ວັນທີ 9 ມີນາ 2023 ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ນຳເອົາເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາຫຼາຍລາຍການ, ລວມມູນຄ່າ 18 ລ້ານກວ່າກີບ ໄປມອບໃຫ້ນັກຮຽນໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ, ແຂວງຫຼວງພະບາງ ເພື່ອສົ່ງເສີມການຈັດຕັ້ງປະຕິບັດການຮຽນການສອນໃຫ້ມີຄຸນນະ ພາບການສຶກສາ ໂດຍສະເພາະໃຫ້ນ້ອງນັກຮຽນດັ່ງກ່າວ ໄດ້ນຳໃຊ້ເຄື່ອງນຸ່ງທີ່ດີ ແລະ ມີອຸປະກອນການຮຽນທີ່ພຽງພໍ.
ທ່ານ ຕຸດາວັນ ໜໍ່ເມືອງເສດ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ ແລະຄະນະ ເປັນຜູ້ມອບ ແລະ ຕາງໜ້າຮັບເຄື່ອງໂດຍທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອຳນວຍການໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ.
ສໍາລັບໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ສ້າງຕັ້ງຂຶ້ນ ເມື່ອປີ 1982 ແຕ່ກ່ອນເປັນໂຮງຮຽນສ້າງຄູ ສູນຝຶກວິຊາຊີບ ແລະ ໃນປີ 2012 ໄດ້ປ່ຽນເປັນໂຮງຮຽນກິນນອນຊົນເຜົ່າເມືອງ ນໍ້າບາກ ໃນສົກຮຽນ 2022-2023 ມີນັກຮຽນທັງໝົດ 570 ຄົນ, ຍິງ 261 ຄົນ.
Cr: ສົງການ
Loading...