ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສຸກສະຫວັນ ສຸວັນນະລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງໜອງບົກ ແຂວງຄໍາມ່ວນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນທ້ອງຖິ່ນໃນໂອກາດລົງເຄື່ອນໄຫວຕິດຕາມສະພາບການຜະລິດເຂົ້ານາປີ ແລະ ພືດລະດູຝົນຢູ່ເມືອງໜອງບົກເຊິ່ງທ່ານໄດ້ກ່າວວ່າ : ໃນລະດູການຜະລິດເຂົ້ານາປີ 2023 ນີ້ທົ່ວເມືອງມີເນື້ອທີ່ແຜນການທັງໝົດ 15.980 ເຮັກຕາ , ຄາດຄະເນຜົນຜະລິດ 59.925 ໂຕນ , ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 11.105 ເຮັກຕາ , ຄາດຄະເນຜົນຜະລິດ 41.644 ໂຕນ , ແຜນການປູກເຂົ້າເພື່ອເປັນສິນຄ້າ 4.875 ເຮັກຕາ , ຄາດຄະເນຜົນຜະລິດ 18.281 ໂຕນ .
ມາຮອດປະຈຸບັນນີ້ການປູກເຂົ້າຂອງຊາວນາໃນທົ່ວເມືອງແມ່ນປະຕິບັດໄດ້ 14.042 ໂຕນ ເທົ່າກັບ 87,87 % ຂອງເນື້ອທີ່ແຜນການທັງໝົດໃນທົ່ວເມືອງ . ໃນນັ້ນນາຫວ່ານປະຕິບັດໄດ້ 9.519 ເຮັກຕາ ເທົ່າກັບ 59,57 % ຂອງແຜນການ,ນາປັກດໍາປະຕິບັດໄດ້ 4.523 ເຮັກຕາ ເທົ່າກັບ 28,30 % ຂອງແຜນການ. ດ້ານເນື້ອທີ່ນາເພື່ອຜະລິດເປັນສະບຽງອາຫານປະຕິບັດໄດ້ 9.758 ເຮັກຕາ ເທົ່າກັບ 87,87 % ຂອງແຜນການ , ເນື້ອທີ່ຜະລິດເຂົ້າເປັນສິນຄ້າປະຕິບັດໄດ້ 4.284 ເຮັກຕາ ເທົ່າກັບ 87,87 % ຂອງແຜນການ .
ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງໜອງບົກໄດ້ກ່າວຕື່ມວ່າ : ຖ້າຫາກສະພາບດິນຟ້າອາກາດອໍານວຍຄວາມສະດວກຄາດວ່າການປູກເຂົ້ານາປີຂອງຊາວນາໃນທົ່ວແຂວງຈະໃຫ້ສໍາເລັດໃນລະຫວ່າງທ້າຍເດືອນກໍລະກົດ 2023 ນີ້.
ດ້ານການຜະລິດພືດລະດູຝົນປີ 2023 ທົ່ວເມືອງມີເນື້ອທີ່ແຜນການ 702 ເຮັກຕາ , ຄາດຄະເນຜົນຜະລິດ 5.279 ໂຕນ ,ໃນນີ້ແຜນການປູກພືດເພື່ອເປັນສະບຽງອາຫານ 300 ເຮັກຕາ , ຄາດຄະເນຜົນຜະລິດ 2.250 ໂຕນ , ແຜນການປູກພືດເພື່ອເປັນສິນຄ້າ 402 ເຮັກຕາ , ຄາດຄະເນຜົນຜະລິດ 3.029 ໂຕນ .
ມາຮອດປະຈຸບັນການປູກພືດລວມໃນທົ່ວເມືອງແມ່ນປະຕິບັດໄດ້ 351 ເຮັກຕາ ເທົ່າກັບ 50 % ຂອງເນື້ອທີ່ແຜນການທັງໝົດ . ໃນນີ້ການປູກພືດເພື່ອເປັນສະບຽງອາຫານແມ່ນປະຕິບັດໄດ້ 150 ເຮັກຕາ ເທົ່າກັບ 50 % ຂອງແຜນການ ແລະ ປູກພືດເພື່ອເປັນສິນຄ້າແມ່ນປະຕິບັດໄດ້ 201 ເຮັກຕາ ເທົ່າກັບ 50 % ຂອງແຜນການ . ສໍາລັບພືດທີ່ປູກຫຼາຍທີ່ສຸດແມ່ນມັນຕົ້ນຮອງລົງມາແມ່ນໝາກຖົ່ວ,ໝາກແຕງ , ສາລີ ແລະ ປະເພດພືດຜັກລວມເພື່ອສະໜອງຕະຫຼາດພາຍໃນແຂວງ .