ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີແນະນໍາປື້ມຈີນ-ອາຊຽນປະຊາຄົມຮ່ວມຊາຕາກຳ ຜົນງານຂຽນຂອງ ທ່ານ ນາງ ສຸລິຍາ ມູນນະຣາດ ຫົວຫນ້າພະແນກພົວພັນສາກົນ, ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 22 ທັນວານີ້ ທີ່ໂຮງແຮມດອນຈັນພາເລດ ໂດຍມີ ທ່ານ ວິຈິດ ຊິນດາວົງ ອະດີດເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຈີນ, ອະດີດຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສຸລິຍາ ມູນນະຣາດ ໃຫ້ສໍາພາດວ່າ: ຈຸດປະສົງການຄົ້ນຄ້ວາ ແລະຜະລິດປື້ມຈີນ-ອາຊຽນປະຊາຄົມຮ່ວມຊາຕາກຳ ເພື່ອໃຫ້ສັງຄົມກໍ່ຄືຜູ້ທີ່ສົນໃຈໄດ້ຮັບຮູ້ກ່ຽວກັບຈີນ ແລະ ປະຊາຄົມອາຊຽນຫລາຍຂຶ້ນ ໃນເບື້ອງຕົ້ນໄດ້ພິມຈຳນວນ 1.000 ຫົວ ເພື່ອແຈກຢາຍໂດຍບໍ່ໄດ້ເສຍຄ່າ ໃຫ້ຜູ້ທີ່ສົນໃຈ ພ້ອມນັ້ນກໍຈະນຳໄປມອບໃຫ້ຫ້ອງສະໝຸດພາຍໃນໂຮງຮຽນ ແລະມະຫາວິທະຍາໄລຈຳນວນໜຶ່ງ.
ປື້ມຈີນ-ອາຊຽນປະຊາຄົມຮ່ວມຊາຕາກຳເປັນບົດຄົ້ນຄວ້າວິໄຈຂອງທ່ານ ນາງ ສຸລິຍາ ມູນນະຣາດ ໃນລະ ດັບປະລິນຍາເອກທີ່ໄດ້ສຶກສາຢູ່ ສປ ຈີນ ຊື່ງເປັນບົດຄົ້ນຄວ້າດີເດັ່ນ ແລະ ໄດ້ຮັບການຄັດເລືອກຈາກສຳນັກພິມຂອງ ສປ ຈີນນຳໄປຕີພິມເຜີຍແຜ່ອອກສູ່ຜູ້ອ່ານ. ໃນປື້ມຫົວນີ້ໄດ້ນຳເອົາຈຸດເດັ່ນຂອງຈີນ ແລະ ປະຊາຄົມອາຊຽນມານຳສະເໝີ ປະກອບມີ 8 ພາກຄື: 1.ຄວາມເປັນມາ ແລະ ວິວັດທະນາການຂອງທິດສະດີປະຊາຄົມ 2.ອາຊຽນ ແລະປະຊາຄົມອາຊຽນ 3.ຈຸດສຳຄັນການຮ່ວມມືຄວາມໝັ້ນຄົງຂອງປະຊາຄົມອາຊຽນ 4. ການກໍ່ສ້າງປະຊາຄົມອາຊຽນ 5.ປັດໄຈຈຳກັດ ແລະ ອະນາຄົດການພັດທະນາຂອງການກໍ່ສ້າງປະຊາຄົມ 6.ອາຊຽນ ແລະ ປະຊາຄົມຮ່ວມຊາຕາກຳ 7.ຜົນສະທ້ອນຂອງປະຊາຄົມອາຊຽນຕໍ່ຈີນ 8.ໜຶ່ງແລວໜຶ່ງເສັ້ນທາງກັບປະຊາຄົມອາຊຽນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.