ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສິວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມ ພິທີເຊັນສັນຍາ ຮ່ວມໂຄງການບູລະນະ ແລະ ປົກປັກຮັກສາມໍລະດົກໂລກ ທົ່ງໄຫຫີນພາຍໃຕ້ກອງທຶນທ່ານເອກອັກຄະລັດຖະທູດອາເມລິກາ ເພື່ອການອະນຸລັກວັດທະ ນະທຳ (AFCP) ໃນວັນທີ 28 ສິງຫາ 2021 ຜ່ານມານີ້ວ່າ: ໃນໄລຍະພະຍາດໂຄວິດ- 19 ລະບາດມານີ້, ເຮັດໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວແຂວງຊຽງຂວາງ ຫລຸດລົງປະມານ 80%, ເຊິ່ງມີແຕ່ນັກທ່ອງທ່ຽວພາຍໃນປະເທດເທົ່ານັ້ນທີ່ມາເຂົ້າມາທ່ຽວຊົມໃນໄລຍະນີ້. ປັດຈຸບັນ, ພວກເຮົາກຳລັງສ້າງແຜນເພື່ອຟື້ນຟູ ແລະ ຮ່ວມກັບບັນດາຂະແໜງການຕ່າງໆ ໂດຍສະເພາະກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໃນໂຄງການລາວທ່ຽວລາວ.
ທ່ານຮອງເຈົ້າແຂວງໃຫ້ຮູ້ຕື່ມວ່າ: ສໍາລັບການທ່ອງທ່ຽວ ທີ່ຕິດພັນກັບມໍລະດົກໂລກ ຄວາມຈິງແລ້ວທົ່ງໄຫຫີນ ກໍມີຊື່ສຽງ ເອີ້ນວ່າ ໄຫຫີນລືນາມມາແຕ່ດົນນານ ຕອນທີ່ເຮົາຍັງບໍ່ທັນໄດ້ເຂົ້າເປັນມໍ ລະດົກໂລກ, ໄຫຫີນ ແມ່ນໄດ້ມີຊື່ສຽງ ແລະ ຄົນໃນສັງຄົມ ກໍຄືຕ່າງປະເທດ ກໍໄດ້ຮູ້ຈັກຫລາຍແລ້ວ, ການທ່ອງທ່ຽວໃນໄລຍະຜ່ານມາແມ່ນຄຶກຄື້ນ ໂດຍສະເພາະ ປີ 2019 ຜ່ານມາ ເຫັນວ່ານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກໍຮູ້ຈັກຫລາຍຂຶ້ນ ປະມານ 150.000 ກວ່າຄົນ ທີ່ເຂົ້າມາທ່ຽວຢູ່ແຂວງຊຽງຂວາງ ແລະ ພວກເຮົາກໍຄາດວ່າ ປີ 2020 ຈະມີນັກທ່ອງທ່ຽວ ເຂົ້າມາປະມານ 2 ແສນຄົນ ເພາະວ່າເປັນໄລຍະກະກຽມຈັດແຂ່ງຂັນກິລາແຫ່ງຊາດ ແລະ ສະເຫລີມສະຫລອງໄຫຫີນ ທີ່ເຂົ້າເປັນມໍ ລະດົກໂລກ, ແຕ່ເນື່ອງຈາກເກີດມີການລະບາດຂອງພະຍາດໂຄວິດ-19 ທຸກຢ່າງກໍເລີຍຖືກຢຸດສະງັກ ເຮັດໃຫ້ຍອດນັກທ່ອງທ່ຽວ ຢູ່ແຂວງພວກເຮົາຫລຸດລົງຫລາຍ ໃນໄລຍະເດືອນເມສາ ຫາ ພຶດສະພາ. ຈາກນັ້ນ, ກໍເລີ່ມມາດີຂຶ້ນເລັກນ້ອຍໃນໄລຍະທ້າຍປີ 2020 ຈົນເຖິງຕົ້ນ ປີ 2021 (ເດືອນມັງກອນ ຫາ ກຸມພາ) ມີແຕ່ນັກທ່ອງທ່ຽວພາຍໃນເທົ່ານັ້ນ ປະມານ 10 ພັນກວ່າຄົນ, ເນື່ອງຈາກວ່າຍັງປິດປະ ເທດຢູ່ ແລະ ມາໄລະຍະ ເດືອນເມສາ-ມິຖຸນາ 2021 ເຫັນວ່ານັກທ່ອງທ່ຽວແມ່ນເປັນສູນເລີຍ. ຖ້າສົມທຽບ 2 ປີຜ່ານມາ, ນັກທ່ອງທ່ຽວ ທີ່ເຂົ້າມາແຫລ່ງມໍລະດົກໂລກເຮົານີ້ ມີແຕ່ຄົນຢູ່ພາຍໃນ ທຽບໃສ່ປີ 2019 ແມ່ນມີພຽງ 20%, ແນ່ນອນວ່າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ອາດມີຄວາມທ້າທາຍຫລາຍອັນ. ທັ້ງນີ້ທັ້ງນັ້ນ, ກໍຈະຂໍການຮ່ວມມືກັບຫລາຍພາກສ່ວນ ເພື່ອແກ້ໄຂບັນຫາໃຫ້ໂຄງການນີ້ລຸລ່ວງໄປດ້ວຍດີ, ເຊິ່ງທາງແຂວງພວກເຮົາ ກໍໄດ້ຮ່ວມມືກັບຫລາຍພາກສ່ວນ ໃນການພັດທະນາ, ຟື້ນຟູ ແລະ ການບູລະນະຮັກສາໄຫຫີນຊຽງຂວາງແຫ່ງນີ້ ແລະ ເພື່ອເປັນການຮອງຮັບບັນດານັກທ່ອງທ່ຽວ ທີ່ຈະເຂົ້າມາ ພາຍຫລັງພະຍາດໂຄວິດສິ້ນສຸດການລະບາດ, ເນື່ອງຈາກວ່າ ຍຸດທະສາດຂອງແຂວງຊຽງຂວາງ ໃນການທ່ອງທ່ຽວ ເປັນບູລິມະສິດທີສອງໃນແຜນງານ 5 ປີ ໃນການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງຊຽງຂວາງ.
ປັດຈຸບັນ, ແຂວງຂອງພວກເຮົາພວມເລັ່ງສັກວັກຊິນກັນພະຍາດໂຄວິດ-19 ຢ່າງເປັນຂະບວນ, ເຊິ່ງສັກໄດ້ແລ້ວ 80 ພັນກວ່າຄົນ, ກວມເອົາຫລາຍກວ່າ 30% ຂອງພົນລະເມືອງໃນທົ່ວແຂວງຊຽງຂວາງ ໃນກຸ່ມເປົ້າໝາຍ ແລະ ຄິດວ່າຈະໃຫ້ບັນລຸ 50% ຂອງກຸ່ມເປົ້າໝາຍໃນທ້າຍປີນີ້. ພ້ອມກັນນີ້, ທາງຄະນະປ້ອງກັນ ແລະ ຄວບຄຸມພະຍາດຂັ້ນແຂວງ ກໍໄດ້ມີນະໂຍບາຍຜ່ອນຜັນຕາມແຕ່ລະໄລຍະ ທີ່ລັດຖະບານວາງອອກ, ເຊິ່ງວ່າຜູ້ໃດສັກວັກຊິນຄົບ 2 ເຂັມແລ້ວທີ່ບໍ່ມາຈາກກຸ່ມສ່ຽງ ແມ່ນພວກເຮົາກໍເປີດໃຫ້ເຂົ້າມາຊຽງຂວາງໄດ້. ໃນໄລຍະ 2 ຫາ 3 ທິດຜ່ານມາ ເຫັນວ່າຄົນເຂົ້າມາທ່ຽວແຂວງພວກເຮົາຫລາຍສົມຄວນ. ນອກຈາກນີ້, ກໍໄດ້ມີຫລາຍກອງປະຊຸມ ທີ່ໄດ້ມາຈັດຢູ່ແຂວງຂອງພວກເຮົາ ເຮັດໃຫ້ເຂົາເຈົ້າ ກໍມີຄວາມສົນໃຈ ແລະ ຢາກມາທ່ຽວແຂວງຊຽງຂວາງ ຫລາຍຂຶ້ນ.
ທ່ານ ສິວິໄລ ແສງຈະເລີນ ກ່າວຕື່ມວ່າ: ສຳລັບແຫລ່ງທ່ອງທ່ຽວ ຢູ່ແຂວງຊຽງຂວາງ ນອກ ຈາກທົ່ງໄຫຫີນແລ້ວ ກໍຍັງມີຫລາຍແຫລ່ງທ່ອງທ່ຽວ ເປັນຕົ້ນ ທ່ອງທ່ຽວດ້ານວັດທະນະທຳ, ໂດຍສະ ເພາະ ຢູ່ເມືອງຄູນທີ່ເປັນເມືອງທີ່ເກົ່າແກ່ ເຊັ່ນ: ວັດວາອາຮາມ ທີ່ເປັນໜ້າສົນໃຈຫລາຍ ເພາະວ່າ ເມື່ອກ່ອນ ແຂວງຊຽງຂວາງ ແມ່ນຕັ້ງຢູ່ເມືອງຄູນ. ນອກຈາກນີ້, ກໍຍັງມີສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ ເຊັ່ນ: ກອງພັນທີ່ສອງ, ພູກູດຈອມເຫລັກ, ຖ້ຳປິວ ແລະ ຖ້ຳບ້ານຕ້າຍ ທີ່ເປັນຖ້ຳຜູ້ນຳ ແລະ ສະຖານທີ່ອື່ນໆ ພ້ອມກັນນີ້ ກໍຍັງມີສະຖານທີ່ທ່ອງທ່ຽວທາງທຳມະຊາດ ເປັນຕົ້ນ ຕາດຄະ, ນ້ຳອຸ່ນເມືອງຄຳ, ເຊິ່ງນໍ້າອຸ່ນ ກໍມີຫລາຍແຫ່ງ ແລະ ກໍຍັງມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ໜ້າທ່ຽວຊົມອີກຫລາຍໆແຫ່ງ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໄດ້ຂຶ້ນແຜນໂຄສະນາ ຢູ່ຕາມເວັບໄຊ້ ຕ່າງໆ, ປັດຈຸບັນກໍໄດ້ເປີດແລ້ວ 42 ແຫ່ງ ທາງປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ.
ຖ້າຫາກທ່ານໃດທີ່ໄດ້ມາແຂວງຊຽງຂວາງ ກໍຂໍໃຫ້ໄດ້ໄປທ່ຽວຊົມສະຖານທີ່ຕ່າງໆ ເມື່ອທ່ານໄດ້ເຫັນແລ້ວຈະບໍ່ຜິດຫວັງ, ມາເຫັນແລ້ວກໍຢາກກັບມາອີກຢ່າງແນ່ນອນ.
ຂ່າວ-ພາບ: ມະນີທອນ