ຈາກກໍລະນີທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ, ແຂວງຫົວພັນ ໄດ້ອອກແຈ້ງການ, ສະບັບ ເລກທີ 663 ຫກປມ, ລົງວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມການຜະລິດແປຮູບໜໍ່ໄມ້, ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດການມີຫາງສຽງໃນສັງຄົມ.

ຕໍ່ບັນຫາດັ່ງກ່າວ, ທ່ານ ທອງສຸກ ສົມພາວັນ, ເຈົ້າເມືອງແອດ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ກັນຍາ 2023 ວ່າ: ເນື່ອງຈາກໜໍ່ໄມ້ຕາກແຫ້ງຢູ່ເມືອງແອດປີນີ້ ໄດ້ລາຄາດີ, ສະເລ່ຍບໍ່ຫລຸດ 60.000-80.000 ກີບ/ກິໂລ, ທຽບໃສ່ຫລາຍປີຜ່ານມາເພີ່ມຂຶ້ນເກີນທົບເຄີ່ງ ເຮັດໃຫ້ປະຊາຊົນພາກັນຫລັ່ງໄຫລໄປຫາໜໍ່ໄມ້ຫົກ ແລະໜໍ່ໄມ້ສາງ ທີ່ມີຢູ່ຕາມທໍາມະຊາດເຂດລຽບນໍ້າມ້າ ແລະ ນໍ້າແອດຢ່າງເປັນຂະບວນຟົດຟື້ນກວ່າປີຜ່ານມາ, ທັງເອົາມາບໍລິໂພກໃນຄອບຄົວ ແລະ ຕາກແຫ້ງຂາຍເປັນສິນຄ້າ ໂດຍມີພໍ່ຄ້າ-ແມ່ຄ້າຈາກຫວຽດນາມມາເກັບຊື້. ຍ້ອນແນວນັ້ນ ເຮັດໃຫ້ອົງ ການປົກຄອງເມືອງເປັນຫ່ວງວ່າຖ້າບໍ່ມີການຄຸ້ມຄອງ, ການແບ່ງເຂດ ແລະ ການກໍານົດເວລາໃນການຂຸດຄົ້ນໜໍ່ໄມ້ຢ່າງລະອຽດ ຈະເຮັດໃຫ້ໜໍ່ໄມ້ດັ່ງກ່າວນັບມື້ຫມົດໄປ ເພາະໜໍ່່ໄມ້ບໍ່ຕ່າງຈາກເຄື່ອງປ່າຂອງດົງຊະນິດອື່ນໆ ຖ້າບໍ່ມີການຄຸ້ມຄອງການຂຸດຄົ້ນທີ່ດີຈະເຮັດໃຫ້ນັບມື້ສູນພັນໄປ.
ດັ່ງນັ້ນ, ອົງການປົກຄອງເມືອງ ໄດ້ແນະນໍາໃຫ້ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ອອກແຈ້ງການແນະນໍາລະອຽດ ເພື່ອໃຫ້ບັນດາບ້ານທີ່ມີການຂຸດຄົ້ນໜໍ່່ໄມ້ ເອົາໃຈໃສ່ຄຸ້ມ ຄອງ, ແບ່ງເຂດ ແລະ ກໍານົດເວລາໃນການຂຸດຄົ້ນໜໍ່່ໄມ້, ໄປພ້ອມໆ ກັບການຈັດສັນພໍ່ຄ່າ-ແມ່ຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ໄປເກັບຊື້ຫນໍ່ໄມ້ແຫ້ງຕ້ອງລົງທະ ບຽນຢ່າງລະອຽດ ເພື່ອຄວາມສະດວກໃນການຄຸ້ມຄອງ ເພາະການເກັບຊື້ໃນໄລຍະຜ່ານມາມີການເອົາປຽບກັນດ້ານລາຄາ ເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ອື່ນໆ.
ຢ່າງໃດກໍຕາມ, ໃນເວລາອອກແຈ້ງການຕົວຈິງ ເຈົ້າໜ້າ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດເຂົ້າໃຈຜິດຈຶ່ງເຮັດໃຫ້ການອອກແຈ້ງການມີບາງຢ່າງຜິດພາດ ແລະ ມີຫາງສຽງເກີດຂຶ້ນໃນສັງຄົມ.
ເຈົ້າເມືອງແອດ ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດ ຂຶ້ນ, ອົງການປົກຄອງເມືອງ ໄດ້ອອກຂໍ້ຕົກລົງລົບລ້າງແຈ້ງ ການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ສະບັບເລກທີ 663 ຫກປມ ລົງວັນທີ 23 ສິງຫາ 2023 ຮຽບ ຮ້ອຍແລ້ວ ແລະ ໄດ້ມອບໃຫ້ອົງການປົກຄອງບ້ານທີ່ກ່ຽວຂ້ອງຄຸ້ມຄອງ, ກໍານົດຂອບເຂດ ແລະ ເວລາໃນການຂຸດຄົ້ນໜໍ່ໄມ້ຢູ່ພາຍໃຮບ້ານຂອງຕົນໃຫ້ລະອຽດ ເນື່ອງຈາກທາງເມືອງໄດ້ມອບດິນ-ມອບປ່າໃຫ້ບ້ານເປັນຜູ້ຄຸ້ມຄອງນໍາໃຊ້ໂດຍກົງ, ທັ້ງນີ້ ເພື່ອແນໃສ່ເຮັດໃຫ້ໜໍ່່ໄມ້ທີ່ມີຕາມທໍາມະຊາດມີໂອກາດເຕີບໃຫຍ່ກາຍເປັນລໍາທົດແທນຕົ້ນເກົ່າທີ່ຕາຍໄປໃນຕໍ່ໜ້າ.
ນອກຈາກນີ້, ໃນການເກັບຊື້ຂອງພໍ່ຄ້າ-ແມ່ຄ້າທັງພາຍໃນ ແລະ ຕ່າງປະເທດ ຕ້ອງຫັນເຂົ້າສູ່ລະບຽບການ ແລະ ມີພັນທະຕໍ່ການຄຸ້ມຄອງປ່າໄມ້ ດ້ວຍການຕັ້ງເປັນກຸ່ມເກັບຊື້ໃນແຕ່ລະບ້ານຄ້າຍຄືກັບກຸ່ມເກັບຊື້ເຄື່ອງປ່າຂອງດົງຊະນິດອື່ນໆ ເຊີ່ງຜູ້ເກັບຊື້ຕ້ອງປະກອບເອກະສານຕາມທີ່ຫ້ອງການທີ່ກ່ຽວຂ້ອງຂອງເມືອງກໍານົດຢ່າງລະອຽດ ເພື່ອຮັບປະກັນເຮັດໃຫ້ການເກັບຊື້ໜໍ່ໄມ້ຢູ່ພາຍໃນເມືອງແອດມີຄວາມເປັນລະບຽບຮຽບຮ້ອຍກວ່າເກົ່າ ແລະຮັບປະກັນບໍ່ໃຫ້ເກີດການເອົາປຽບດ້ານລາຄາໃນການເກັບຊື້ເກີດຂຶ້ນອີກ.
Cr: BT, ວສລ