ພາຍຫລັງຈັດການແຂ່ງຂັນກິລາການທະຫານສາກົນ ຫຼື ( ARMY GAMES 2021) ຢູ່ທີ່ ສສ. ຫວຽດນາມ ໄດ້ປິດລົງດ້ວຍບັນຍາກາດອັນຈົບງາມໃນວັນທີ 3 ກັນຍາ 2021.ຜ່ານມາ ທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ໄດ້ເຂົ້າຮ່ວມແຂ່ງຂັນ ໃນຂໍ້ ( ຊອກຄົ້ນ ແລະ ກູ້ໄຟສຸກເສີນ ) ກໍ່ໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນວັນທີ 5 ກັນຍາ 2021 ນີ້ .

ພັນໂທ ຄຳຟອງ ເກິ່ງທອນສິມ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໄດ້ລາຍງານກ່ຽວກັບການເຂົ້າຮ່ວມແຂ່ງຂັນກິລາການທະຫານຂອງ ເຫຼົ່າຮົບຊ່າງແສງໃນຄັ້ງນີ້ວ່າ: ແມ່ນມີຄວາມໝາຍສຳຄັນທີ່ສຸດ ສຳລັບວຽກງານ ວິຊາສະເພາະຂອງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ເພາະມັນເປັນ ໂອກາດທີ່ບັນດານັກກິລາ,ນັກວິຊາສະເພາະພວກເຮົາໄດ້ຮັບປະສົບການອັນໃໝ່ ໃນການຮຽນຮູ້ການນຳໃຊ້ບັນດາພາຫະນະອຸປະກ້ອນວິຊາສະເພາະ ເຕັກນິກທີ່ທັນສະໄໝ ຫຼາຍຊະນິດທີ່ທາງປະເທດເຈົ້າພາບ ນຳໃຊ້ເຂົ້າໃນການແຂ່ງຂັນ ແລະ ທັງເປັນການຖອດຖອນບົດຮຽນ ຈາກບັນດາປະເທດຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ປະກອບມີ: ກອງທັບປະຊາຊົນລາສ, ຫວຽດນາມ, ເບຣາລຸນ, ຣັດເຊຍ,ມາລີ. ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ 2021 ໃນຄັ້ງນີ້ ເຖິງວ່າຈະຈັດຂື້ນໃນໄລຍະທີ່ມີການແຜ່ລະບາດ ຢ່າງຮຸນແຮງຂອງພະຍາດ COVID 19 ກໍ່ຕາມ ແຕ່ບັນດານັກກິລາພວກເຮົາ ກໍ່ມີຄວາມຕັດສິນໃຈສູງ ໃນການເອົາໃຈໃສ່ຝຶກຊ້ອມ ຢ່າງຕັ້ງໜ້າ ແລະ ເຂົ້າຮ່ວມການແຂ່ງຂັນ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະອຸປະສັກ ຕ່າງໆມີຜົນເລັດຢ່າງຈົບງາມ.



ພາບ-ຂ່າວ: ເກນ ວິໄລສານ