ຊາວກະສິກອນຄອບຄົວຕົວແບບ 6 ແຂວງ ຄື: ແຂວງສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື, ສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໄດ້ຮັບການຝຶກອົບຮົມກ່ຽວກັບການປັບປຸງດິນ ແລະ ການປູກພືດລະດູແລ້ງ ເປັນຕົ້ນ: ສາລີ, ພືດຜັກ, ຖົ່ວ, ເຊີ່ງແມ່ນເປົ້າໝາຍສ້າງຕົວແບບຂອງໂຄງ ການຈັດການດິນ, ນໍ້າ ແລະ ຝຸ່ນຕໍ່ການປູກພືດ. ໂດຍໄດ້ຈັດຂຶ້ນຢູ່ທີ່ຄອບຄົວຕົວແບບ ທ່ານ ທອງດີ ບ້ານຫ້ວຍກະໂພ ເມືອງລະຄອນເພັງ ແຂວງສາລະວັນ.
ຜູ້ເຂົ້າຮ່ວມ ໄດ້ຮັບຟັງບັນຫາ ແລະ ສິ່ງທ້າທາຍຂອງສະພາບ ການນຳໃຊ້ດິນກະສິກຳຕໍ່ການຜະລິດກະສິກຳໃນເຂດສ່ຽງໄພແຫ້ງແລ້ງ, ປະຫວັດຄວາມເປັນມາຂອງໂຄງການ, ຮຽນຮູ້ຢູ່ໃນພື້ນທີ່ປະຕິບັດຕົວຈີງຂອງຄອບ ຄົວຕົວແບບ ໃນການຈັດການດິນ, ນ້ຳ ແລະ ຝຸ່ນຕໍ່ການຜະລິດ ເພື່ອສ້າງລາຍຮັບ ໃນເຂດພື້ນທີ່ສ່ຽງຕໍ່ໄພແຫ້ງແລ້ງ ເປັນຕົ້ນແມ່ນການຈັດແບ່ງເຂດພື້ນທີ່ການຜະ ລິດ, ຂັ້ນຕອນການກະກຽມດິນ, ເຕັກນິກການປູກພືດ, ການໃສ່ຝຸ່ນ ແລະ ການບົດລະບັດຮັກສາ, ການເກັບກ່ຽວ ຈົນຮອດການຕະຫຼາດ ສາລີ, ຖົ່ວ, ພືດຜັກ ແລະ ໄມ້ໃຫ້ໝາກ. ເຊີ່ງເປັນການນຳໃຊ້ດິນ, ນ້ຳ ໃຫ້ເກີດປະໂຫຍດສູງສຸດ ແນໃສ່ ຫຼຸດຜ່ອນຕົ້ນທຶນ, ສ້າງລາຍຮັບຕໍ່ຫົວໜ່ວຍພື້ນທີ່ດິນໃຫ້ສູງຂຶ້ນ ທັງເປັນການປັບປຸງ ບູລະ ນະທີ່ດິນກະສິກຳໃຫ້ນຳໃຊ້ໄດ້ຍາວນານ ຮັບປະກັນໃຫ້ການຜະລິດກະສິກຳມີຄວາມຍືນຍົງ, ຈາກນັ້ນຜູ້ເຂົ້າຮ່ວມຍັງສາມາດນໍາເອົາໄປເປັນບົດຮຽນໄປເຜີຍແຜ່ ແລະ ໝຸນໃຊ້ ໃນທ້ອງຖິ່ນຕົນ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2022. ໂດຍການເຂົ້າຮ່ວມຂອງ ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ- ຄະນະຊີ້ນຳໂຄງການ ຂັ້ນສູນກາງ, ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງໆລະຄອນເພັັງ, ມີບັນ ດາທ່ານຕາງໜ້າຄະນະພະແນກກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ, ແຂວງ ແລະ ເມືອງ ລວມທັງຊາວກະສິ ກອນຄອບຄົວຕົວແບບ ແລະ ເປົ້າໝາຍສ້າງຕົວແບບຂອງໂຄງ ການ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 90 ຄົນ.
ໂດຍ: ກິນດາວັນ ອ້ວນນາຄູ
Loading...