ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຊາວບ້ານຜານົມ ຈັດງານບຸນປະເພນີປ່ອຍນໍ້າເດືອນຫົກຕົກນໍ້າປີໃຫມ່ເຜົ່າລື້
ວັນທີ 14 ເມສາ 2024 ຊາວບ້ານຜານົມ ນະຄອນ ຫຼວງພະບາງ ໄດ້ຈັດງານບຸນປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃຫມ່ ຂອງເຜົ່າລື້ ເຊິ່ງໃນປີນີ້ ໃຫ້ກຽດຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ,ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ,ມີເຈົ້ານະຄອນຫຼວງ ພະບາງ ພ້ອມດ້ວຍຄະນະນໍາຈາກສູນກາງ,ແຂວງ,ເມືອງ ແລະປະຊາຊົນພາຍໃນບ້ານ ຕະຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ກ່ອນຈະມີການເປີດງານດັ່ງກ່າວ ກໍໄດ້ຊົມການສະແດງ ສິລະປະວັດນະຄະດີ ຂອງເຜົ່າໄຕລື້ ໂດຍສະເພາະແມ່ນການຟ້ອນ,ການຂັບລໍາ ຕະຫຼອດຮອດການຸ່ງຖື ສໍານຽງການປາກເວົ້າ ທີ່ສະແດງເຖິງ ເອກະລັກຂອງເຜົ່າ,ນອກນີ້ ບັນດາການນໍາ ທີ່ເຂົ້າຮ່ວມ ຍັງໄດ້ເດີນຊົມບູດຕ່າງໆ ແລະຍັງໄດ້ໃຫ້ການສະໜັບສະໜູນ ສິນຄ້າ ຢູ່ໃນງານອີກດ້ວຍ.
ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານ ຜານົມ ໄດ້ໃຫ້ຮູ້ວ່າ ໄຕລື້ ແມ່ນເຜົ່າຫນຶ່ງ ຂອງວົງຄະນະນາຍາດແຫ່ງຊາດລາວ, ເຊິ່ງມີຖິ່ນຖານຕົ້ນກໍາເນີດຢູ່ສິບສອງປັນນາປະເທດຈີນ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ຫຼາຍແຫ່ງທາງພາກເຫນືອຂອງປະເທດລາວ, ໂດຍສະເພາະເຜົ່າໄຕລື້ບ້ານ ຜານົມ ໄດ້ເຄື່ອນຍ້າຍຈາກດິນແດນພາກໃຕ້ຂອງສິບສອງປັນນາເຂົ້າມາຢູ່ນໍ້າແດນດິນເມືອງຫຼວງພະບາງໃນປີ 1876 ໃນສະໄຫມຂອງພະເຈົ້າ ມັນທາຕຸລາດ ເປັນເຈົ້າແຜ່ນດິນ (ອານາຈັກລາວລ້ານຊ້າງຫຼວງພະບາງ), ເບື້ອງຕົ້ນການຕັ້ງບ້ານນີ້ຍັງບໍ່ມີຊື້ຮ້ອງເທື່ອແຕ່ສັງເກດເຫັນວ່າຢູ່ບ້ານ ທ່ານໍ້າມີຜີຜາຫີນຄືກັບອຸ້ຍ (ເຕົ້ານົມຂອງແມ່ຍິງ) ຕັ້ງຢູ່ນັ້ນຈິ່ງພ້ອມກັນຄິດໃສ່ຊື່ບ້ານວ່າ ‘’ ບ້ານຜານົມ ‘’ ສືບທອດກັນມາເທົ້າທຸກວັນນີ້.
ເຜົ່າໄຕລື້ກໍມີ ຮີດ-ຄອງ ປະເພນີຄືກັບປະຊາຊົນເຜົ່າອື່ນໆໃນປະເທດລາວ, ສໍາລັບຄວາມໝາຍຂອງບຸນປະເພນີ ‘’ປ່ອຍນໍ້າເດືອນຫົກຕົກນໍ້າປີໃຫມ່ນັ້ນວ່າ: ວັນປີໃຫມ່ມາຮອດແລ້ວມັນເປັນຈຸດເລີ່ມຕົ້ນເຂົ້າສູ່ລະດູທໍາການຜະລິດເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດເພື່ອສ້າງເສດຖະກິດຄອບຄົວໃຫ້ອຸດົມສົມບູນ, ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ ແລະ ກ່ອນປ່ອຍນ້ໍາເດືອນຫົກ ( ກ່ອນຈະປັກດໍາເຂົ້ານາໃນເດືອນຫົກ) ຕ້ອງແມ່ນຫລິ້ນບຸນປີໃຫມ່ສາກ່ອນ.
ສໍາລັບ ບ້ານ ຜານົມມີປະຊາກອນ 1.440 ກວ່າຄົນ, ຍິງ 749 ຄົນ, ປະກອບມີ 280 ກວ່າຄອບຄົວ, ຊາວບ້ານໆຜານົມເປັນຄົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການທໍາມາຫາກິນນອກຈາກມີອາຊີບເປັນຊາວກະສິກອນແລ້ວຍັງເປັນຊ່າງສີມືທີ່ດີເລີດໃນການຕໍ່າຫູກ-ທໍໄຫມ ຊຶ່ງມີຊືສຽງມາແຕ່ຮຸ່ນ ປູ່, ຍ່າ-ຕາຍາຍ ສືບມາເຖິງຈົນຮອດປັດຈຸບັນນີ້.
ຂ່າວ: ເພັດສາຄອນ ສິມມະວົງ