ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອສ້າງລິສອດພັກຜ່ອນແບບທຳ ມະຊາດ ແລະ ສ້າງບ້ານອີ່ມໜຳສຳລານລຽບຕາມຊາຍແດນ, ປັດຈຸບັນໃນເມືອງຊີເມີງ, ນະຄອນພູເອີ, ແຂວງຢຸນນານ ມີບ້ານຈຳນວນໜື່ງໄດ້ກາຍເປັນຄືພາບທີ່ສວຍງາມ ມ່ີສະພາບແວດລ້ອມສະອາດຈົບງາມ, ທົ່ງນາສາຍນໍ້າຂຽວງາມ, ຂະແໜງການຕ່າງໆຂະຫຍາຍຕົວເປັນຢ່າງດີ, ຊີວີດຂອງປະຊາຊົນຮັ່ງມີຜາສຸກ, ອາໄສຢູ່ບ້ານທີ່ມີສີສັນພິເສດຈຳນວນໜື່ງ ກຳລັງຈະມີພາບທີ່ອ້ອມຮອບດ້ວຍພູຜາ ແລະ ນ້ຳໃສ, ເຮືອນ, ທົ່ງນາ, ຊົນນະບົດທີ່ສວຍງາມ, ບໍ່ພຽງແຕ່ເປັນຮູບພາບທີ່ສວຍງາມ, ແຕ່ຍັງມີການພັດທະນາທີ່ດີ ກຳລັງມີການການຫັນປ່ຽນຢ່າງໃຫຍ່ຫຼວງ ຢູ່ໃນດິນແດນເມືອງຊິເມີງ.
ໃນເດືອນກໍລະກົດ, ຢູ່ໜ່ວຍທີ2ຂອງບ້ານຢົງປູ້ລໍ້ ຕາແສງຈົ່ງເຄີ້, ຢູ່ທົ່ວທຸກແຫ່ງກໍ່ເຫັນທິວທັດທີ່ສວຍງາມ. ຢູ່ເດີ່ນວັດທະນະທຳໃໝ່, ມີເດັກນ້ອຍກໍາລັງຫຼີ້ນເປັນກຸ່ມ3-5ຄົນ; ນິຄົມລ້ຽງສັດເຕົ້າໂຮມເປັນແຖວຢູ່ລຽບຕາມທັງສອງຟາກທາງຂອງບ້ານທີ່ສະອາດ ແລະ ເປັນລະບຽບດີ, ຝາວັດທະນະທໍາທີ່ມີຫຼາກຫຼາຍສີສັນ, ໄດ້ສະແດງໃຫ້ເຫັນໂສມໜ້າໃໝ່ ຂອງຊົນນະບົດໃໝ່, ທິວທັດທີ່ສົດໃສອົບອຸ່ນ ແລະ ປະສົມກົມກຽວຂອງຊົນນະບົດທີ່ສວຍງາມ, ມັນເປັນພາບໃໝ່ຂອງການກໍ່ສາ້ງບ້ານອີ່ມໜຳສຳລານລຽບຕາມຊາຍແດນຂອງເມືອງຊິເມີງ.
ນັບແຕ່ເລີ່ມການສ້າງບ້ານອີ່ມໜຳສຳລານເປັນຕົ້ນມາ, ໜ່ວຍທີ 2 ຂອງບ້ານຢົງປູ້ລໍ້ ໂດຍຜ່ານມາດຕະການກໍ່ສ້າງນິຄົມລ້ຽງສັດເຕົ້າໂຮມ, ສ້າງຮົ້ວ, ປັບປຸງຝາດ້ານນອກຂອງເຮືອນປະຊາຊົນທີ່ມີເອກະລັກ, ປັບປຸງສະພາບແວດລ້ອມ, ມ້າງເຮືອນເກົ່າ ແລະ ອື່ນໆ, ເຮັດໃຫ້ສິ່ງແວດລ້ອມເປັນສີຂຽວສວຍສົດງາມຢ່າງຕໍ່ເນື່ອງ, ສົ່ງເສີມການປ່ຽນແປງ ສະພາບແວດລ້ອມດໍາລົງຊີວິໃນຊົນນະບົດຈາກ “ຄວາມງາມນ້ອຍໆ”” ຂອງຄອບຄົວໄປສູ່ “ຄວາມງາມລວມ” ຂອງຊົນນະບົດ, ແລະຈາກ “ຄວາມສະອາດບາງຄັ້ງ” ໄປສູ່ “ງາມຕະຫຼອດໄປ”.
“ໃນປັດຈຸບັນນີ້, ພວກເຮົາໄປບ່ອນໃດສະພາບແວດລ້ອມຂອງບ້ານພວກເຮົາສະອາດດີງາມຕາ, ພວກເຮົາ
ດໍາລົງຊີວິດຢູ່ໃນບ້ານກໍ່ສະບາຍໃຈ ແລະ ມີຫຼາຍຄົນມັກມາທ່ຽວຫຼິ້ນ.” ຄອກງົວ ແລະ ໝູຂອງຄອບຄົວໄດ້ຍ້າຍ
ໄປຢູ່ນິຄົມລ້ຽງສັດເຕົ້າໂຮມແລ້ວ. ທ້າວ ເຢ້ ຮັ້ນ(Ye Han)ເປັນຊາວບ້ານຢູ່ໃນໜ່ວຍທີ2ຂອງບ້ານຢົງປູ້ລໍ້,ໄດ້ສ້າງເຮືອນໃໝ່ຢູ່ທີ່ດິນຫວ່າງ, ແລ້ວເປີດຮ້ານກິນດື່ມ ແລະ ດໍາລົງຊີວິດຢ່າງມີຄວາມສຸກ.
ໂຄງການສ້າງສາບ້ານອີ່ມໜຳສຳລານແບບຢ່າງລຽບຕາມຊາຍແດນຂອງແຂວງຢຸນນານ ສົມທົບກັບເປົ້າໝາຍໄລຍະສັ້ນຂອງຍຸດທະສາດການຟື້ນຟູຊົນນະບົດ, ອີງຕາມເປົ້າໝາຍທີ່ກໍ່ສ້າງພື້ນຖານອັນແຂັ້ມແຂງ, ມີຄວາມຈະເລີນທຸກດ້ານ, ສະພາບແວດລ້ອມທີ່ສວຍງາມ, ດໍາລົງຊີວິດຢ່າງຜາສຸກ, ເຂດຊາຍແດນມີສະຖຽນລະພາບ, ສ້າງໜ່ວຍພັກເຂັ້ມແຂງ,ໄດ້ກຳນົດມາດຕະຖານການກໍ່ສ້າງບ້ານອີ່ມໜຳສຳລານແບບຢ່າງ5ອັນຄື: ການຜະລິດເປັນເສົາຄໍ້າ, ວັດທະນະທຳ ແລະ ທ່ອງທ່ຽວປະສານກົມກຽວ, ລະບົບນິເວດດີຕໍ່ການດໍາລົງຊີວິດ, ສົ່ງເສີມການຄ້າຊາຍແດນ, ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ.
ໂຄງການສ້າງສາບ້ານອີ່ມໜຳສຳລານແບບຢ່າງໄດ້ທົດລົງໃນ30ບ້ານທີ່ຕິດຕາມຊາຍແດນຂອງ25ເມືອງຫຼືນະຄອນລຽບຕາມຊາຍແດນ, ເມືອງຊິເມີງເລືອກເອົາໜ່ວຍທີ່2ຂອງບ້ານຢົງປູ້ລໍ້, ຕາແສງຈົ່ງເຄີ້ ເປັນຈຸດທົດລອງ, ສ້າງເປັນບ້ານແບບຢ່າງຊະນິດວັດທະນະທຳ ແລະ ທ່ອງທ່ຽວປະສົມປະສານກັນ.
ທ່ານ ລໍຢຸນຫົງ, ຫົວໜ້າໜ່ວຍແກ້ໄຂຄວາມທຸກຍາກຂອງຕາແສງຈົ່ງເຄີ້, ເມືອງຊິເມີງແນະນຳໃຫ້ຮູ້ວ່າ:ປະຈຸບັນ,ໂຄງການທົດລອງສ້າງບ້ານແບບຢ່າງໜ່ວຍທີ່2ຂອງບ້ານຢົງປູ້ລໍ້ໄດ້ສຳເລັດແລ້ວ, ອີກບໍ່ດົນຈະຜ່ານການກວດກາຮັບຮອງເອົາ. ຫຼັງຈາກສຳເລັດໂຄງການນີ້ແລ້ວ, ພວກເຮົາໄດ້ວາງແຜນໃນກາງປີນີ້ຈະສືບຕໍ່ດໍາເນີນໂຄງການສ້າງສາບ້ານອີ່ມໜໍາສໍາລານ ໃນອີກ6ໜ່ວຍຂອງບ້ານຢົງປູ້ລໍ້.
ການປ່ຽນແປງອັນໃຫຍ່ຫຼວງຂອງຊົນນະບົດໄດ້ສະແດງອອກຢູ່ໃນການວາງແຜນທີ່ສາມາດຮັກສາຄວາມຄິດເຖິງບ້ານເກີດເມືອງນອນ ແລະ ທິວທັດພູຜາແມ່ນໍ້າທຳມະຊາດ. ໃນໄລຍະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ14ຂອງເມືອງຊິເມີງ, ຊົນນະບົດທີ່ສວຍງາມກໍາລັງຄ່ອຍໆມີການພັດທະນາເປັນບ້ານທີ່ສວຍງາມຈະເລີນຮຸ່ງເຮືອງປະຊາຊົນຮັ່ງມີ, ຊີວິດມີຄວາມສຸກ. ຊົນນະບົດທີ່ສວຍງາມຂອງເມືອງຊິເມີງ ບໍ່ພຽງແຕ່ມີຮູບເອກກະລັກສະເພາະຕົວເທົ່ານັ້ນ, ແຕ່ໝາຍເຖິງການພັດທະນາທີ່ຈະມີອະນາຄົດທີ່ດີອີກ.