ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດ ທີ່ປະເທດສາທາ ລະນະລັດປະຊາຊົນຈີນ ສະຖາປະນາຂຶ້ນຄົບ ຮອບ 72 ປີ, ຂ້າພະເຈົ້າຂໍຜ່ານບັນດາສື່ມວນຊົນລາວ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ສະໜັບ ສະ ໜູນການສ້າງສາພັດທະນາປະເທດຈີນ ຢ່າງເດັດດ່ຽວໜຽວແໜ້ນຕະຫລອດມາ, ສະແດງຄວາມຂອບອົກຂອບໃຈມາຍັງບັນດາເພື່ອນມິດລາວ ແລະ ຄົນຈີນຕ່າງດ້າວ ທີ່ຊຸກຍູ້ພາລະກິດມິດຕະພາບຈີນ-ລາວ ຢ່າງສະເໝີຕົ້ນສະ ເໝີປາຍ, ສະແດງຄວາມເຄົາລົບນັບຖືຢ່າງສູງມາຍັງສື່ມວນຊົນລາວ ທີ່ຕັ້ງໜ້າໂຄສະນາເຜີຍແຜ່ປະເທດຈີນ ແລະ ການຮ່ວມມືຈີນ-ລາວ.
ປີນີ້ເປັນປີທີ່ພັກກອມມູນິດຈີນ ສ້າງຕັ້ງຂຶ້ນຄົບຮອບ100 ປີ ກອງປະຊຸມສະ ເຫລີມສະຫລອງການສ້າງຕັ້ງພັກກອມມູນິດຈີນຄົບຮອບ100 ປີໄດ້ຈັດໃນວັນທີ 1 ກໍລະກົດ, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ກ່າວສູນທອນພົດທີ່ສຳຄັນ ເຊິ່ງໄດ້ຫວນຄືນຂະບວນການສູ້ຊົນທີ່ສະຫງ່າຜ່າເຜີຍ ຂອງພັກກອມມູນິດຈີນໃນຮອບ100 ປີ ແລະ ມອງໜ້າສູ່ອະນາຄົດສົດໃສແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ໃນ 100 ປີ ທີ່ຜ່ານມາ, ພັກກອມມູນິດຈີນສູ້ຊົນຢ່າງບໍ່ລົດລະ, ນຳພາປະຊາຊົນຈີນ ເດີນຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ເຮັດໃຫ້ປະຊາຊາດຈີນ ບັນລຸການກ້າວກະໂດດຈາກລຸກຂຶ້ນ, ຮອດຮັ່ງມີຂຶ້ນ ແລະ ແຂງແຮງຂຶ້ນ, ເຮັດໃຫ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ກ້າວເຂົ້າສູ່ຂະບວນການປະຫວັດສາດທີ່ກັບຄືນບໍ່ໄດ້. ໃນ100 ປີ ທີ່ຜ່ານມາ, ພັກກອມ ມູນິດຈີນ ຍຶດໝັ້ນວັດຖຸປະສົງພື້ນຖານທີ່ຮັບໃຊ້ປະຊາຊົນ, ຮ່ວມໃຈ, ຮ່ວມຫາຍໃຈ ແລະ ຮ່ວມຊາຕາກຳ ກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ແລະ ບັນລຸຄວາມມຸ່ງຫວັງຕໍ່ຊີວິດດີງາມຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ໂດຍສະເພາະແມ່ນກອງປະຊຸມໃຫຍ່ຄັ້ງທີ່ 18 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ສີ ຈິ້ນຜິງ ເປັນແກນນຳ ນຳພາປະຊາຊົນຈີນຊຸກຍູ້ການພັດທະນາພາລະກິດພັກ ແລະ ລັດ ຍາດໄດ້ຜົນສຳເລັດປະຫວັດການ ແລະ ມີການປ່ຽນແປງຄັ້ງປະຫວັດການ, ໄດ້ສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານ ແລະ ແກ້ໄຂບັນຫາທຸກຍາກຂາດຕົວຄັ້ງປະຫວັດການ. ປະຫວັດສາດໄດ້ພິສູດ ແລະ ຈະພິສູດອີກວ່າ ມີແຕ່ພັກກອມ ມູນິດຈີນສາມາດກູ້ຊາດຈີນ, ມີແຕ່ພັກກອມ ມູນິດຈີນສາມາດພັດທະນາປະເທດຈີນ, ມີແຕ່ພັກກອມມູນິດຈີນສາມາດນຳພາປະຊາຊາດຈີນ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່. ພວກເຮົາເຊື່ອໝັ້ນວ່າມີ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນນຳສູນກາງພັກ ແລະ ແກນນຳທົ່ວພັກ, ມີການນຳພາແບບລວມສູນເອກະພາບຂອງສູນກາງພັກ ແລະ ຄວາມສາມັກຄີສູ້ຊົນຂອງທົ່ວພັກ ແລະ ປະຊາ ຊາດທົ່ວປະເທດ, ພວກເຮົາແນ່ນອນຈະຍາດໄດ້ໄຊຊະນະໃໝ່ຢ່າງບໍ່ຢຸດຢັ້ງ ໃນຂະບວນການບັນລຸເປົ້າໝາຍສູ້ຊົນ100 ປີ. ປະການທີສອງ ຄື ສ້າງປະເທດສັງຄົມ ນິຍົມທັນສະໄໝທີ່ເຂັ້ມແຂງຮອບດ້ານ.
ປີນີ້ເປັນປີທໍາອິດ ຂອງການປະຕິບັດແຜນ ການພັດທະນາລະບົບ 5 ປີ ຄັ້ງທີ XIV ຂອງຈີນ. ໄລຍະປະຕິບັດແຜນ ການ 5 ປີ ຄັ້ງທີ XIV ແມ່ນໄລຍະ 5 ປີ ສະໄໝທີ່ໜຶ່ງ ຫລັງຈາກຈີນໄດ້ສ້າງສັງຄົມອີ່ມໜຳສໍາລານໃຫ້ສໍາເລັດຢ່າງຮອບດ້ານ ບັນລຸເປົ້າໝາຍສູ້ຊົນ 100 ປີ ປະການທີໜຶ່ງ ແລະ ສືບຕໍ່ກ້າວເດີນໄປສູ່ເປົ້າໝາຍສູ້ຊົນ 100 ປີ ປະການທີສອງ ເຊິ່ງມີຄວາມໝາຍສໍາຄັນຕໍ່ການເລີ່ມຕົ້ນດ້ວຍດີ ຂອງການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ພາຍໃຕ້ການ ນໍາພາຢ່າງເຂັ້ມແຂງຂອງສູນກາງພັກ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພວກຂ້າພະເຈົ້າຍຶດໝັ້ນປະສານສົມທົບລະຫວ່າງ ສະ ພາບຍຸດທະສາດ ຂອງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ແລະ ສະພາບລວມຂອງໂລກທີ່ຫັນປ່ຽນໄວວາທີ່ບໍ່ເຄີຍມີມາໃນຮອບ 100 ປີຜ່ານມາ, ກໍາຂັ້ນຕອນພັດທະນາໃໝ່ ຕາມຫລັກວິທະຍາສາດ ປະຕິບັດແນວຄິດພັດທະນາໃໝ່ຢ່າງເດັດດ່ຽວ ສ້າງສະພາບພັດທະນາໃໝ່ໂດຍໄວ ເຊິ່ງໄດ້ເປີດໄລຍະປະຕິບັດແຜນການ 5 ປີ ຄັ້ງທີ XIV ເປັນຢ່າງດີ.
ທີໜຶ່ງ, ເສດຖະກິດຂອງຈີນ ໄດ້ພັດທະນາຢ່າງໝັ້ນທ່ຽງ ແລະ ມີທ່າອ່ຽງທີ່ດີໂດຍລວມ, ຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃນຫົກເດືອນຕົ້ນປີນີ້ ໄດ້ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງສູງກວ່າເປົ້າໝາຍວາງໄວ້ (6% ຂຶ້ນໄປ); ປະລິມານຜະລິດສະບຽງອາຫານໃນລະດູຮ້ອນ ໄດ້ບັນລຸ 145,8 ຕຶ້ກິໂລ ເຊິ່ງໄດ້ເພີ່ມ 2,95 ຕື້ກິໂລ ຈາກປີກາຍ ແລະ ເປັນຕົວເລກສູງສຸດໃໝ່ໃນປະຫວັດສາດ; ຕົວເລກກໍາໄລຂອງອຸດສາຫະກໍາຂະ ໜາດໃຫຍ່ ໄດ້ເພີ່ມຂຶ້ນ 66,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນທັງໝົດ 41 ຂະແໜງການອຸດສາຫະກໍານັ້ນ ມີ 29 ຂະແໜງການ ໄດ້ມີອັດຕາເພີ່ມຂຶ້ນສູງກວ່າ 10%, ມູນຄ່າເພີ່ມຂອງອຸດສາຫະກໍາການບໍລິການ ໄດ້ກວມເອົາ 55,7% ຂອງ GDP ເຊິ່ງໄດ້ປະກອບສ່ວນ 53% ຕໍ່ການຂະຫຍາຍຕົວຂອງເສດຖະກິດ.
ທີສອງ, ການໝູນວຽນພາຍໃນປະເທດ ໄດ້ມີບົດບາດຫລັກທີ່ແຂງແຮງກວ່າເກົ່າ ການໝູນວຽນລະຫວ່າງຕະຫລາດພາຍໃນ ແລະ ຕ່າງປະເທດໄດ້ສົ່ງເສີມກັນ, ໃນຫົກເດືອນຕົ້ນປີ ປະລິມານລວມຂອງການຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມໄດ້ເພີ່ມຂຶ້ນ 23% ການລົງທຶນຕໍ່ຊັບສິນຄົງທີ່ໄດ້ເພີ່ມຂຶ້ນ 12,6%, ຄວາມຕ້ອງການພາຍໃນປະເທດໄດ້ປະກອບສ່ວນ 80,9% ຕໍ່ການຂະຫຍາຍຕົວຂອງເສດຖະກິດ; ປະລິມານນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ເພີ່ມຂຶ້ນ 27,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການນໍາໃຊ້ທຶນຕ່າງປະເທດ ໄດ້ເພີ່ມຂຶ້ນ 28,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທີສາມ, ການພັດທະນາທີ່ມີຄຸນນາພາບສູງ ໄດ້ບັນລຸຄວາມຄືບໜ້າໃໝ່, ໝາກຜົນປະດິດສ້າງໃໝ່ທີ່ສໍາຄັນໃຫຍ່ໄດ້ຜະລິດອອກຢ່າງລຽນຕິດ, ເຄື່ອງສໍາຫລວດ ທ່ຽນເວີນ-1 ໄດ້ສໍາເລັດການໄປສູ່ດາວອັງຄານ, ຍານອະວະກາດບັນທຸກຄົນ ເສິນໂຈວ-12 ໄດ້ຂຶ້ນສູ່ວົງໂຄຈອນ ແລະ ກັບຄືນໂລກຢ່າງມີຜົນສໍາເລັດຈົບງາມ, ການລົງທຶນຕໍ່ອຸດສາຫະກໍາເຕັກນິກສູງໄດ້ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທີສີ່, ຄວາມຮູ້ສຶກໄດ້ຜົນຂອງປະຊາຊົນໄດ້ເພີ່ມຂຶ້ນຢ່າງຊັດເຈນ, ໃນຫົກເດືອນຕົ້ນປີ ລາຍໄດ້ສະເລ່ຍຕໍ່ຫົວຄົນໃນທົ່ວປະເທດໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຜູ້ປະກອບອາ ຊີບໃນຕົວເມືອງໄດ້ເພີ່ມຂຶ້ນ 6,98 ລ້ານຄົນ, ການປະກັນໄພການແພດພື້ນຖານ ແລະ ການລ້ຽງຜູ້ເຖົ້າພື້ນຖານ ໄດ້ກວມຫລາຍກວ່າ 1,35 ຕື້ຄົນ ແລະ1,01 ຕື້ຄົນ.
ແນ່ນອນວ່າ, ພວກຂ້າພະເຈົ້າກໍຮັບຮູ້ຢ່າງຊັດເຈນ ສະພາບການພະຍາດລະບາດໃນທົ່ວໂລກ ຍັງສືບຕໍ່ຜັນປ່ຽນຢູ່, ສະພາບແວດລ້ອມພາຍນອກຍິ່ງມີຄວາມສັບສົນ, ການຟື້ນຟູເສດຖະກິດພາຍໃນປະເທດຍັງບໍ່ໝັ້ນທ່ຽງ ບໍ່ດຸນດ່ຽງ. ພວກຂ້າພະເຈົ້າ ຈະສືບຕໍ່ລົງເລິກ ຮໍ່າຮຽນປະຕິບັດຈິດໃຈຂອງ ສູນທອນພົດສໍາຄັນຂອງ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ທີ່ໄດ້ກ່າວໃນວັນທີ 1 ກໍລະກົດ ແລະ ຄໍາຕັດສິນ ແລະ ທິດຊີ້ນໍາຂອງສູນກາງພັກ ແລະ ຄະນະລັດຖະບານ, ຍຶດໝັ້ນພື້ນຖານລວມ ຂອງການເຮັດວຽກທີ່ພະຍາຍາມກ້າວໜ້າໃນສະພາບໝັ້ທ່ຽງ, ຮັບປະກັນສໍາລັດເປົ້າໝາຍໜ້າທີ່ພັດທະນາຕົ້ນຕໍໃນໝົດປີ, ຊຸກຍູ້ເສດຖະກິດສັງຄົມຂອງຈີນ ຂະ ຫຍາຍຕົວຢ່າງໝັ້ນຄົງໃນໄລຍະຍາວ.
ປີນີ້ແມ່ນປີທີ່ ສປ ຈີນ ຟື້ນຟູທີ່ນັ່ງທີ່ຖືກ ຕ້ອງຕາມກົດໝາຍ ຢູ່ອົງການສະຫະປະຊາຊາດ ຄົບຮອບ 50 ປີ ແລະ ປີ່ທີ່ເຂົ້າເປັນສະມາຊິກຂອງອົງການການຄ້າສາກົນຄົບຮອບ 20 ປີ. ທ່ານ ສີ ຈິ້ນຜິງ ໄດ້ກ່າວຄຳປາໄສ ທີ່ສຳຄັນໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 76, ເຊິ່ງເຊີດຊູທຸງທີ່ການກໍ່ສ້າງປະຊາຄົມຊາຕາກຳມວນມະນຸດ, ໄດ້ສ້າງຄວາມເຊື່ອໃຈເຂົ້າໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງທົ່ວໂລກທີ່ສາ ມັກຄີກັນ, ໄດ້ຊີ້ນຳທິດທາງການພັດທະນາຮ່ວມກັບທົ່ວໂລກ, ໄດ້ອອກແບບແຜນທີ່ຮັບມືສະພາບການຂອງໂລກທີ່ມີການປ່ຽນແປງ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ໂລກ ຂອງການນຳຂອງປະເທດໃຫຍ່. ພວກເຮົາຕັ້ງໜ້າສະໜອງຜະລິດຕະພັນສາທະລະນະໃຫ້ແກ່ທົ່ວໂລກ, ໄດ້ຊ່ວຍເຫລືອປະເທດພວມພັດທະນາ ຫລາຍກວ່າ 160 ປະເທດ ກໍຄືຈັດຕັ້ງປະຕິບັດໂຄງການເປັນຊຸດ ຈຳ ນວນຫລາຍພັນໂຄງການ ແລະ ໂຄງການຊ່ວຍເຫລືອອຸປະກອນ ແລະ ໂຄງການທີ່ການຮ່ວມມືດ້ານເຕັນນິກ ແລະ ການຂຸດຄົ້ນຊັບພະຍາກອນມະນຸດ ຈຳ ນວນຫລາຍໝື່ນໂຄງການ ແລະ ການຝຶກອົບຮົມບຸກຄະລາກອນຫລາຍກວ່າ 4 ແສນຄົນຕໍ່ຄັ້ງ, ໄດ້ປະກອບສ່ວນເຂົ້າໃນດຳ ເນີນວາລະການພັດທະນາແບບຍືນຍົງ ປີ 2030ຂອງສະຫະປະຊາຊາດ. ອັນພົ້ນເດັ່ນ ພວກເຮົາຕັ້ງໜ້າຈັດຕັ້ງປະຕິບັດແນວຄວາມຄິດ ທີ່ປະຊາຄົມສາທາລະນະສຸກຂອງມວນມະນຸດ, ຮອດຕົ້ນເດືອນກັນຍາ ສປ ຈີນ ໄດ້ສະໜອງວັກຊິນ1,1 ຕື້ຫລອດ ແລະ ວັດຖຸດິບຜະລິດວັກຊິນໃຫ້ຫລາຍກວ່າ 100 ປະເທດ ແລະ ໂຄງການ COVAX, ໄດ້ສະໜອງຜ້າອັດປາກປະ ມານ 320 ຕື້ກວ່າອັນ, ເຄື່ອງນຸ່ງປ້ອງກັນ 3,9 ຕື້ຊຸດ ແລະ ຢາກວດຕົວຢ່າງຫາເຊື້ອພະຍາດ 5,6 ຕື້ຊຸດ. ພວກເຮົາຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, 6 ເດືອນຕົ້ນປີນີ້, ຍອດລວມມູນຄ້າການນຳເຂົ້າ- ສົ່ງອອກ ລະຫວ່າງ ສປ ຈີນ ກັບບັນດາປະເທດຕາມເສັ້ນທາງໄດ້ເພີ່ມຂຶ້ນ 27,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ສູງກວ່າຄວາມໄວການເພີ່ມຂຶ້ນສັງ ລວມຂອງການຄ້າຕ່າງປະເທດ, ພາຍໃຕ້ສະພາບການພະຍາດໂຄວິດ-19, ຈຳນວນທີ່ເປີດນຳໃຊ້ຂອງທາງລົດໄຟຈີນ-ເອີຣົບ ໄດ້ເພີ່ມເຖິງ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງສະແດງໃຫ້ເຫັນພະລັງຊີວິດຢ່າງເຂັ້ມແຂງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ພວກເຮົາຕັ້ງໜ້າຊຸກຍູ້ການກໍ່ສ້າງສາຍພົວພັນສາກົນແບບໃໝ່, ເສີມຂະຫຍາຍຄຸນຄ່າຮ່ວມກັນຂອງມວນມະນຸດທີ່ສັນຕິພາບ ການພັດທະນາ ຍຸຕິທຳ ທ່ຽງທຳ ປະຊາທິປະໄຕ ແລະ ອິດສະລະ ຢ່າງສຸດຄວາມສາມາດ, ຍຶດໝັ້ນປຶກສາຫາລືກັນແຕ່ບໍ່ແມ່ນການກ່າວປະນາມກັນ ຈັບມືກັນແຕ່ບໍ່ແມ່ນຍົກກຳປັ້ນໃສ່ກັນຢູ່ສະເໝີ, ຊຸກຍູ້ໃຫ້ຜົນປະໂຫຍດໄປສູ່ທິດທາງທີ່ເປີດກວ້າງ ແລະ ເຊື່ອມຈອດກັນ, ເພື່ອສ້າງຄວາມໝັ້ນຄົງຫລາຍກວ່າເກົ່າໃຫ້ແກ່ສາຍພົວພັນສາກົນ ແລະ ເຮັດໃຫ້ການພັດທະນາອັນໃໝ່ຂອງ ສປ ຈີນ ສາມາດສະໜອງກາລະໂອກາດອັນໃໝ່ຫລາຍໃຫ້ທົ່ວໂລກ.
ປີນີ້ແມ່ນປີທຳອິດ ແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລາວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນໃນເດືອນມັງກອນ ຄະນະລັດຖະບານຊຸດໃໝ່ ກໍໄດ້ສ້າງຕັ້ງຂຶ້ນ ເສດຖະກິດສັງຄົມ ໄດ້ພັດທະນາ ແລະ ຮັບໝາກຜົນອັນໜ້າດີໃຈ ບົດລາຍງານຂອງທະນາຄານໂລກໄດ້ບົ່ງບອກວ່າ 5 ເດືອນຕົ້ນປີນີ້ ລວມຍອດການຂາອອກຂອງລາວ ບັນລຸເຖິງເກືອບ 3 ຕື້ 200 ລ້ານໂດລາສະຫະລັດ ໄດ້ເພິ່ມຂຶ້ນ 35.8% ເມື່ອປຽບທຽບກັບເວລາດຽວກັນໃນປີກາຍ ການຜະລິດອຸດສາຫະກຳ ແລະ ກະສິກຳ ໄດ້ຮັກສາທ່ວງທາການພັດທະນາທີ່ດີ ຄາດວ່າຈະບັນລຸການເຕີບໂຕໝົດປີເຖິງຼ 6.6% ແລະ 3.9% ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ຂໍອວຍໄຊໃຫ້ພອນແກ່ໝາກຜົນດັ່ງກ່າວ ເຊື່ອໝັ້ນວ່າໂດຍຢູ່ພາຍໃຕ້ການນຳພາອັນໜັກ ແໜ້ນຂອງສູນກາງພັກ ປປ ລາວ ທີ່ມີສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນແກນນຳນັ້ນປະຊາຊົນລາວອ້າຍນອ້ງ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກຊົ່ວຄາວທາງດ້ານເສດຖະກິດ ແລະ ຜົນກະທົບຈາກພະຍາດໂຄວິດ-19 ແລະ ຍາດໄດ້ໝາກຜົນອັນໃໝ່ ແລະໃຫຍ່ກວ່າເກົ່າໃນພາລະກິດສ້າງສາສັງຄົມນິຍົມ.
ການສ້າງສາຍພົວພັນການທູດ ລະຫວ່າງ ຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ແຕ່ຕົ້ນປີນີ້ມາ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນສີສຸລິດ ໄດ້ໂອ້ລົມທາງໂທລະສັບ ແລະ ຜັດປ່ຽນຈົດໝາຍຊຶ່ງກັນ ແລະ ກັນ ຊຶ່ງໄດ້ເປັນການຂັບເຄື່ອນນຳພາ ແລະ ເພີ່ມກຳລັງວັງຊາໃຫ້ສາຍພົວພັນຈີນ-ລາວ ໃນຍຸກໃໝ່ທຸກອົງການ ແລະ ທຸກທ້ອງຖິ່ນສອງປະເທດໄດ້ຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກກະພາບກັນ ລະຫວ່າງ ການນຳຂັ້ນສູງສອງຝ່າຍ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ເດືອນ 1 ຫາ 7 ປີນີ້ ການຄ້າອອກສູ່ລາວຂອງຈີນ ໄດ້ເພີ່ມຂຶ້ນ 24,4% ເມື່ອປຽບທຽບກັບເວລາດຽວກັນຂອງປີກາຍ ການຄ້າອອກໄປຈີນຂອງລາວ ໄດ້ເພີ່ມຂຶ້ນ 52,7% ເມື່ອປຽບທຽບກັບເວລາດຽວກັນຂອງປີກາຍ ຊຶ່ງໄດ້ສະແດງໃຫ້ເຫັນເຖິງກຳລັງຊີວິດຊີວາຂອງການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ ຈີນ-ລາວ ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ຂໍ້ລິເລິ່ມໜຶ່ງແລວໜຶ່ງເສັ້ນທາງ ກັບຍຸດທະສາດຫັນເປັນປະເທດທີ່ມີທາງອອກສູ່ທະເລໄດ້ເລັ່ງລັດເຊື່ອມໂຍງເຂົ້າກັນເສັ້ນທາງລົດໄຟຈີນ-ລາວ ທີ່ຈະສ້າງສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີນີ້ ແມ່ນເສັ້ນທາງລົດໄຟ ທີ່ທັນສະໄໝ ສາຍທຳອິດໃນອາຊີອາຄະເນ ໂຄງການຊ່ວຍເຫລືອລາວຂອງຈີນ ໄດ້ສືບຕໍ່ປະຕິບັດບ້ານແບບຢ່າງທີ່ແກ້ໄຂຄວາມທຸກຍາກໄດ້ສ້າງສຳເລັດ ໂຮງງານກັ່ນນໍ້າມັນແຫ່ງທຳອິດໄດ້ເປີດນຳໃຊ້ ແລະ ການຂາຍຊີ້ນງົວລາວໄປຈີນ ໄດ້ມີຂຶ້ນຢ່າງເປັນທາງການ ຝ່າຍຈີນ ໄດ້ສະໜອງວັກຊິນຕ້ານພະຍາດໂຄວິດ-19 ຈຳນວນ 3,3 ລ້ານໂດສ ໃຫ້ແກ່ຝ່າຍລາວ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ລາວ ເພື່ອບັນລຸເຖິງການສັກວັກຊິນໃຫ້ໄດ້ 50% ຂອງພົນລະເມືອງ. ສອງຝ່າຍຮ່ວມກັນຄັດຄ້ານການທີ່ຊອກເຊື້ອພະຍາດເປັນບັນຫາການເມືອງ ເກາະແຂນກັນຮ່ວມມືກັນ ເພື່ອປົກປັກຮັກສາຄວາມຍຸຕິທຳ ແລະ ຊຸກຍູ້ການສ້າງປະຊາຄົມສາທາຂອງມວນມະນຸດ. ພວກຂ້າພະເຈົ້າຕີລາຄາຢ່າງສູງ ຕໍ່ທັດສະນະຝ່າຍລາວ ແລະ ຍິນດີພະຍາຍາມພ້ອມກັນກັບພັກລັດ ແລະ ປະຊາຊົນລາວອ້າຍນ້ອງ ຖືການສ້າງສາຍພົວພັນການທູດ ລະຫວ່າາງຈີນ-ລາວ ຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ເປັນກາລະໂອກາດ ເພີ່ມທະວີຄວາມສາມັກຄີ ແລະ ເປີດກວ້າງການຮ່ວມມືກັນ ຊຸກຍູ້ການສ້າງູຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ແຕກດອກອອກຜົນ ນຳເອົາສິດຜົນປະໂຫຍດອັນນັບມື້ນັບຫລາຍໃຫ້ແກ່ປະຊາຊົນສອງຊາດຈີນ-ລາວ ເພື່ອປະກອບສ່ວນອັນໃຫຍ່ກວ່າເກົ່າ ເຂົ້າໃນການສ້າງປະຊາຄົມຊາຕາກຳຮ່ວມຂອງມວນມະນຸດ.