ໃນບົດລາຍງານທີ່ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະ ນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະ ເທດຈີນ ສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນວັນທີ 16 ຕຸລານີ້ ທີ່ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ ໄດ້ຍົກໃຫ້ເຫັນວ່າ: ການເລັ່ງສ້າງສະພາບການພັດທະນາແບບໃໝ່ດ້ວຍການອອກແຮງຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງຈີນໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ການພັດ ທະນາເປັນວຽກງານສຳຄັນທີ່ຕ້ອງມາກ່ອນຂອງພັກກອມ ມູນິດຈີນໃນການກໍາອໍານາດ ແລະ ສ້າງສາປະເທດໃຫ້ຈະ ເລີນຮຸ່ງເຮືອງ. ຖ້າບໍ່ມີພື້ນຖານອັນໜັກແໜ້ນດ້ານວັດຖຸເຕັກນິກ ຈະບໍ່ສາມາດສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສໍາເລັດໄດ້.
ເພື່ອບັນລຸໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ຈີນ ຕ້ອງຈັດ ຕັ້ງປະຕິບັດແນວຄວາມຄິດການພັດ ທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນທິດທາງການປະຕິຮູບເສດຖະກິດຕະຫຼາດສັງຄົມນິຍົມ, ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ, ເລັ່ງລັດສ້າງສະພາບ ການພັດທະນາອັນໃໝ່ທີ່ຖືເອົາການເຄື່ອນໄຫວທາງເສດ ຖະກິດຢູ່ພາຍໃນປະເທດເປັນຫຼັກ ທັງເຮັດໃຫ້ການເຄື່ອນ ໄຫວທາງເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນຊ່ວຍຊູຍູ້ໜູນກັນ, ຖືເອົາການຊຸກຍູ້ການພັດທະນາດ້ວຍຄຸນນະ ພາບສູງເປັນຫົວຂໍ້ຫຼັກ, ປະຕິຮູບໂຄງປະກອບດ້ານການສະ ໜອງໃຫ້ເປັນເອກະພາບກັນແບບກາຍອິນຊີ, ເພີ່ມທະວີພະລັງຂັບເຄື່ອນພາຍໃນ ແລະຄວາມໄວ້ໃຈໄດ້ຂອງການເຄື່ອນໄຫວທາງເສດຖະກິດຢູ່ພາຍໃນປະເທດ, ຍົກສູງຄຸນ ນະພາບ ແລະລະດັບຂອງການເຄື່ອນໄຫວທາງເສດຖະກິດຢູ່ສາກົນ ແລະ ເລັ່ງລັດສ້າງລະບົບເສດຖະກິດທັນສະໄໝ.
ນອກຈາກນີ້, ຕ້ອງສ້າງໂຄງປະກອບເສດຖະກິດຕະ ຫຼາດສັງຄົມນິຍົມທີ່ມີລະດັບສູງ, ຍຶດໝັ້ນ ແລະ ປັບປຸງລະ ບອບເສດຖະກິດພື້ນຖານສັງຄົມນິຍົມໃຫ້ສົມບູນ, ປັບປຸງ ແລະພັດທະນາເສດຖະກິດກໍາມະສິດສ່ວນລວມຢ່າງບໍ່ຫວັ່ນ ໄຫວຄອນແຄນ, ສ້າງລະບົບອຸດສາຫະກໍາທັນສະໄຫມ, ຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ເລັ່ງລັດສ້າງສາປະເທດເຂັ້ມແຂງດ້ານການຜະລິດ, ເຂັ້ມແຂງດ້ານຄຸນນະພາບ, ເຂັ້ມແຂງດ້ານການບິນອະວະກາດ, ເຂັ້ມແຂງດ້ານຄົມມະນາຄົມ, ເຂັ້ມແຂງດ້ານເຄືອຂ່າຍອິນເຕີເນັດ ແລະ ເຂັ້ມແຂງດ້ານດີຈີຕອນ.
ທ່ານ ສີ ຈິ້ນຜິງ ກ່າວຕື່ມວ່າ: ນອກຈາກນີ້ ຕ້ອງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ຍຶດ ໝັ້ນໃຫ້ບຸລິມະສິດໃນການພັດທະນາກະສິກໍາ ແລະ ຊົນນະ ບົດ, ປັບປຸງ ແລະເສີມຂະຫຍາຍໝາກຜົນທີ່ໄດ້ຮັບໃນການລຶບລ້າງຄວາມທຸກຍາກ, ເລັ່ງສ້າງ ສາປະເທດເຂັ້ມແຂງດ້ານກະສິກຳ, ຕັ້ງໜ້າຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຈາກດ້ານອຸດສາຫະກຳ, ຜູ້ມີຄວາມຮູ້ຄວາມສາ ມາດ, ວັດທະນະທຳ, ສິ່ງແວດລ້ອມນິເວດ ແລະການຈັດ ຕັ້ງ, ຕ້ອງຮັດ ແໜ້ນພື້ນຖານຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮອບດ້ານ, ຍຶດໝັ້ນເສັ້ນແດງຂອງດິນປູກຝັງທີ່ ມີເນື້ອທີ່ 120,000,000 ເຮັກຕາ, ຕ້ອງຮັບປະກັນໃຫ້ຄົນຈີນຈັບຖ້ວຍເຂົ້າໄວ້ໃນມືຂອງຕົນໃຫ້ແໜ້ນ, ຊຸກຍູ້ການພັດ ທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ, ເປີດປະຕູສູ່ພາຍນອກໃນລະດັບສູງ, ເລັ່ງລັດສ້າງສາປະເທດເຂັ້ມແຂງດ້ານການຄ້າ. ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ. ປົກປັກຮັກສາສະພາບເສດຖະກິດສາກົນ ແລະການພົວພັນເສດຖະກິດການຄ້າ ທີ່ມີຄວາມຫຼາກຫຼາຍ ແລະມີຄວາມໝັ້ນທ່ຽງ.
Loading...