ອີງຕາມການໃຫ້ສໍາພາດເມື່ອວັນທີ 2 ພຶດສະພາ 2023 ຂອງທ່ານ ນາງ ລັດສະໄໝ ຄຳພິລາວົງ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ສາມັກຄີໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: ປະຈຸບັນຊາວກະສິກອນທົ່ວເມືອງສາມັກຄີໄຊ ພວມກໍາລັງຂຸ່ນຂ່ຽວເກັບ ກ່ຽວມ້ຽນມັດເຂົ້ານາແຊງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ທ້ວງທັນກັບລະດູການ,ເຊິ່ງການຜະລິດເຂົ້ານາແຊງຢູ່ເມືອງສາມັກຄີໄຊ ປີນີ້ ມີຢູ່ 2 ເຂດການຜະລິດຄື: ເຂດໂຄງການນາພອກ ແລະ ເຂດໂຄງການນາແກ້ງຂາມ,ໃນນີ້ ໂຄງການນາພອກມີເນື້ອທີ່ຕົວຈິງ 69 ກວ່າເຮັກຕາ ມີ 100 ຄອບຄົວທີ່ທໍາການຜະລິດ,ສຳເລັດການເກັບກ່ຽວໄປແລ້ວ 50%ຂອງເນື້ອທີ່ທັງໝົດ,ສະມັດຕະພາບສະເລ່ຍໄດ້ 3 ໂຕນກວ່າເຮັກຕາ,ສ່ວນໂຄງການນາແກ້ງຂາມ ມີເນື້ອທີ່ຕົວຈິງ 53 ກວ່າເຮັກຕາ ມີ 80 ຄອບຄົວທີ່ທໍາການຜະລິດ,ໄດ້ສໍາເລັດການເກັບກ່ຽວໄປແລ້ວ 40%ຂອງເນື້ອທີ່ທັງໝົດ, ສະມັດຕະພາບສະເລ່ຍໄດ້ 3 ກວ່າໂຕນຕໍ່ເຮັກຕາ,ການຜະລິດເຂົ້ານາແຊງປີນີ້ຢູ່ເມືອງສາມັກຄີໄຊ ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນ: ເນື້ອທີ່ມີຈໍານວນໜ້ອຍ ບໍ່ໄດ້ຕາມແຜນການ,ຄວາມຕື່ນຕົວຂອງປະຊາຊົນຕໍ່ການທໍາການຜະລິດ ບໍ່ສູງ,ອີກສ່ວນໜຶ່ງກໍ່ຍ້ອນບັນດາປັດໃຈການຜະລິດ ມີລາຄາທີ່ສູງ ໂດຍສະເພາະ ຝຸ່ນເຄມີ ແລະ ປັດໃຈອື່ນໆ .
ທ່ານ ນາງ ລັດສະໄໜ ຄໍາພິລາວົງ ກ່າວຕື່ມອີກວ່າ: ຕາງໜ້າໃຫ້ແກ່ການນໍາຂອງເມືອງ ຮຽກຮ້ອງມາຍັງປະຊາຊົນ ທົ່ວເມືອງສາມັກຄີໄຊ ໃນລະດູຝົນທີ່ຈະມາເຖິງໜ້ານີ້ ໃຫ້ເປັນເຈົ້າການ ສຸມໃສ່ການທຳການຜະລິດ ປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍກາຍເປັນສິນຄ້າ ແລະ ສ້າງລາຍຮັບເຂົ້າຄອບຄອບ .
ຂ່າວ: ວັດທະນາ .
Loading...