ໃນຕອນເຊົ້າວັນທີ 16 ກຸມພາ 2022 ກົງກັບວັນພຸດ (ວັນບຸນມາຄະບູຊາ) ເພັງ 15 ຄໍ່າເດືອນສາມ ພສ 2565 ຊາວພຸດຈາກທຸກສາລະທິດໄດ້ຮ່ວມກັນ ທຳບຸນຕັກບາດທີ່ສະຖານບູຮານວັດພູຈຳປາສັກ.
ເຂົ້າຮ່ວມໃນພິທີມີພຣະອາຈານ ມະຫາ ບຸນມາ ສີມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ,ພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ. ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງ ຈຳປາສັກພ້ອມດ້ວຍພັນລະຍາ ແລະອະດີດການນຳແຂວງ – ສູນກາງ, ບັນດາທ່ານການນຳແຂວງ,ເມຶອງ,ພະແນກ ການກົມກອງອ້ອມຂ້າງ,ແລະຊາວພຸດລາວ,ນັກ ທ່ອງທ່ຽວຂົ້າຮ່ວມຢ່າງ ຫຼວງຫຼາຍ.
ໃນພິທີພຣະອາຈານໄດ້ນຳພາ ຄະນະສົງຈຳນວນ 100 ອົງ ແລະອອກຕົນຍາດໂຍມທັງຫຼາຍໄຫວ້ພຣະ ຣັດຕະນະໄຕ,ກ່າວຄຳຖວາຍປັດໄຈ, ລາດທະນາຮັບສິນ,ຢາດນໍ້າໃຫ້ຮັບພອນແກ່ອອກຕົນຍາດຍົມ,ຈາກນີ້ກໍໄດ້ຍ່າງບິນທະ ບາດ ຈາກບໍລິເວນໂຮງຊາວລົງຮອດແຄມໜອງສະ ໂດຍມີອອກຕົນຍາດໂຍມຮ່ວມໃສ່ບາດຢ່າງ ຫຼວງຫຼາຍ.
ການທຳບຸນຕັກບາດທີ່ສະຖານບູຮານວັດພູຈຳ ປາສັກ ເປັນການສືບທອດຮີດຄອງປະເພນີວັດທະ ນະທຳອັນດີງາມຂອງຊາດ ທີ່ຊາວເມືອງກໍຄືແຂວງ ຈຳປາສັກສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ ຢູ່ກັບຄົນລາວຕະຫຼອດໄປຜ. ຈາກນີ້ກໍເປັນການອຸທິດ ສ່ວນກຸສົນ ແລະສີລິມົງຄົນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະ ນະທຳ ແລະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ຊົມວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບ ມື້ຫຼາຍຂຶ້ນ ອີກດ້ວຍ.
ພຣະອາຈານ ມະຫາ ບຸນມາ ສີມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ເທສະໜາແດ່ອອກຕົນຕົນຍາດຍົມໃນໂອກາດບຸນວັດພູ ແລະບຸນມາຄະບູຊາປີນີ້ໃຫ້ຍຶດໜັ້ນໃນການທຳຄວາມດີ,ພ້ອມກັນຮັກສາສິນ ແລະ ຈະເລີນເດີນຕາມຄຳສັ່ງສອນຂອງອົງສຳມາສຳພຸດທະເຈົ້າ.
ຜູ້ເຂົ້າຮ່ວມທໍາບຸນຕັກບາດ ແລະທ່ຽວຊົມໃນງານບຸນ ຍັງໃຫ້ສຳ ພາດເປັນສຽງ ດຽວກັນວ່າ:ມີຄວາມຮູ້ສຶກພູມໃຈທີ່ໄດ້ມາທຳ ບຸນ ຕັກບາດໃນຄັ້ງນີ້ເພາະຖືເປັນໂອກາດດີທີ່ໄດ້ທຳບຸນ ແລະທ່ອງ ທ່ຽວ ໄປພ້ອມໆກັນ.
ເກດສະໜາ ແກ້ວສຸວັນນະແສງ


