ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ຟ້າມ ບິ່ງມິງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນເປັນປະທານກອງປະຊຸມຄະນະກໍາມະການຮ່ວມ ມືສອງຝ່າຍ ຈີນ-ຫວຽດນາມ ຄັ້ງທີ 14 ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈ້ວງກວາງສີ, ສປ ຈີນ ໃນວັນທີ 13 ກໍລະກົດ 2022.
ທ່ານ ວາງຢີ້ ກ່າວວ່າ: ຈີນ ແລະ ຫວຽດນາມ ຕ່າງມີເຫດ ການທາງການເມືອງທີ່ສໍາຄັນພາຍໃນປະເທດໃນປີນີ້, ດັ່ງນັ້ນ ຈິ່ງມີຄວາມຈໍາເປັນຫລາຍທີ່ສອງຝ່າຍຕ້ອງໄດ້ເສີມຂະຫຍາຍການປະສານງານ ແລະ ຄວາມພະຍາຍາມໃນການສ້າງຊຸມຊົນໃຫ້ມີອະນາຄົດຮ່ວມກັນດ້ວຍຍຸດທະສາດທີ່ສໍາຄັນ, ພ້ອມນີ້ ທ່ານໄດ້ໃຫ້ຄໍາແນະນໍາຫ້າຂໍ້ເພື່ອເສີມຂະ ຫຍາຍການຮ່ວມມືລະຫວ່າງສອງປະເທດ ເຊີ່ງສອງຝ່າຍຄວນສົ່ງເສີມການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ ຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃຫມ່, ລົງເລິກໃນການແລກປ່ຽນປະສົບການໃນດ້ານການປົກຄອງປະເທດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະນິຕິບັນຍັດ ແລະ ການແລກປ່ຽນບົດຮຽນພາຍໃນພັກ.
ທ່ານກ່າວຕື່ມວ່າ: ສອງຝ່າຍຄວນໃຫ້ການຮ່ວມມືກັນຢ່າງເຕັມທີ່ກ່ຽວຜົນປະໂຫຍດທາງດ້ານອຸດສາຫະກໍາ, ລວມເຖີງການຍົກລະດັບການຮ່ວມມືດ້ານເສດຖະກິດ, ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດ, ການສົ່ງເສີມການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາ ກາດ, ການພັດທະນາສີຂຽວ, ໄຟຟ້າແສງຕາເວັນ, ພະລັງ ງານສະອາດ ແລະ ການປັບປຸງການແລກປ່ຽນການໄປມາ ຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ.
ສ່ວນ ທ່ານ ຟ້າມບິ່ງມິງ ກ່າວວ່າ: ການພົວພັນຮ່ວມມືກັບຈີນ ແມ່ນນະໂຍບາຍການຕ່າງປະເທດສໍາຄັນທີ່ສຸດຂອງຫວຽດນາມ ແລະ ມິດຕະພາບກັບຈີນ ແມ່ນທາງເລືອກຍຸດທະສາດຂອງຫວຽດນາມ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບຈີນ ເພື່ອເພີ່ມທະວີການແລກປ່ຽນລະດັບສູງ ແລະ ສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເພື່ອສະແດງໃຫ້ເຫັນເຖິງຄວາມສໍາຄັນທາງຍຸດທະສາດຂອງສາຍພົວ ພັນຮ່ວມມືຂອງສອງຝ່າຍ.
Cr: BT
Source: Xinhua


