ຕໍ່ກັບບັນຫາທີ່ສື່ສັງຄົມອອນລາຍໄດ້ນຳເອົາຂໍ້ມູນຂ່າວສານຂອງໂຄງການໄຟຟ້ານໍ້າເທີນ1 ໄປເຜີຍແຜ່ໃນທາງລົບເຮັດໃຫ້ສັງຄົມມີຄວາມກັງວົນຕໍ່ຄວາມປອດໄພຂອງເຂື່ອນນໍ້າເທີນ1ຢູ່ບ້ານ ໂພນຈະເລີນ ເມືອງປາກກະດີງ,ແຂວງບໍລິຄຳໄຊ, ທ່ານບຸນຍັັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານແລະຄະນະຮັບຄວາມຜິດຊອບຄວາມປອດໄພຂອງເຂື່ອນ ຂອງບໍລິສັດໄຟຟ້ານໍ້າເທີນ1.ໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈກ່ຽວກັບ ຄວາມເປັນຈິງ.
ໃນວັນທີ 17 ກໍລະກົດ 2022. ທ່ານ ບຸນຍັັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານແລະຄະນະຮັບຄວາມຜິດ ຊອບຄວາມປອດໄພຂອງເຂື່ອນຂອງບໍລິ ສັດໄຟຟ້ານໍ້າເທີນ1.ໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈ ກ່ຽວກັບປາກົດການທີ່ທີ່ເກີດຂື້ນທ່ານໄດ້ກ່າວວ່າ: ໂຄງການໄຟຟ້ານໍ້າເທີນ 1 ໄດ້ຮັບການສຶກສາອອກແບບ ແລະຄອບຄຸມການກໍ່ສ້າງຈາກບໍລິສັດທີ່ປຶກສາສາ ກົນຈາກປະເທດສະວິິດແລະນອກ ຈາກນີ້,ລັດຖະບານ ກໍ່ໄດ້ວ່າຈ້າງຊ່ຽວ ຊານສະເພາະດ້ານເຂົ້າມາຄວບຄຸ້ມການກໍ່ສ້າງອີກຕໍ່ຫນຶ່ງເພື່ອຮັບປະກັນການກໍ່ສ້າງໃຫ້ໄດ້ມາດຕະຖານສອດຄ່ອງກັບເທັກນິກການອອກແບບແລະຮັບປະກັນຄວາມປອດໄພ, ໃນໄລຍະການດຳເນີນໂຄງການ ແລະຍາວນານ ຫລັງ ຈາກບໍລິສັດໄດ້ຮັບອະນຸຍາດຈາກລັດ ຖະບານໃຫ້ກັກຂັງນ້ຳໃນວັນທີ່ 1 ເມສາ 2021 ຈົນເຖິງກາງເດືອນມິຖຸນາ 2022. ປາກົດເຫັນມີນ້ຳຮົ່ວຊືມທາງດ້ານຂວາຂອງເຂື່ອນ, ທີ່ປຶກສາໂຄງການໄດ້ວິເຄາະການຮົ່ວຊືມຂອງນ້ຳແລະຢັ້ງຢືນວ່າການຮົ່ວຊືມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນພ້ອມກັນນັ້ນທີ່ປຶກສາໄດ້ໃຫ້ຄວາມລະອຽດທາງດ້ານເທັກນິກໃນການແກ້ໄຂບັນຫາແກ່ບໍລີສັດໃນການແກ້ໄຂບັນຫາການຮົ່ວຊືມແລະຢັ້ງຢືນຈຸດການຮົ່ວຊືມໃຫ້ຢ່າງຄັກແນ່ເພື່ອໃຫ້ບໍລິສັດສາມາດແກ້ໄຂຈຸດຊືມດັ່ງກ່າວຢ່າງຖືກ ຕ້ອງ, ດັ່ງນັ້ນ, ບໍລິສັດໄຟຟ້ານ້ຳເທີນ1ຢືນຢັນແລະໃຫ້ຄວາມໝັ້ນໃຈແກ່ສັງຄົມມາເຖິງປັດຈຸບັນເຂື່ອນໄຟຟ້ານ້ຳເທີນ1ຍັງມີຄວາມ ປອດໄພ ຮ້ອຍສ່ວນຮ້ອຍ.
ທ່ານບຸນຍັງເພັງສຸວັນຍັງໄດ້ກ່າວຕຶ້ມວ່າຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງລັດຖະບານກໍ່ຄືກົມ ຄູ້ມຄອງຄວາມປອດໄພທຸລະກິດພະລັງງານທີ່ໄດ້ໃຫ້ການສະ ໜັບສະຫນູນແລະໃຫ້ທິດຊີ້ນຳແກ່ໂຄງ ການ ໂດຍດີຕະຫຼອດມາຂໍສະແດງຄວາມຂອບໃຈຕໍ່ຜູ້ປຶກສາແລະຜູ້ຮັບເໝົາກໍ່ສ້າງທີ່ໄດ້ທຸ່ມເທສະຕິປັນຍາເຂົ້າ ໃນການກໍ່ສ້າງໂຄງການໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້
ຂ່າວ: ສີສົມຈັນ-ພາບ:ຕຸ້ຍຟອງສະມົດ



