ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານກິດຈະກໍາສິລະປະສ້າງສັນຂອງຊາວໜຸ່ມອາຊຽນ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 7 ກຸມພາ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຜູ້ຕາງໜ້າ, ຄູ-ອາຈານ ແລະ ນັກສຶກສາທີ່ມາຈາກສະຖາບັນວິຈິດສິນໃນ 10 ປະເທດສະມາຊິກອາຊຽນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອໍານວຍການສະຖາບັນວິຈິສິນແຫ່ງຊາດ ທີ່ໄດ້ເຂົ້າຮ່ວມໃນງານກິດຈະກໍາສິລະປະສ້າງສັນຂອງຊາວໜຸ່ມອາຊຽນ ໄດ້ໃຫ້ສໍາພາດວ່າ: ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້ ເພື່ອສ້າງແນວຄວາມຄິດໃຫ້ໄວໜຸ່ມໃນການນໍາໃຊ້ສິ່ງເສດເຫຼືອໃຫ້ເກີດຜົນປະໂຫຍດ, ເປັນສິນຄ້າ ແລະ ເປັນຜະລິດຕະພັນທາງດ້ານສິລະປະ, ເຊິ່ງບັນດາແຕ່ລະປະເທດຈະໄດ້ນໍາເອົາຜົນງານຜະລິດຕະພັນສິລະປະຂອງຕົນມາວາງສະແດງຢູ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຜົນງານທີ່ຜະລິດໃນງານຄັ້ງນີ້ ກໍ່ຈະຝາກໄວ້ຢູ່ໃນປະເທດລາວ ພ້ອມທັງຮັກສາໄວ້ໃຫ້ນັກຮຽນ, ນັກສຶກສາ, ນັກທ່ອງທ່ຽວ ແລະ ແຂກທີ່ມາທ່ຽວຊົມໄດ້ເບິ່ງໄດ້ຮຽນຮູ້ ທັງເປັນຜົນງານ ແລະ ເປັນຜະລິດຕະພັນທີ່ມາຈາກແນວຄິດທີ່ສ້າງສັນທາງດ້ານສີລະປະຂອງອາຊຽນເຊິ່ງຈະເກັບຮັກສາໄວ້ຢູ່ສະຖາບັນວິຈິດສິນແຫ່ງຊາດ.
ທ່ານ ຄໍາສຸກ ແກ້ວວົງຊາຍ ໃຫ້ຮູ້ຕື່ມວ່າ: ຜ່ານມາ, ກິດຈະກໍາການນໍາເອົາສິ່ງເສດເຫຼືອມາປະດິດເປັນຜະລິດຕະພັນທາງດ້ານສິລະປະແມ່ນເຄີຍຈັດຂື້ນໃນຫຼາຍປະເທດ ເປັນຕົ້ນ ປະເທດຟີລິບປິນ, ອິນໂດເນເຊຍ ເຊິ່ງລາວເຮົາແມ່ນໄດ້ນໍາເອົາບົດຮຽນດັ່ງກ່າວມາຈັດຂື້ນເປັນຄັ້ງທໍາອິດ ໂດຍການນໍາເອົາສິ່ງເສດເຫຼືອປະເພດເຈ້ຍມາປະດິດເປັນຜະລິດຕະພັນສິລະປະທີ່ມີຄວາມສວຍງາມ ດັ່ງທີ່ເຮົາຮູ້ ແລະ ສັງເກດນໍາກັນແລ້ວວ່າ, ເຈ້ຍວາລະສານ, ໜັງສືພິມຕ່າງໆ ເປັນເຈ້ຍທີ່ນໍາມາໃຊ້ຄືນໃໝ່ໄດ້ຍາກ ເຊິ່ງເຮັດໃຫ້ເຈ້ຍເຫຼົ່ານີ້ໄປຢູ່ສະໜາມຂີ້ເຫຍື້ອຫຼາຍ ສະນັ້ນ ຈັ່ງເລັງເຫັນໄດ້ວ່າຄວນຈະມີວິທີທາງແນວໃດທີ່ຈະເຮັດໃຫ້ຂີ້ເຫຍື້ອເຫຼົ່ານີ້ຫຼຸດໜ້ອຍລົງ ພາຍຫຼັງໄດ້ຮັບທຶນຈາກໂຄງການຂອງບໍລິສັດ ຣີໄຊໂຄລ ອຣາດ ຈື່ງໄດ້ນໍາທຶນດັ່ງກ່າວມາຊື້ ແລະ ປະດິດອຸປະກອນເຫຼົ່ານີ້ໂດຍມານໍາໃຊ້ໃຫ້ເກີດປະໂຫຍດ ເຊັ່ນ: ການພັບຖົງເຈ້ຍກະດາດ, ການປັ້ນເປັນຮູບພາບສາມມິຕິທີ່ມີລວດລາຍເອກະລັກວັດທະນະທໍາລາວທີ່ສາມາດຈໍາໜ່າຍຢູ່ໃນທ້ອງຕະຫຼາດ. ກິດຈະກໍາເຫຼົ່ານີ້, ແມ່ນໄດ້ສ້າງວຽກເຮັດງານທໍາໃຫ້ຜູ້ຄົນໃນຊຸມຊົນ ພ້ອມທັງສ້າງລາຍຮັບໃຫ້ບັນດານັກຮຽນ-ນັກສຶກສາທີ່ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ. ໃນຕໍ່ໜ້າ, ຖ້າຫາກບໍ່ມີເຈ້ຍ ຫຼື ສິ່ງເສດເຫຼືອໄວ້ໃຫ້ແລ້ວ ກໍ່ຈະເຮັດວຽກງານປະສົບຜົນສໍາເລັດ ເຊິ່ງຈະໄດ້ນໍາເອົາປະສົບການຄວາມຮູ້ ແລະ ອຸປະກອນຕ່າງໆທີ່ໄດ້ຈາກໂຄງການນໍາໄປຕໍ່້ຍອດພັດທະນາຂີ້ເຫຍື້ອປະເພດຕ່າງໆໃຫ້ກາຍເປັນຜະລິດຕະພັນທີ່ສາມາດຂາຍເປັນສິນຄ້າ ເພື່ອສ້າງລາຍໄດ້ຕື່ມອີກ.
ຂ່າວ : ບັນລັງທອງ ກຽງຄຳຊົນນີ
ພາບ : ດອກຈຳປີ
May be an image of 7 people, people standing and indoor
May be an image of 4 people, people sitting, people standing, indoor and text that says '///77200 OPENING CEREMONY ASEAN YOUNG CREATIVE ARTWORKS 613 6-10 FEBRUARY 2023 IN'