່ອຂັດຂວາງການພັດທະນາເສດຖະກິດ-ສັງຄົມຂອງຈີນ ເຊີ່ງປັດຈຸບັນຈີນຖືເປັນປະ ເທດທີ່ມີເສດຖະກິດຂະຫຍາຍຕົວເປັນອັນດັບ 2 ຂອງໂລກ ແລະ ເປັນຄູ່ຄ້າທີ່ສໍາຄັນຕົ້ນຕໍຂອງຫລາຍກວ່າ 140 ປະ ເທດທົ່ວໂລກ.
ຕ້ອງຍອມຮັບວ່າ: ການຢຸດຕິການຜະລິດຕາມປົກກະຕິຂອງບັນດາໂຮງຈັກ-ໂຮງງານຊົ່ວຄາວ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດໃນລະດັບໜຶ່ງ, ແຕ່ຕ້ອງຍອມຮັບວ່າ ເຊື້ອພະຍາດໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີ ວິດເປັນເລື່ອງຈິງທີ່ເກີດຂຶ້ນ ເຊີ່ງທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແລ້ວຫລາຍກວ່າ 6,6 ລ້ານຄົນ, ໃນນີ້ ສປຈີນ ທີ່ມີປະຊາກອນຫລາຍກວ່າໝູ່ໃນໂລກ ແລະ ມີການລະບາດຂອງພະຍາດຊະນິດນີ້ຢ່າງຮ້າຍແຮງກ່ອນໝູ່ໃນໂລກ,ມາຮອດວັນທີ 15 ພະຈິກ 2022 ທົ່ວປະເທດຈີນມີຜູ້ເສຍຊີວິດລວມທັງໝົດ 5.226 ຄົນ. ຂະນະທີ່ຜູ້ຕິດເຊື້ອລວມທັງໝົດ 275,420 ຄົນ ຈັດຢູ່ອັນດັບທີ 105 ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫລາຍທີ່ສຸດໃນໂລກ.
ລັດຖະບານຈີນ ຢືນຢັນນໍາໃຊ້ນະໂຍບາຍ Dynamic Zero Covid ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະ ບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບຂອງປະຊາຊົນ ແລະ ເພື່ອຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກເປັນປະເທດທີ່ມີະຊາກອນເຖີງ 1,4 ລ້ານຄົນ ແລະ ຍັງປະເຊີນໜ້າກັບປັນຫາການພັດທະນາທີ່ບໍ່ສົມດູນກັນໃນທ້ອງຖິ່ນຕ່າງໆ, ລວມເຖີງຍັງຂາດເຂີນບຸກຄະລາກອນທາງ ການແພດ ແລະ ການຈັດສັນອຸປະກອນການແພດໃນຫລາຍທ້ອງຖິ່ນ. ຂະນະດຽວກັນ ຈີນ ເປັນປະເທດທີ່ມີຜູ້ອາຍຸສູງ 60 ປີຂຶ້ນໄປຫລາຍກວ່າ 267 ລ້ານຄົນ, ຖ້າຫາກບໍ່ນໍາໃຊ້ມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ ແລະ ເດັດຂາດ, ພະ ຍາດໂຄວິດ-19 ສາຍພັນໂອໄມຄຣອນທີ່ແຜ່ລະ ບາດໄດ້ຢ່າງວ່ອງໄວໃນປັດຈຸບັນ ຄົງຍາກທີ່ຈະຄາດເດົາໄດ້ວ່າພາຍໃນປະ ເທດຈີນຈະມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດດັ່ງກ່າວໂດຍສະເພາະຜູ້ມີອາຍຸສູງ ແລະ ເດັກ ນ້ອຍ ເພີ່ມຂຶ້ນອີກຈໍານວນຫລາຍເທົ່າໃດ.
ບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະ ບາດຂອງພະຍາດໂຄວິດ-19 ທີ່ເຂັ້ມງວດ ແລະ ເດັດຂາດ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດ-ສັງຄົມຢ່າງຫລີກຫລ່ຽງບໍ່ໄດ້ໃນໄລຍະສັ້ນ ແຕ່ໂດຍລວມແລ້ວຈາກສະພາບຄວາມເປັນຈິງ ແລະ ຜົນສໍາເລັດທີ່ເປັນຮູບປະທໍາຢ່າງຊັດເຈນໄລຍະຜ່ານມາ ສະແດງໃຫ້ເຫັນວ່ານະໂຍ ບາຍ Dynamic Zero Covid ຂອງຈີນ ເປັນນະໂຍບາຍທີ່ດີ ແລະ ມີປະສິດທິພາບສູງ, ທັງສາມາດເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມຕາມປົກກະຕິໃນພື້ນທີ່ສ່ວນ ໃຫຍ່ຂອງປະເທດດໍາເນີນໄປດ້ວຍດີ ແລະ ມີທ່າອ່ຽງທີ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ, ເຊີ່ງສະແດງອອກໃນໄຕມາດທໍາອິດຂອງປີ 2022 ລວມຍອດຜະລິດຕະພັນພາຍໃນ ຫລື GDP ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນທ່າມກາງສະພາບອັດຕາເງິນເຟີ້ທົ່ວໂລກ ລາຄາສິນ ຄ້າພາຍໃນຍັງຄົງຕົວ. ຂະນະທີ່ມູນຄ່າການຄ້າສິນຄ້າຂອງຈີນໃນໄລຍະເວລາດັ່ງກ່າວເພີ່ມຂຶ້ນ 10,7% ແລະ ບໍລິສັດໃຫຍ່ຂອງຈີນມີກໍາໄລເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ດ້ວຍເຫດຜົນທັງໝົດທີ່ກ່າວມານີ້, ຄົງບໍ່ຍາກທີ່ຈະສະ ຫລຸບໄດ້ວ່າ: ນະໂຍບາຍ Dynamic Zero Covid ຂອງລັດຖະບານຈີນຖືເປັນນະໂຍບາຍທີ່ຊ່ວຍຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງຈີນຕາມປົກກະຕິ ແລະ ເປັນນະໂຍບາຍທີ່ຮັບປະກັນດ້ານສຸຂະພາບທີ່ເຂັ້ມແຂງສຳລັບປະຊາຊົນຈີນທີ່ມີ 1,4 ລ້ານຄົນ. ດັ່ງນັ້ນ ລັດຖະບານຈີນ ຢືນຢັນຈະນໍາໃຊ້ນະໂຍ ບາຍດັ່ງກ່າວນີ້ຕໍ່ໄປ ແຕ່ອາດຈະມີການປັບປ່ຽນບາງມາດຕະການເພື່ອໃຫ້ເຂົ້າກັບສະພາບການ ແລະ ເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນໃນທົ່ວປະເທດ ແຕ່ຕ້ອງຮັບ ປະກັນປະ ສິດທິພາບສູງສຸດ.