ສະຫະກອນກາເຟວັນໃໝ່ ແມ່ນຊຸມຊົນຂອງຄອບຄົວຕ່າງໆຢູ່ ແຂວງຫົວພັນ ທາງພາກເໜືອຂອງ ລາວ, ທີ່ມາໂຮມໂຕກັນ ເພື່ອປູກກາເຟ ເພື່ອປະລະອະດີດທີ່ເປັນບັນຫາໄວ້ທາງຫຼັງ. ວັນໃໝ່ ແມ່ນຄຳສັບໃນພາສາລາວທີ່ມີຄວາມໝາຍຕາມໂຕຂອງມັນເລີຍ.

ດ້ວຍການສະໜັບສະໜຸນຈາກ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ແລະ ຄະນະກຳມະການແຫ່ງຊາດລາວ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (LCDC), ຊາວກະສິກອນ ວັນໃໝ່ 383 ຄົນຈຶ່ງໄດ້ລິເລີ່ມຫັນປ່ຽນໄປສູ່ການປູກກາເຟໃນຊ່ວງທ້າຍປີ 2016. ນັບແຕ່ນັ້ນມາ, ພວກເຂົາກໍ່ປະສົບຜົນສຳເລັດໃນຫຼາຍດ້ານ. ດ້ວຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກກະເສດສາດວິທະຍາຂອງ UNODC, ຊາວກະສິກອນຈຶ່ງສາມາດປູກກາເຟໃນພື້ນທີ່ປະມານ 400 ເຮັກຕ້າ ແລະ ສ້າງຕັ້ງສະຫະກອນຂອງຕົນຂຶ້ນ ເພື່ອດຳເນີນການແປຮູບ ແລະ ຂາຍຜະລິດຕະພັນກາເຟດ້ວຍຕົນເອງ ໃຫ້ແກ່ຕະຫຼາດລະດັບສູງໃນໂລກ.
ພາຍໃຕ້ໂຄງການພັດທະນາທາງເລືອກຂອງ UNODC, ສູນແຍກເມັດກາເຟຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນ 12 ຊຸມຊົນທີ່ປູກກາເຟ. ການກໍ່ສ້າງສາງ, ໂຮງບົດກາເຟ ແລະ ຫ້ອງການໃຫ້ແກ່ສະຫະກອນ – ເພື່ອໃຊ້ໄວ້ເປັນຮ້ານກາເຟຂອງຕົນເອງນຳ – ມີແຜນຈະເລີ່ມຕົ້ນໃນປີ 2021.
ວັນທີ 6 ເມສາ 2021 ຖືເປັນບາດກ້າວທີ່ສຳຄັນຂອງກຸ່ມກະສິກອນ ວັນໃໝ່. ໄດ້ມີການລົງນາມໃນສັນຍາຮ່ວມມືໄລຍະ 5 ປີຮ່ວມກັບ ບໍລິສັດຜະລິດກາເຟມາລົງໂກ ຈາກ ຝຣັ່ງ. ຄາດວ່າປະລິມານສົ່ງອອກກາເຟຈະເພີ່ມຂຶ້ນໃນຕະຫຼອດ 5 ປີ, ຈາກ 20 ໂຕນໃນປີ 2021 ເປັນ 200 ໂຕນໃນປີ 2025.

“ພວກເຮົາຈະປັບປຸງຄຸນນະພາບຂອງກາເຟຂອງພວກເຮົາ, ກໍ່ຄືຜະລິດກາເຟອິນຊີທີ່ປອດສານເຄມີອັນຕະລາຍ, ຍ້ອນພວກເຮົາຄິດວ່ານີ້ແມ່ນວິທີໃນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ແລະ ທັງຍັງເປັນການປົກປັກຮັກສາສິ່ງແວດລ້ອມນຳອີກ,“ ທ່ານ ສະໄຫວທອງ ຄູນສະຫວັນ, ປະທານສະຫະກອນວັນໃໝ່, ກ່າວ. “ພວກເຮົາເຊື່ອວ່າໂຄງການນີ້ຈະຊ່ວຍຊາວບ້ານໃນພື້ນທີ່ຕ່າງໆ, ໂດຍສະເພາະໃນບັນດາກຸ່ມບ້ານເປົ້າໝາຍທີ່ນອນຢູ່ໃນ 4 ເມືອງຂອງ ແຂວງຫົວພັນ, ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນໃນອະນາຄົດ.”
ເຄືອຂ່າຍດັ່ງກ່າວ. ດ້ວຍຈຸດປະສົງໃນການສ້າງກຸ່ມນຳພາທີ່ເປັນແມ່ຍິງ, ໂຄງການນີ້ຈຶ່ງໄດ້ສະໜອງການຝຶກອົບຮົມແບບເລິກເຊິ່ງໃຫ້ແກ່ກຸ່ມດັ່ງກ່າວກ່ຽວກັບທຸລະກິດກາເຟ. ພາຍໃຕ້ການເປັນສະມາຊິກຂອງເຄືອຂ່າຍແມ່ຍິງ ແລະ ສະຫະກອນວັນໃໝ່, ທ່ານນາງ ເຊຍທໍ ເຢຍລາວ ຮູ້ສືກດີໃຈທີ່ສາມາດເຂົ້າຮ່ວມໃນໂຄງການຕັ້ງແຕ່ເລີ່ມຕົ້ນ. ລາວເຊື່ອວ່າໂຄງການນີ້ຈະສາມາດຊ່ວຍຄອບຄົວຂອງລາວ ແລະ ຄອບຄົວອື່ນໆໃນກຸ່ມບ້ານເປົ້າໝາຍ ໃຫ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້. “ຂ້າພະເຈົ້າຢາກຫາເງິນ ເພື່ອສົ່ງລູກໄປໂຮງຮຽນ ແລະ ໄວ້ຊື້ສິ່ງຂອງຈຳເປັນຢູ່ຕະຫຼາດ. ກ່ອນມີໂຄງການນີ້, ຂ້າພະເຈົ້າບໍ່ມີເງິນພໍທີ່ຈະເດີນທາງອອກຈາກແຂວງບ້ານເກີດເລີຍ. ໃນປັດຈຸບັນ, ຂ້າພະເຈົ້າສາມາດເດີນທາງໄປແຂວງຕ່າງໆໄດ້ແລ້ວ. ແລະ ໃນມື້ໜຶ່ງ, ຂ້າພະເຈົ້າຄິດວ່າຈະຫາເງິນໄດ້ພຽງພໍ ເພື່ອເດີນທາງໄປຕ່າງປະເທດ.” ລາວຍັງກ່າວຕື່ມອີກວ່າ: “ແຕ່ໃນຖານະແມ່ຍິງ, ພວກເຮົາກໍ່ມີຄວາມຫຍຸ້ງຍາກຢູ່. ແມ່ຍິງຫຼາຍຄົນໃນບ້ານຂອງຂ້າພະເຈົ້າບໍ່ສາມາດເວົ້າພາສາລາວໄດ້ຢ່າງຫຼ່ຽນໄຫຼ. ນີ້ຈຶ່ງເປັນສາເຫດຂອງຄວາມຫຍຸ້ງຍາກໃນການສື່ສານ ແລະ ໄດ້ຮັບຂໍ້ມູນທັງໝົດກ່ຽວກັບໂຄງການ.”
ທ່ານນາງ ແສງວິດາ ແສງມະນີວົງ, ຈາກ ບ້ານນາອໍ, ຜູ້ນຳເຄືອຂ່າຍແມ່ຍິງຂອງ ສະຫະກອນວັນໃໝ່, ພົບວ່າໂຄງການນີ້ມີປະໂຫຍດຫຼາຍສຳລັບທັງຕົນເອງ ແລະ ແມ່ຍິງຄົນອື່ນໆ ຍ້ອນວ່າດຽວນີ້ບໍ່ມີການປູກຝິ່ນອີກຕໍ່ໄປແລ້ວ. ລາວເຊື່ອໝັ້ນວ່າ: “ພວກເຮົາສາມາດສ້າງລາຍຮັບໂດຍບໍ່ຕ້ອງປູກຝິ່ນໄດ້. ຕ້ອງຂອບໃຈໂຄງການນີ້, ດຽວນີ້ພວກເຮົາມີລາຍຮັບທີ່ສູງຂຶ້ນກວ່າເກົ່າແລ້ວ. ພວກເຮົາສາມາດຊື້ຢາ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນໄດ້.” ບັນດາສະມາຊິກເຄືອຂ່າຍແມ່ຍິງຈາກ 12 ບ້ານຍັງໄດ້ເຂົ້າຮ່ວມການຝຶກອົບຮົມທົດສອບລົດຊາດກາເຟ ແລະ ຍົກສູງບົດບາດຍິງ-ຊາຍ ແລະ ພວກເຂົາຫວັງວ່າຈະມີໂອກາດໄດ້ເຂົ້າຮ່ວມການຝຶກອົບຮົມອື່ນໆອີກໃນອະນາຄົດ. ເຄືອຂ່າຍແມ່ຍິງຍັງໄດ້ສ້າງຕັ້ງກຸ່ມໄວ້ເພື່ອແລກປ່ຽນຄວາມຮູ້ລະຫວ່າງກັນເອງ. ທ່ານນາງ ແສງວິດາ ກ່າວຕື່ມອີກວ່າ: “ພວກເຮົາບໍ່ພຽງແຕ່ໂອ້ລົມກັນກ່ຽວກັບການປູກກາເຟເທົ່ານັ້ນ, ແຕ່ຍັງປຶກສາ ແລະ ແລກປ່ຽນກັນກ່ຽວກັບຫົວຂໍ້ຕ່າງໆທີ່ຕິດພັນກັບການດຳລົງຊີວີດ. ຮູ້ສືກວ່າພວກເຮົາມີຄວາມສາມັກຄີຍິ່ງຂຶ້ນ ໂດຍຜ່ານກິດຈະກຳເຫຼົ່ານີ້.”

ໂຄງການທີ່ນຳພາໂດຍ UNODC ນີ້ແມ່ນໄດ້ຖືກຂະຫຍາຍອອກໄປຮອດເດືອນທັນວາ 2023 ໂດຍອີງຕາມງົບປະມານທີ່ມີ, ເຊິ່ງມີຈຸດປະສົງທີ່ຈະສືບຕໍ່ສະໜັບສະໜຸນຄວາມພະຍາຍາມຂອງທ້ອງຖິ່ນໄປຈົນຮອດຢ່າງໜ້ອຍປີ 2025. ໃນຮອບວຽນຂອງໂຄງການທີ່ຈະມາເຖິງນີ້, UNODC ຈະສືບຕໍ່ສ້າງທັກສະການຄຸ້ມຄອງໃຫ້ແກ່ ສະຫະກອນວັນໃໝ່, ໂດຍອີງຕາມພື້ນຖານດ້ານປະຊາທິປະໄຕທີ່ເຂັ້ມແຂງ ທີ່ແນໃສ່ສົ່ງເສີມບົດບາດໃຫ້ແກ່ແມ່ຍິງ. ໂຄງການດັ່ງກ່າວຍັງແນໃສ່ເພີ່ມທະວີພື້ນທີ່ປູກກາເຟໃຫ້ໄດ້ 2 ເທົ່າໃນຊຸມປີຕໍ່ໜ້າ, ໂດຍມີເປົ້າໝາຍຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນປະໂຫຍດເພີ່ມຕື່ມໃນບັນດາຊຸມຊົມທີ່ຕ້ອງການຢຸດເຊົາການປູກຝິ່ນ, ໃນຂະນະດຽວກັນກໍ່ສ້າງສະຫະກອນທີ່ມີຄວາມຍືນຍົງ ແລະ ທົນທານດ້ານການເງິນ. ໂຄງການນີ້ໄດ້ຮັບການສະໜັບສະໜຸນດ້ານການເງິນຈາກ ລັດຖະບານລຸກຊຳບວກ, ສ. ອາເມລິກາ, ເຢຍລະມັນ, ແລະ ຍີ່ປຸ່ນ.