ການລຸກຮືຂຶ້ນຂອງປະຊາຊົນຜູ້ຮັກຊາດທີ່ເມືອງໜານຊາງ, ແຂວງຈ່ຽງຊີໃນວັນທີ 1 ສິງຫາ ປີ 1927 ເປັນສັນຍາລັກສະແດງໃຫ້ເຫັນວ່າ ກອງທັບປະຊາຊົນແບບໃຫມ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ກາຍມາເປັນກອງທັບປົດປ່ອຍປະຊາຊົນຈີນໃນປະຈຸບັນ. ໃນໄລຍະ 94 ປີຜ່ານມາ, ພາຍໃຕ້ການຊີ້ນຳ – ນໍາພາຂອງພັກກອມມູນິດຈີນ ໂດຍມີ ປະທານ ເໝົາ ເຈີຕົງ ເປັນແກນນໍາ ແລະ ຜູ້ນໍາຈີນຫລາຍຮຸ້ນຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈາກຈໍານວນຄົນໜ້ອຍມາເປັນກອງທັບທີ່ມີຈໍານວນຄົນຫຼາຍສົມຄວນ, ຈາກກອງທັບທີ່ມີອາວຸດຫລ້າຫລັງ ກາຍມາກອງທັບທີ່ມີອາວຸດທັນສະໄໝໃນໂລກ.
ນັບແຕ່ມື້ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຕໍ່ສູ້ກັບສັດຕູທັງພາຍໃນ ແລະ ພາຍນອກຢ່າງອົງອາດກ້າຫານ, ຜ່ານຜ່າອຸປະສັກນາໆປະການ ຈົນສາມາດປົດປ່ອຍປະເທດຊາດ ຍາດເອົາເອກະລາດມາໃຫ້ປະຊາຊົນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາຊົນຈີນ ໃນປີ 1949. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຸມເຫື່ອແຮງໃສ່ການຟື້ນຟູປະເທດຊາດ ພາຍຫລັງທີ່ຖືກສົງຄາມທຳລາຍມາເປັນເວລາຫລາຍທົດສະວັດ, ພ້ອມກັນນັ້ນກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ຍົກສູງນໍ້າໃຈສາກົນກຳມະຊີບ ໃຫ້ການສະໜັບສະໜູນຂະບວນການປະຕິວັດຊາດປະຊາທິປະໄຕ ຢູ່ຫລາຍປະເທດໃນໂລກ ລວມທັງ ສປປ ລາວ ທີ່ຕໍ່ສູ້ເພື່ອເອກະລາດ ຕ້ານຈັກກະພັດຜູ້ຮຸກຮານ ຢ່າງອົງອາດກ້າຫານ ແລະ ໄດ້ຮັບໄຊຊະນະເລື້ອຍໆມາ.
ໃນໄລຍະທີ່ປະເທດຊາດມີສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ນອກຈາກສືບຕໍ່ປະຕິບັດໜ້າທີ່ໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດເພື່ອ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາປະເທດຊາດແລ້ວ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປ ຈີນ, ສ້າງຄວາມເຂັ້ມແຂງ, ເພີ່ງຕົນເອງ, ກຸ້ມຕົນເອງ, ບ່ອນໃດທີ່ປະເທດຊາດ ແລະ ປະຊາຊົນຕ້ອງການ ບ່ອນນັ້ນກອງທັບປົດປ່ອຍປະຊາຊົນຈີນມີຫນ້າ ໂດຍສະເພາະການຮັບມືກັບພະຍາດລະບາດ, ການກອບກູ້ໄພພິບັດທາງທຳມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ກອງທັບປົດປ່ອຍປະຊາຊົນຈີນ ເປັນນັກຮົບທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນກຳລັງອັນສຳຄັນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເປັນກຳແພງທີ່ແຂງແກ່ນໃນການປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ. ປະຈຸບັນ, ພາຍໃຕ້ການຊີ້ນຳ – ນໍາພາ ຂອງພັກກອມມູນິດຈີນ ໂດຍມີເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນການນໍາ, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ມີຄວາມກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນທຸກເວລາ.
ການເຕີບໃຫຍ່ເຂັ້ມແຂງຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ປະກອບສ່ວນອັນສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ກໍຄືຢູ່ໃນໂລກ, ຍາມໃດ ສປ ຈີນ ກໍປະຕິບັດນະໂຍບາຍ ເດີນຕາມເສັ້ນທາງພັດທະນາຢ່າງສັນຕິ ໂດຍບໍ່ປ່ຽນແປງ, ຍຶດໝັ້ນປະຕິບັດນະໂຍບາຍປ້ອງກັນຊາດ ລັກສະນະປ້ອງກັນ ແລະ ບໍ່ເປັນເຈົ້າມະຫາອຳນາດ. ນອກຈາກພະລາກິດປົກປັກຮັກສາປະເທດຊາດ, ກອງທັບປົດປ່ອຍປະຊາຊົນຈີນຍັງໄດ້ປະກອບສ່ວນໃນການສ້າງສັນຕິພາບໂລກ ພາຍໃຕ້ການຮ່ວມມືກັບອົງການສະຫະປະຊາຊາດ, ເຊິ່ງ ສປ ຈີນ ແມ່ນຢູ່ໃນແຖວໜ້າຂອງບັນດາປະເທດທີ່ປະກອບສ່ວນໃນພາລະກິດຮັກສາສັນຕິພາບຂອງອົງການສະຫະປະຊາຊາດ. ໃນໄລຍະ 30 ປີຜ່ານມາ, ກອງກໍາລັງຂອງ ສປ ຈີນໄດ້ປະຕິບັດຕາມຈຸດປະສົງ ແລະ ຂໍ້ກໍານົດຂອງກົດບັດສະຫະປະຊາຊາດຢ່າງຫ້າວຫັນ. ກອງທັບ ສປ ຈີນ ໄດ້ສົ່ງກອງກໍາລັງ ທັງໝົດ 40.000 ຄົນ ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ໄດ້ແລກປ່ຽນຮ່ວມມືກັບ 90 ກວ່າປະເທດ ແລະ 10 ກວ່າອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ, ເປັນປະເທດທີ່ປະກອບທຶນເຂົ້າໃນຂະບວນການຮັກສາສັນຕິພາບຂອງອົງການສະຫະປະຊາຊາດຫຼາຍເປັນອັນດັບ 2, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການໃນການປະກອບສ່ວນ ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.
ສຳລັບການພົວພັນລະຫວ່າງ ສອງກອງທັບ ລາວ-ຈີນ, ໃນໄລຍະທີ່ຜ່ານມາທັງສອງຝ່າຍ ແມ່ນມີມູນເຊື້ອແຫ່ງການພົວພັນ ແລະ ຮ່ວມມືອັນດີງາມມາເປັນເວລາດົນນານ, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດການປະຕິວັດປົດປ່ອຍຊາດຂອງ ສປປ ລາວ ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ກ່າວຢູ່ໃນງານລ້ຽງຕ້ອນຮັບໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງວັນທີ 18 ມີນາ 1976 ທີ່ ນະຄອນຫຼວງປັກກິ່ງ ວ່າ: “…ບໍ່ມີອັນໃດຈະສົງໄສໄປອີກແລ້ວ ມິດຕະພາບສະຖານອ້າຍນ້ອງ ແລະ ຄວາມສາມັກຄີແບບສູ້ຮົບ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ, ລະຫວ່າງ ປະຊາຊົນລາວ ກັບ ປະຊາຊົນຈີນ ໄດ້ມີການຈະເລີນງອກງາມ. ປະຊາຊົນລາວ ຈະອອກແຮງປົກປັກຮັກສາ ແລະ ເສີມສ້າງມິດຕະພາບ ແລະ ຄວາມສາມັກຄີນັ້ນໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ”. ໃນໄລຍະປະເທດຊາດມີສັນຕິພາບ ສອງກອງທັບ ລາວ-ຈີນ ໄດ້ສືບຕໍ່ມູນເຊື້ອອັນດີງາມ ເພີ່ມທະວີການພົວພັນຮ່ວມມືໃນຫລາຍຂົງເຂດວຽກງານ ເປັນຕົ້ນແມ່ນກໍ່ສ້າງນາຍ ແລະ ພົນທະຫານ, ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ, ການກອບກູ້ຈາກໄພທໍາມະຊາດ, ການຮ່ວມກັນລາດຕະເວນຕາມລໍາແມ່ນໍ້າຂອງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ອື່ນໆ ຢ່າງເປັນຮູບປະທຳ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທັບປະຊາຊົນລາວ ເພື່ອພ້ອມກັນອອກແຮງຮັກສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ.
ໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ,​
(ກະຊວງການຕ່າງປະເທດ)
Loading...