ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອີງຕາມການລາຍງານຈາກໜ່ວຍງານປູກຝັງຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງເງິນ ໃນຄັ້ງວັນທີ 12 ຕຸລາ 2021 ນີ້ໃຫ້ຮູ້ວ່າ: ປະຈຸບັນຊາວກະສິກອນທົ່ວເມືອງເງິນ ແຂວງໄຊຍະບູລີ ແມ່ນພວມສຸມໃສ່ການເກັບກູ້ພືດລະດູຝົນຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ: ການເກັບກ່ຽວເຂົ້ານາປີ ເຊິ່ງໄດ້ເລີ່ມລົງມືເກັບກ່ຽວມາແຕ່ທ້າຍເດືອນ ກັນຍາ 2021 ມາຮອດປະຈຸບັນນີ້ ແມ່ນສຳເລັດໄປແລ້ວ 70% ຂອງເນື້ອທີ່ທັງໜົດ 717,86 ເຮັກຕາ ແລະ ເຂົ້າເນີນສູງຈໍານວນ 1.623,51 ເຮັກຕາ, ສໍາເລັດແລ້ວ 75% ຂອງເນື້ອທີ່ທັງໝົດ. ຄາດວ່າຈະໃຫ້ສໍາເລັດທ້າຍເດືອນ ພະຈິກ 2021 ນີ້, ໄປພ້ອມໆກັບການເກັບກ່ຽວເຂົ້ານາປີ ແລະ ເຂົ້າເນີນສູງແລ້ວ ຍັງໄດ້ສຸມໃສ່ການການເກັບກູ້ພືດລະດູຝົນອື່ນໆເປັນຕົ້ນແມ່ນ: ໜາກເດືອຍ ແລະ ສາລີແຂງ ຈໍານວນໜຶ່ງເຊິ່ງໄດ້ສຳເລັດແລ້ວ 23% ຂອງເນື້ອທີ່ທັງໝົດ 6.005 ເຮັກຕາ.
ພ້ອມດຽວກັນນີ້ທາງໜ່ວຍງານປູກຝັງຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ລາຍງານໃຫ້ຮູ້ອີກຕື່ມວ່າ: ພາຍຫຼັງສໍາເລັດການເກັບກູ້ພືດລະດູຝົນແລ້ວ ຍັງຈະໄດ້ສືບຕໍ່ລົງຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນ ປູກພຶດລະດູແລ້ງ ໃຫ້ໄດ້ 715 ເຮັກຕາ. ເປັນຕົ້ນແມ່ນ: ໜາກຖົ່ວ, ໜາກແຕງ, ສາລີຫວານ, ຜັກບົ່ວ, ຜັກທຽມ, ໜາກເພັດ, ໜາກເຂືອ ແລະ ສະໜອງ ເນື້ອທີ່ ຈໍານວນ 270 ຮຕ ເພື່ອນໍາໃຊ້ເຂົ້າໃນການປູກໝາກໂມ.
ໂດຍ: ອິນແປງ ແຫວນຄຳ