ຊາວນະຄອນ-ຫຼວງພະບາງ ອັງເຊີນພະເຈົ້າມ່ານລົງຫົດສົງ ເປັນປະຈຳທຸກປີ ພາຍຫຼັງສຳເລັດການສະເຫຼີມສະຫຼອງບຸນ ຕຸດສົງການປີໃໝ່ລາວ ຊາວຫຼວງພະບາງ ໄດ້ອັງເຊີນອົງພະມ່ານ ເຊີ່ງເປັນອົງພະທີ່ສັກສິດອີກ 1 ອົງ ທີ່ປະຊາຊົນຊາວຫຼວງພະບາງໃຫ້ການເຄົາລົບ ນົບໄຫວ້ ລົງຫົດສົງເພື່ອຂໍພອນໃນໂອກາດປີໃໝ່.


ພິທີອັງເຊີນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ່ 22 ເມສານີ້ ເລີ້ມຈາກພະເຖຣະ ກ່າວຄຳອາລາດຖະນາອົງພະເຈົ້າມ່ານຈາກຫໍພະມ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ ແລ້ວອັງເຊີນອົງພະເຈົ້າມ່ານຂື້ນປະທັບໃນຫໍສົງ ແລ້ວກ່າວຄຳຄາລະວະ ຈື່ງດຳເນີນການຫົດສົງຢ່າງເປັນທາງການ.

ອົງພະມ່ານ ໄດ້ສ້າງດ້ວຍ ທອງຄຳເນື້ອນົບພະເກົ້າ ຫຼື ຄຳເນື້ອເກົ້າ ເປັນຄຳທີ່ງົດງາມ ແລະສູງຄ່າທີ່ສຸດ ປະດັບດ້ວຍອັນຍະມະນີນົບພະເກົ້າ ນ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະເຄື່ອງຊົງທັງອົງ, ໂດຍສ້າງຂື້ນໂດຍຄົນປະເທດພະມ້າ ຫຼັງຈາກສ້າງແລ້ວຈື່ງນຳຂື້ນມາລ່ອງແພແມ່ນ້ຳ ຂອງເພື່ອກັບພະ ມ້າ ພໍບໍລິເວນເຖິງຮອດເມືອງຫຼວງພະບາງ ອົງພຣະໄດ້ຢຸດແລະມຸນວົນນ້ຳ ເຮັດແບບໃດກໍ່ບໍ່ສາມາດດືງແພໄປຕໍ່ໄດ້ ທະ ຫານພະມ້າໄດ້ດືງຢູ່ຫຼາຍທິ ແຕ່ບໍ່ເກີດຜົນ ຜູ້ອັນເຊີນໄດ້ເຮັດ ການສັກກະລະ ແລະຕັ້ງຈິດອະທິຖານວ່າ “ຫາກອົງພຣະມິກັບສູ່ຫົງສາວະດີ ກໍ່ຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ, (ໃນຂະນະນັ້ນຫຼວງພະບາງມີຫຼາຍກວ່າ 100 ວັດ ປັດຈຸບັນມີພຽງ 60 ກ່ວາວັດ) ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂື້ນຈາກແມ່ນ້ຳຂອງ ແຕ່ກໍ່ບໍ່ມີວັດໃດສາມາດຍົກຂື້ນໄດ້ ມີພຽງເຈົ້າອາວາດວັດຊຽງທອງ ທີ່ຕັ້ງຈິດອະທິຖານ ທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍ່ເກີດຂື້ນ ທ່ານອຸ້ມອົງພຣະຂື້ນຈາກນ້ຳໄດ້ຢ່າງປະຕິຫານ ແລະໄດ້ອັນເຊີນເຂົ້າວັດ ທັງເຮັດການສົມໂພດຢ່າງຍິ່ງໃຫຍ່ ແຕ່ຝົນກໍ່ຕົກລົງບໍ່ມີທີທ່າວ່າຈະຢຸດ ທ່ານຈື່ງທຳການສ້າງ “ຫໍພຣະມ່ານ” ແລະເກັບລ໋ອກຄວາມງົດງາມ ໄວ້ໃນພາຍໃນ 365 ວັນ ຈຶ່ງນຳອອກມາພຽງ 3 ຫາ 7 ວັນເທົ່ານັ້ນ ແຕ່ຍາມໃດຝົນບໍ່ຕົກບ້ານເມືອງແຫ້ງແລ້ງ ຈະທຳການອັນເຊີນທ່ານມາສົງນ້ຳ ຝົນກໍ່ຈະຕົກຄືກັບປາຕິຫານ ອົງພຣະ ຫ້າມຜູ້ໃດຕ້ອງທ່ານ ແລະຫ້າມຂື້ນໄປຫໍພຣະມ່ານເດັດຂາດ ພ້ອມທຳການສ້າງ “ຫໍພຣະມ່ານ” ໄວ້ດ້ານຫຼັງຂອງ ພະອຸໂບສົດ ນັບແຕ່ປີພຸດທະສັກກະລາດ 2493 ຈົນມາເຖີງປະຈຸບັນ ຜະໜັງດ້ານຫຼັງວິຫານດ້ວຍສີບົວ ປະດັບດ້ວຍແວ່ນສີ ສະແດງເຖິງວິຖີຊີວິດຂອງຜູ້ຄົນ ມີຄວາມສວຍງາມແບບພື້ນບ້ານ ທີ່ເປັນເອກະລັກຂອງຫຼວງພະບາງ. ໃນໂອກາດບຸຮປີໃໝ່ທຸກປີຈະມີການອັນເຊີນມາໃຫ້ປະຊາຊົນຫົດສົງນ້ຳ ແລະກາບໄຫ້ວເປັນປະຈຳທຸກປີ, ສໍາລັບປີນີ້ ການຫົດສົງອົງພະມານຈະດໍາເນີນຈົນເຖີງຕອນແລງຂອງວັນທີ່ 28 ເມສາຈື່ງຈະສຳເລັດ,


ນອກຈາກການຫົດສົງອົງພະມ່ານ ໄດ້ມີການຈັດຕັ້ງກອງບັນ 84.000 ພຣະທັມມະຂັນ ປະຈຳປີ 2023 ທີ່ວັດຊຽງທອງ ຕື່ມອີກ ຈື່ງຂໍເຊີນຊວນມວນຊົນ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດໄປຮ່ວມຫົດສົງອົງພະມ່ານ ແລະຮ່ວມອານຸໂມທະນາບຸນຕາມກຳລັງສັດທາ.