ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 16 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດ ເນເຊຍຢູ່ເກາະບາຫຼີປະເທດອິນໂດເນເຊຍ.
ທ່ານສີຈິ້ນຜິງ ແລະທ່ານໂຈໂກ ວິໂດໂດໄດ້ກວດກາການທົດລອງແລ່ນລົດໄຟຄວາມໄວສູງຈາກາຕາ-ບັນດຸງຜ່ານທາງວິດີໂອ ແລະໄດ້ຮັບຊົມວິດີໂອກ່ຽວກັບຜົນສຳເລັດດ້ານການຮ່ວມມືລະຫວ່າງສອງປະເທດ.
ທ່ານສີຈິ້ນຜິງກ່າວວ່າ: ການຮ່ວມມືຈີນ-ອິນໂດເນເຊຍໄດ້ປະສົບຜົນສຳເລັດອັນແທ້ຈິງ, ບໍ່ພຽງແຕ່ໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ຍັງມີຜົນສະທ້ອນອັນຕັ້ງໜ້າຕໍ່ພາກພື້ນ ກໍຄືທົ່ວໂລກອີກດ້ວຍ. ຈີນຍິນດີຮ່ວມກັບອິນໂດເນເຊຍຊ່ວຍເຫຼືອເຊິ່ງກັນ ແລະກັນ, ເກາະແຂນກັນເດີນທາງກ້າວໄປຂ້າງໜ້າ.
ປະມຸກລັດສອງປະເທດໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍ, ເຫັນດີເປັນເອກະພາບກັນຈະຖືເອົາໂອກາດຈີນ-ອິນໂດເນເຊຍສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 10 ປີໃນປີໜ້າ, ເພື່ອສ້າງໂຄງປະກອບອັນໃໝ່ດ້ານການຮ່ວມມືທີ່ມີລະດັບສູງ.