ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປະຊາຊົນບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນຈໍານວນ 400 ກວ່າຄອບ ຄົວ ໄດ້ຊົມ ໃຊ້ເສັ້ນທາງເບຕົງທີ່ຖາວອນ, ພາຍໃຕ້ການປະກອບສ່ວນຊ່ວຍເຫລືອທຶນໃນການກໍ່ສ້າງຂອງບໍລິສັດ ພູເບ້ຍ ມາຍນິງ ມູນຄ່າທັງໝົດ 1 ລ້ານ 4 ແສນ 22 ພັນ ກວ່າໂດລາສະຫະລັດ, ພິທີມອບ-ຮັບ ໄດ້ຈັດ ຂຶ້ນໃນວັນທີ 21 ເມສານີ້ ທີ່ໂຮງຮຽນມັດທະຍົມ ບ້ານນໍ້າໂມ້ ເມືອງອະນຸວົງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງ ລັດຖະມົນຕີ ປະຈໍາຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງ ພະລັງ ງານ ແລະ ບໍ່ແຮ່, ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ , ທ່ານ ເຫວີນ ຟູ ຫວາງ ຜູ້ອໍານວຍການໃຫຍ່ ບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍຕາງໜ້າພະ ແນກ ການທີ່ກ່ຽວຂ້ອງຕະຫລອດ ຮອດປະຊາຊົນ ພາຍໃນບ້ານນໍ້າໂມ້.
ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ການກໍ່ສ້າງເສັ້ນ ທາງ ເບຕົ່ງຢູ່ບ້ານນໍ້າໂມ້ ແມ່ນບໍ່ໄດ້ນອນຢູ່ຂໍ້ກໍານົດພັນທະສັນຍາສໍາປະທານຂອງບໍລິສັດ ພູເບ້ຍ ມາຍນິງ, ແຕ່ໂຄງການດັ່ງກ່າວຖືເປັນໂຄງການພະເສດ ທີ່ອະດີດຄະນະນໍາທີ່ນໍາໂດຍ ອະດີດເຈົ້າ ແຂວງ ໄຊສົມ ບູນ ແລະ ຜູ້ບໍລິຫານຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນ ໃນການປະ ກອບສ່ວນກໍ່ສ້າງເສັ້ນທາງດັ່ງກ່າວທີ່ມີຄວາມຍາວ 2.700 ກວ່າກິໂລແມັດ, ກວ້າງ 6 ແມັດ ແລະ ການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ເຊຶ່ງໄລຍະທີ 1 ເລີ່ມແຕ່ເດືອນ ພະຈິກ ປີ 2020 ຫາ ເດືອນ ມັງກອນປີ 2021, ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການ ກໍ່ສ້າງໃນໄລຍະທີ 2 ຈຶ່ງໄດ້ເລື່ອນອອກໄປເປັນເວລາຫລາຍເດືອນ, ຈາກນັ້ນ ໄລຍະທີ 2 ຈຶ່ງໄດ້ກັບ ມາເລີ່ມກໍ່ສ້າງລະຫວ່າງເດືອນຕຸລາ ຫາ ເດືອນທັນວາ ປີ 2021 ຈຶ່ງສໍາເລັດ ແລະ ພາຍຫລັງສໍາເລັດ ເສັ້ນທາເສັ້ນນີ້ຈະສາມາດເຊື່ອມຕໍ່ຫາແຂວງທີ່ສະດວກສະບາຍ ທັງເຮັດໃຫ້ການສັນຈອນມີຄວາມ ປອດໄພ ພ້ອມທັງຈະເປັນເງື່ອນໄຂທີ່ດີໃນການສ້າງເສດຖະກິດສັງຄົມຢູ່ເຂດບ້ານນໍ້າໂມ້ ແລະ ເຂດອ້ອມຂ້າງ.
ໃນໂອກາດນີ້ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ກ່າວເປີດນໍ້າໃຊ້ເສັ້ນທາງດັ່ງກ່າວ ຢ່າງເປັນທາງການວ່າ: ນັບຕັ້ງແຕ່ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດໄດ້ເຂົ້າມາລົງທຶນໃນລາວ, ເວົ້າສະເພາະ ຢູ່ແຂວງ ໄຊສົມບູນ, ທາງບໍລິສັດໄດ້ປະກອບສ່ວນທຶນຮອນຫລາຍກວ່າ 100 ລ້ານໂດລາສະຫະ ລັດເຂົ້າໃນ ການປັບປຸງເສັ້ນທາງຫລວງໃນລາວ, ເຊຶ່ງການກໍ່ສ້າງເສັ້ນທາງ ເບຕົ່ງຢູ່ບ້ານນໍ້າໂມ້ ເປັນ ອີກເສັ້ນທາງໜຶ່ງ ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ ພາຍຫລັງທີ່ເປີດການ ນໍາໃຊ້ແລ້ວກໍ່ຈະກາຍ ເປັນເສັ້ນທາງ ສໍາຄັນໃນການເຊື່ອມຈອດລະຫວ່າງບັນດາເສັ້ນທາງພາຍໃນແຂວງ ໄຊສົມບູນ ພ້ອມ ທັງເປັນເສັ້ນທາງເລືອກເພື່ອເດີນທາງ ໄປແຂວງ ຊຽງຂວາງ ເຊຶ່ງຈະເປັນສິ່ງອໍານວຍ ໃຫ້ແກ່ການ ພັດທະນາເສດຖະກິດສັງຄົມຂອງບ້ານນໍ້າໂມ້ ແລະ ຊຸມ ຊົນອ້ອມຂ້າງອື່ນໆໃນຕໍ່ໜ້າ ແລະ ບ້ານນໍ້າໂມ້ ແມ່ນບ້ານໜຶ່ງ ທີ່ຕັ້ງຢູ່ໃກ້ກັບເຂດໂຄງການຂຸດຄົ້ນປຸງແຕ່ງທອງ-ຄໍາ ພູຄໍາ ຂອງບໍລິສັດ ພູເບ້ຍ ມາຍ ນິງ, ເປັນບ້ານທີ່ ໄດ້ຮັບຜົນປະໂຫຍດທາງກົງຈາກຫລາຍໆ ໂຄງການພັດທະນາຊຸມ ຊົນຂະໜາດນ້ອຍ ຂອງບໍລິສັດທີ່ແທ້ຈິງ.
ນອກຈາກຊ່ວຍເຫລືອກໍ່ສ້າງເສັ້ນທາງເບຕົ່ງຢູ່ບ້ານນໍ້າໂມ້ແລ້ວ, ໄລຍະຜ່ານມາ ທາງບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ລົງທຶນໃນການປັບປຸງເສັ້ນທາງສາຍຕ່າງໆໃນລາວເຊັ່ນ: ປີ 2006 ບໍລິສັດ ໄດ້ລົງທຶນເຂົ້າໃນການສ້ອມແປງເສັ້ນທາງ ທະນາຄານພັດທະ ນາອາຊີ ຫລື ອີດີບີ ເລກທີ 9 ຈາກເມືອງທ່າບົກ ແຂວງ ບໍລິຄໍາໄຊ ຫາ ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ, ປີ 2013 ບໍລິສັດໄດ້ ປັບປຸງໜ້າທາງທີ່ມີຄວາມຍາວ 4 ກວ່າກິໂລແມັດຕາມເສັ້ນທາງ 5 A ເຊຶ່ງເຊື່ອມຕໍ່ເຂື່ອນນໍ້າງຶ່ມ 3 ລະ ຫວ່າງບ້ານ ນໍ້າຍອນ ແລະ ຂົວບ້ານ ນໍ້າຍອນເມືອງ ອະນຸວົງ, ປີ 2014 ບໍລິສັດໄດ້ສົມທົບກັບ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຄໍາມ່ວນ ເພື່ອປັບປຸງເສັ້ນທາງເລກທີ 12 ຈຸດຫລັກກິໂລ ແມັດທີ 130 ເຊື່ອມຕໍ່ກັບຊາຍແດນລະຫວ່າງນາເພົ້າແຂວງ ຄໍາມ່ວນ ຫາ ຊາຍແດນຈາລໍ່ແຂວງ ກວາງບິງ ຂອງຫວຽດນາມ.
Cr: ບຸນຍັງ ພຸດສະຫວັດ
May be an image of 1 person, flower and text that says '21 เมสา Handover Ce oncrete rdi Anouvon Rspril pril 2'
May be an image of 5 people, people standing, motorcycle, tree and road
May be an image of 2 people and outdoors